YouVersion Logo
Search Icon

ພຣະນິມິດ 17

17
ການ​ພິພາກສາ​ລົງໂທດ​ຍິງໂສເພນີ​ຄົນ​ສຳຄັນ
1ແລ້ວ​ເທວະດາ​ຕົນ​ໜຶ່ງ​ໃນ​ເຈັດ​ຕົນ ທີ່​ຖື​ຂັນ​ທັງ​ເຈັດ​ໜ່ວຍ​ນັ້ນ ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ເຊີນ​ມາ​ທີ່​ນີ້​ເທີ້ນ ເຮົາ​ຈະ​ໃຫ້​ທ່ານ​ເຫັນ​ການ​ຊົງ​ພິພາກສາ​ລົງໂທດ ຍິງໂສເພນີ​ຄົນ​ສຳຄັນ ທີ່​ນັ່ງ​ຢູ່​ເທິງ​ແມ່ນໍ້າ​ອັນ​ຫລວງຫລາຍ. 2ຄື​ຍິງ​ນັ້ນ​ທີ່​ບັນດາ​ກະສັດ​ທົ່ວ​ໂລກ ໄດ້​ຫລີ້ນ​ຜິດ​ສິນທຳ​ທາງ​ເພດ​ກັບ​ມັນ ແລະ​ຊາວ​ໂລກ​ທັງຫລາຍ​ໄດ້​ມົວເມົາ​ດ້ວຍ​ເຫລົ້າແວງ ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ມັນ​ນັ້ນ.”
3ເທວະດາ​ຕົນ​ນັ້ນ​ໄດ້​ຍົກ​ຂ້າພະເຈົ້າ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງ​ກັນດານ ໂດຍ​ພຣະວິນຍານ. ໃນ​ທີ່ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ແມ່ຍິງ​ຄົນ​ໜຶ່ງ ນັ່ງ​ຢູ່​ເທິງ​ຫລັງ​ສັດຮ້າຍ​ສີແດງເຂັ້ມ​ໂຕໜຶ່ງ ຊຶ່ງ​ມີ​ຫລາຍຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ​ເຕັມ​ໄປ​ທັງ​ຕົວ, ມັນ​ມີ​ເຈັດ​ຫົວ ແລະ​ສິບ​ເຂົາ. 4ຍິງ​ຜູ້ນັ້ນ ນຸ່ງ​ເຄື່ອງ​ສີມ່ວງ​ອ່ອນ​ແລະ​ສີແດງເຂັ້ມ ແລະ​ປະດັບ​ຕົວ​ດ້ວຍ​ເຄື່ອງ​ຄຳ, ເພັດພອຍ ແລະ​ໄຂ່ມຸກ. ໃນ​ມື​ຂອງ​ນາງ​ມີ​ຈອກ​ຄຳ ທີ່​ເຕັມ​ແຕ່​ມົນທິນ​ອັນ​ໜ້າຂີ້ດຽດ ເປັນ​ຜົນ​ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ນາງ. 5ທີ່​ໜ້າຜາກ​ມີ​ຊື່​ຂຽນ​ໄວ້​ເປັນ​ຄວາມ​ເລິກລັບ​ວ່າ, “ບາບີໂລນ​ມະຫາ​ນະຄອນ ແມ່​ຂອງ​ໂສເພນີ​ທັງຫລາຍ ແລະ​ແມ່​ຂອງ​ສິ່ງ​ທັງປວງ​ທີ່​ໜ້າກຽດ​ໜ້າຊັງ​ໃນ​ແຜ່ນດິນ​ໂລກ.” 6ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ຍິງ​ຄົນ​ນັ້ນ ເມົາ​ດ້ວຍ​ເລືອດ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ດ້ວຍ​ເລືອດ​ຂອງ​ບັນດາ​ຜູ້​ທີ່​ຍອມ​ສະຫລະ​ຊີວິດ ເພາະ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.
ເມື່ອ​ຂ້າພະເຈົ້າ​ເຫັນ​ຍິງ​ຄົນ​ນັ້ນ​ແລ້ວ ກໍ​ອັດສະຈັນ​ໃຈ​ຫລາຍ. 7ເທວະດາ​ຕົນ​ນັ້ນ​ຖາມ​ຂ້າພະເຈົ້າ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ປະຫລາດ​ໃຈ? ເຮົາ​ຈະ​ບອກ​ໃຫ້​ທ່ານ​ຮູ້​ຄວາມໝາຍ​ອັນ​ເລິກລັບ​ຂອງ​ຍິງ​ຄົນ​ນີ້ ແລະ​ສັດຮ້າຍ​ທີ່​ມີ​ເຈັດ​ຫົວ​ແລະ​ສິບ​ເຂົາ ຊຶ່ງ​ເປັນ​ພາຫານະ​ຂອງ​ຍິງ​ນັ້ນ. 8ສັດຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ ໄດ້​ເປັນ​ຢູ່​ໃນ​ຄາວ​ກ່ອນ ແຕ່​ບັດນີ້​ບໍ່ໄດ້​ເປັນ​ຢູ່ ມັນ​ກຳລັງ​ຈະ​ຂຶ້ນ​ມາ​ຈາກ​ເຫວເລິກ ເພື່ອ​ໄປ​ສູ່​ຄວາມ​ຈິບຫາຍ ບັນດາ​ຊາວ​ໂລກ​ທີ່​ບໍ່ມີ​ຊື່​ຈົດ​ໄວ້​ໃນ​ທະບຽນ​ແຫ່ງ​ຊີວິດ ຕັ້ງແຕ່​ເລີ່ມຕົ້ນ​ຊົງ​ສ້າງ​ໂລກ​ນັ້ນ ກໍ​ຈະ​ປະຫລາດ​ໃຈ ເມື່ອ​ພວກເຂົາ​ເຫັນ​ສັດຮ້າຍ​ທີ່​ໄດ້​ເປັນ​ຢູ່​ໃນ​ຄາວ​ກ່ອນ ແຕ່​ບັດນີ້​ບໍ່ໄດ້​ເປັນ​ຢູ່ ແລະ​ກຳລັງ​ຈະ​ມາ​ປາກົດ​ອີກ.”
9“ກ່ຽວກັບ​ເລື່ອງ​ນີ້​ແມ່ນ​ໃຫ້​ໃຊ້​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ. ຫົວ​ທັງ​ເຈັດ​ນັ້ນ​ໄດ້​ແກ່​ພູ​ນ້ອຍ​ເຈັດ​ໜ່ວຍ​ທີ່​ຍິງ​ນັ້ນ​ນັ່ງ​ຢູ່. ມັນ​ຍັງ​ໝາຍເຖິງ​ກະສັດ​ເຈັດ​ອົງ 10ຊຶ່ງ​ຫ້າ​ອົງ​ໄດ້​ລ່ວງ​ໄປ​ແລ້ວ ອົງ​ໜຶ່ງ​ຊົງ​ກຳລັງ​ເປັນ​ຢູ່ ແລະ​ອີກ​ອົງ​ໜຶ່ງ​ຍັງ​ບໍ່ໄດ້​ສະເດັດ​ມາ. ເມື່ອ​ສະເດັດ​ມາ​ແລ້ວ​ຈະ​ຕ້ອງ​ດຳລົງ​ຢູ່​ຊົ່ວ​ຂະນະ​ໜຶ່ງ. 11ສັດຮ້າຍ​ທີ່​ໄດ້​ເປັນ​ຢູ່​ໃນ​ຄາວກ່ອນ ແຕ່​ບັດນີ້​ບໍ່ໄດ້​ເປັນ​ຢູ່​ນັ້ນ ກໍ​ເປັນ​ອົງ​ທີ​ແປດ ແຕ່​ຍັງ​ເປັນ​ອົງ​ໜຶ່ງ​ໃນ​ເຈັດ​ອົງ​ນັ້ນ ແລະ​ຈະ​ໄປ​ສູ່​ຄວາມ​ຈິບຫາຍ.
12ເຂົາ​ທັງ​ສິບ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ ໄດ້​ແກ່​ກະສັດ​ສິບ​ອົງ ທີ່​ຍັງ​ບໍ່ໄດ້​ສະເຫວີຍ​ຣາຊສົມບັດ ແຕ່​ຈະ​ໄດ້​ຮັບ​ອຳນາດ​ເໝືອນ​ກະສັດ​ດ້ວຍ​ກັນ​ກັບ​ສັດຮ້າຍ​ນັ້ນ​ໜຶ່ງ​ຊົ່ວໂມງ. 13ກະສັດ​ທັງ​ສິບ​ອົງ​ນີ້​ມີ​ຈິດໃຈ​ຢ່າງ​ດຽວກັນ ແລະ​ພວກເຂົາ​ມອບ​ຣິດເດດ ແລະ​ຣິດອຳນາດ​ຂອງຕົນ​ໃຫ້​ແກ່​ສັດຮ້າຍ​ນັ້ນ. 14ກະສັດ​ທັງຫລາຍ​ນັ້ນ​ຈະ​ສູ້ຮົບ​ກັບ​ພຣະ​ເມສານ້ອຍ ແລະ​ພຣະ​ເມສານ້ອຍ​ຈະ​ມີ​ໄຊຊະນະ ເພາະວ່າ​ພຣະອົງ​ເປັນ​ອົງ​ພຣະຜູ້​ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ​ເປັນ​ມະຫາ​ກະສັດ​ເໜືອ​ກະສັດ​ທັງຫລາຍ ຝ່າຍ​ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ ເປັນ​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ເອົາ​ແລະ​ຊົງ​ເລືອກ​ໄວ້ ກັບ​ທັງ​ເປັນ​ຜູ້​ສັດຊື່ ກໍ​ຈະ​ມີໄຊ​ດ້ວຍ​ກັນ​ກັບ​ພຣະອົງ.”
15ເທວະດາ​ຕົນ​ນັ້ນ ຍັງ​ເວົ້າ​ຕໍ່​ຂ້າພະເຈົ້າ​ອີກ​ວ່າ, “ແມ່ນໍ້າ​ທັງຫລາຍ​ທີ່​ທ່ານ​ໄດ້​ເຫັນ ຊຶ່ງ​ເປັນ​ບ່ອນ​ທີ່​ຍິງໂສເພນີ​ນັ່ງ​ຢູ່​ນັ້ນ ໄດ້​ແກ່​ບັນດາ​ຊົນຊາດ ປະຊາຊົນ​ທັງຫລາຍ ບັນດາ​ປະຊາຊາດ ແລະ​ພາສາ​ຕ່າງໆ. 16ເຂົາ​ທັງ​ສິບ​ກັບ​ສັດຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ, ຈະ​ພາກັນ​ກຽດຊັງ​ຍິງໂສເພນີ ຈະ​ເຮັດ​ໃຫ້​ມັນ​ຂາດ​ມິດ​ສະຫາຍ​ແລະ​ເປືອຍກາຍ ຈະ​ກັດ​ກິນ​ຊີ້ນ​ແລະ​ຈະ​ເອົາ​ໄຟ​ເຜົາ​ມັນ​ເສຍ. 17ດ້ວຍວ່າ ພຣະເຈົ້າ​ໄດ້​ດົນໃຈ​ໃຫ້​ພວກເຂົາ​ປະຕິບັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ ໂດຍ​ໃຫ້​ພວກເຂົາ​ມີ​ຄວາມ​ຄິດ​ຢ່າງ​ດຽວກັນ ແລະ​ໄດ້​ມອບ​ອານາຈັກ​ຂອງ​ພວກເຂົາ​ໃຫ້​ແກ່​ສັດຮ້າຍ​ນັ້ນ ເພື່ອ​ປົກຄອງ​ຈົນກວ່າ​ຈະ​ສຳເລັດ ຕາມ​ພຣະທຳ​ຂອງ​ພຣະເຈົ້າ.
18ຍິງ​ທີ່​ທ່ານ​ເຫັນ​ນັ້ນ ໄດ້​ແກ່​ມະຫາ​ນະຄອນ​ທີ່​ມີ​ອຳນາດ​ເໜືອ​ບັນດາ​ກະສັດ​ທັງຫລາຍ ທົ່ວ​ແຜ່ນດິນ​ໂລກ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy