ໂກໂລຊາຍ 1:16-17
ໂກໂລຊາຍ 1:16-17 ພຄພ
ດ້ວຍວ່າ, ໂດຍພຣະອົງນັ້ນພຣະເຈົ້າໄດ້ຊົງສ້າງສັບພະທຸກສິ່ງ ທັງໃນສະຫວັນແລະເທິງແຜ່ນດິນໂລກ ສິ່ງທີ່ຕາເຫັນໄດ້ແລະສິ່ງທີ່ຕາເຫັນບໍ່ໄດ້ ເປັນພຣະທີ່ນັ່ງ ຫຼືອານຸພາບ ຫຼືບັນດາຜູ້ຄອບຄອງ ແລະບັນດາຜູ້ມີສິດອຳນາດທັງຫລາຍ ພຣະເຈົ້າໄດ້ສ້າງສັບພະສິ່ງທັງໝົດນີ້ໂດຍທາງພຣະອົງ ແລະສຳລັບພຣະອົງ. ພຣະອົງຊົງເປັນຢູ່ກ່ອນສັບພະທຸກສິ່ງ ແລະສັບພະທຸກສິ່ງກໍດຳລົງເປັນລະບຽບຢູ່ໂດຍພຣະອົງ.