ມາຣະໂກ 1
1
ການປະກາດຂອງໂຢຮັນບັບຕິສະໂຕ
(ມທ 3:1-12; ລກ 3:1-18; ຢຮ 1:19-28)
1ນີ້ແມ່ນຂ່າວປະເສີດເລື່ອງພຣະເຢຊູຄຣິດເຈົ້າ ພຣະບຸດຂອງພຣະເຈົ້າ 2ເລີ່ມຕົ້ນຕາມທີ່ພຣະເຈົ້າໄດ້ກ່າວໃຫ້ຜູ້ທຳນວາຍເອຊາຢາໄດ້ຂຽນໄວ້ດັ່ງນີ້:
“ເຮົາຈະໃຊ້ຜູ້ນຳຂ່າວຂອງເຮົາ
ໄປກ່ອນໜ້າທ່ານ.
ເພື່ອໄຂຫົນທາງໄວ້ສຳລັບທ່ານ.”
3 “ແມ່ນສຽງຂອງຄົນໜຶ່ງທີ່ຮ້ອງປະກາດ
ໃນຖິ່ນແຫ້ງແລ້ງກັນດານ
ວ່າ, ‘ຈົ່ງຈັດຕຽມຫົນທາງສຳລັບ
ອົງພຣະຜູ້ເປັນເຈົ້າ,
ຄືເຮັດທາງໃຫ້ຊື່ສຳລັບພຣະອົງ
ຈະເດີນໄປ.”’
4ສະນັ້ນ ໂຢຮັນບັບຕິສະໂຕຈຶ່ງໄດ້ປາກົດຕົວໃນຖິ່ນແຫ້ງແລ້ງກັນດານ ໂດຍໃຫ້ຮັບບັບຕິສະມາ ແລະປະກາດ. “ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ແລະຮັບບັບຕິສະມາ ແລ້ວພຣະເຈົ້າກໍຈະອະໄພການບາບໃຫ້ທ່ານ.” 5ປະຊາຊົນຢ່າງຫລວງຫລາຍຈາກແຂວງຢູດາຍ ແລະຈາກນະຄອນເຢຣູຊາເລັມໄດ້ອອກໄປຫາໂຢຮັນ, ພວກເຂົາໄດ້ສາລະພາບການບາບຂອງພວກຕົນ ແລະໂຢຮັນກໍໃຫ້ພວກເຂົາຮັບບັບຕິສະມາໃນແມ່ນໍ້າຈໍແດນ.
6ໂຢຮັນນຸ່ງເຄື່ອງທີ່ເຮັດດ້ວຍຂົນອູດ ໃສ່ສາຍໜັງຮັດແອວ ແລະກິນຕັກແຕນກັບນໍ້າເຜິ້ງປ່າເປັນອາຫານ. 7ເພິ່ນໄດ້ປະກາດແກ່ປະຊາຊົນວ່າ, “ຜູ້ທີ່ຈະມາພາຍຫລັງເຮົາ ກໍຍິ່ງໃຫຍ່ກວ່າເຮົາ ຊຶ່ງເຮົາບໍ່ສົມຄວນທີ່ຈະກົ້ມລົງແກ້ ແມ່ນແຕ່ສາຍຮັດເກີບຂອງເພິ່ນ. 8ຝ່າຍເຮົາໃຫ້ເຈົ້າທັງຫລາຍຮັບບັບຕິສະມາໃນນໍ້າ ແຕ່ເພິ່ນຜູ້ນັ້ນຈະໃຫ້ເຈົ້າທັງຫລາຍຮັບບັບຕິສະມາ ດ້ວຍພຣະວິນຍານບໍຣິສຸດເຈົ້າ.”
ພຣະເຢຊູເຈົ້າຮັບບັບຕິສະມາ
(ມທ 3:13; ລກ 3:21-22)
9ຕໍ່ຈາກນັ້ນມາບໍ່ດົນ ພຣະເຢຊູເຈົ້າໄດ້ຈາກໝູ່ບ້ານນາຊາເຣັດໃນແຂວງຄາລີເລ ແລະຮັບບັບຕິສະມາຈາກໂຢຮັນໃນແມ່ນໍ້າຈໍແດນ. 10ໃນເວລາທີ່ພຣະເຢຊູເຈົ້າຂຶ້ນຈາກນໍ້ານັ້ນ ພຣະອົງເງີຍໜ້າສູ່ທ້ອງຟ້າໄດ້ເຫັນຟ້າສະຫວັນເປີດອອກ ແລະມີພຣະວິນຍານເໝືອນນົກເຂົາລົງມາຢູ່ເທິງພຣະອົງ. 11ແລະ ໄດ້ມີສຽງໜຶ່ງດັງອອກມາຈາກທ້ອງຟ້າວ່າ, “ທ່ານເປັນບຸດທີ່ຮັກຂອງເຮົາ, ເຮົາພໍໃຈໃນທ່ານຫລາຍ.”
ມານທົດລອງພຣະເຢຊູເຈົ້າ
(ມທ 4:1-11; ລກ 4:1-13)
12ໃນທັນໃດນັ້ນ ພຣະວິນຍານໄດ້ພາພຣະອົງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, 13ບ່ອນທີ່ພຣະອົງຖືກມານຊາຕານທົດລອງເປັນເວລາສີ່ສິບວັນ ພຣະອົງຢູ່ທ່າມກາງເຫຼົ່າສັດຮ້າຍ, ແຕ່ມີພວກເທວະດາໄດ້ມາບົວລະບັດພຣະອົງ.
ພຣະເຢຊູເຈົ້າຊົງເອີ້ນເອົາຊາວຫາປາສີ່ຄົນ
(ມທ 4:12-22; ລກ 4:14-15; 5:1-11)
14ຫລັງຈາກໂຢຮັນຖືກຈັບໃສ່ຄຸກແລ້ວ ພຣະເຢຊູເຈົ້າໄດ້ໄປປະກາດຂ່າວປະເສີດຂອງພຣະເຈົ້າທີ່ແຂວງຄາລີເລ. 15ພຣະອົງກ່າວວ່າ, “ເວລາທີ່ໄດ້ກຳນົດໄວ້ມາເຖິງແລ້ວ ແລະຣາຊອານາຈັກຂອງພຣະເຈົ້າກໍມາໃກ້ແລ້ວ ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ແລະເຊື່ອໃນຂ່າວປະເສີດ.”
16ໃນຂະນະທີ່ພຣະເຢຊູເຈົ້າກຳລັງຍ່າງໄປຕາມແຄມທະເລສາບຄາລີເລນັ້ນ ພຣະອົງໄດ້ເຫັນຊີໂມນ ແລະ ອັນເດອານ້ອງຊາຍຂອງຊີໂມນກຳລັງໃຊ້ມອງຫາປາຢູ່. 17ພຣະເຢຊູເຈົ້າຊົງກ່າວແກ່ພວກເພິ່ນວ່າ, “ຈົ່ງຕາມເຮົາມາ ແລະເຮົາຈະບັນດານພວກເຈົ້າໃຫ້ເປັນຜູ້ຫາຄົນແທນຫາປາ.” 18ໃນທັນໃດນັ້ນ ຊາຍທັງສອງກໍປະມອງຂອງຕົນ ແລະຕິດຕາມພຣະອົງໄປ.
19ເມື່ອພຣະອົງເດີນທາງໄປອີກໜ້ອຍໜຶ່ງ ພຣະອົງກໍເຫັນຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງຕົນ ພວກເພິ່ນເປັນລູກຊາຍຂອງເຊເບດາຍ ສອງຄົນນີ້ກຳລັງແປງມອງຂອງຕົນຢູ່ໃນເຮືອ. 20ພໍພຣະເຢຊູເຈົ້າເຫັນຈຶ່ງເອີ້ນເອົາພວກເພິ່ນ ຊາຍທັງສອງຈຶ່ງປະພໍ່ຂອງຕົນ ຄືເຊເບດາຍກັບລູກຈ້າງໄວ້ໃນເຮືອ ແລະໄປກັບພຣະອົງ.
ຊາຍຄົນໜຶ່ງທີ່ຜີຊົ່ວຮ້າຍສິງຢູ່
(ລກ 4:31-37)
21ພຣະເຢຊູເຈົ້າກັບບັນດາສາວົກຂອງພຣະອົງ ໄດ້ມາທີ່ເມືອງກາເປນາອູມ ແລະເຖິງວັນຊະບາໂຕ ພຣະອົງໄດ້ເຂົ້າໄປໃນທຳມະສາລາ ແລະໄດ້ຕັ້ງຕົ້ນສັ່ງສອນ. 22ປະຊາຊົນທີ່ໄດ້ຍິນຕ່າງກໍປະຫລາດໃຈໃນຄຳສອນຂອງພຣະອົງ ພຣະອົງໄດ້ສັ່ງສອນດ້ວຍສິດອຳນາດບໍ່ເໝືອນພວກທຳມະຈານ.
23ໃນຂະນະນັ້ນ ມີຊາຍຄົນໜຶ່ງໃນທຳມະສາລາຂອງພວກເຂົາທີ່ມີຜີຊົ່ວຮ້າຍສິງຢູ່ ແລະລາວໄດ້ຮ້ອງຂຶ້ນວ່າ, 24“ເຢຊູໄທນາຊາເຣັດເອີຍ ທ່ານມາຫຍຸ້ງກ່ຽວນຳພວກເຮົາເຮັດຫຍັງ? ທ່ານມາທີ່ນີ້ເພື່ອທຳລາຍພວກເຮົາບໍ? ພວກເຮົາຮູ້ແລ້ວວ່າທ່ານເປັນຜູ້ໃດ ກໍເປັນຜູ້ບໍຣິສຸດຂອງພຣະເຈົ້າ.”
25ພຣະເຢຊູເຈົ້າສັ່ງຜີຊົ່ວຮ້າຍນັ້ນວ່າ, “ມິດແມ ແລະອອກຈາກຊາຍຄົນນີ້ສາ.”
26ຜີຊົ່ວຮ້າຍໄດ້ເຮັດໃຫ້ລາວຊັກດິ້ນຢ່າງແຮງ ຮ້ອງສຽງດັງ ແລະມັນກໍອອກໄປຈາກລາວ. 27ປະຊາຊົນທຸກຄົນຕ່າງກໍງຶດປະຫລາດໃຈ ແລະເວົ້າກັນວ່າ, “ນີ້ແມ່ນຫຍັງ? ຄຳສັ່ງສອນໃໝ່ມີສິດອຳນາດແທ້ ເພາະທ່ານຜູ້ນີ້ສັ່ງຜີຊົ່ວຮ້າຍ ແລະມັນກໍຍອມຟັງຄວາມເພິ່ນ.”
28ດັ່ງນັ້ນ ຊື່ສຽງຂອງພຣະເຢຊູເຈົ້າຈຶ່ງຊ່າລືໄປທົ່ວທຸກທີ່ທຸກບ່ອນໃນແຂວງຄາລີເລ.
ພຣະເຢຊູເຈົ້າຊົງໂຜດຫລາຍຄົນໃຫ້ດີພະຍາດ.
(ມທ 8:14-17; ລກ 4:38-41)
29ໃນຂະນະນັ້ນ ພຣະເຢຊູເຈົ້າກໍອອກຈາກທຳມະສາລາພ້ອມກັບຢາໂກໂບ ແລະ ໂຢຮັນໄປທີ່ເຮືອນຂອງຊີໂມນ ແລະ ອັນເດອາ. 30ແມ່ເມຍຂອງຊີໂມນນອນຢູ່ ເພາະວ່ານາງເປັນໄຂ້ ພໍພຣະເຢຊູເຈົ້າມາຮອດ ເຂົາຈຶ່ງບອກເລື່ອງຂອງນາງໃຫ້ພຣະອົງຮູ້. 31ພຣະອົງຈຶ່ງໄປຫາ ແລະຈັບມືນາງໃຫ້ລຸກຂຶ້ນ ໃນທັນໃດນັ້ນ ໄຂ້ກໍຫາຍ ແລະນາງກໍຄອຍບົວລະບັດຮັບໃຊ້ພຣະອົງແລະພວກສາວົກ.
32ເມື່ອຍາມແລງພໍຕາເວັນຕົກດິນ ປະຊາຊົນກໍພາທຸກຄົນທີ່ເຈັບປ່ວຍ ແລະມີຜີມານຮ້າຍສິງມາຫາພຣະເຢຊູເຈົ້າ. 33ປະຊາຊົນໃນເມືອງທັງໝົດໄດ້ມາອັ່ງອໍກັນຢູ່ປະຕູເຮືອນ. 34ພຣະເຢຊູເຈົ້າໄດ້ຊົງໂຜດຫລາຍຄົນ ທີ່ເຈັບໄຂ້ໄດ້ປ່ວຍດ້ວຍພະຍາດທຸກຊະນິດໃຫ້ຫາຍດີ ແລະຂັບໄລ່ຜີມານຮ້າຍຫລາຍໂຕອອກໄປ ພຣະອົງບໍ່ອະນຸຍາດໃຫ້ຜີມານຮ້າຍທັງຫລາຍເວົ້າຫຍັງຈັກຄຳ ເພາະພວກມັນຮູ້ວ່າພຣະອົງເປັນຜູ້ໃດ.
ພຣະເຢຊູເຈົ້າຊົງເທດສະໜາໃນແຂວງຄາລີເລ
(ລກ 4:42-44)
35ເຊົ້າວັນໃໝ່ເວລາຍັງມືດຢູ່ ພຣະເຢຊູເຈົ້າໄດ້ລຸກຂຶ້ນ ແລະໄປຍັງສະຖານທີ່ງຽບສະຫງັດ ແລ້ວພາວັນນາອະທິຖານຢູ່ທີ່ນັ້ນ. 36ແຕ່ຊີໂມນກັບເພື່ອນທີ່ຢູ່ນຳກັນ ໄດ້ອອກໄປຊອກຫາພຣະອົງ, 37ເມື່ອພົບແລ້ວພວກເພິ່ນກໍເວົ້າວ່າ, “ທຸກຄົນກຳລັງຊອກຫາທ່ານຢູ່.”
38ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ໃຫ້ພວກເຮົາໄປບ່ອນອື່ນທີ່ເມືອງໃກ້ຄຽງ, ເພື່ອເຮົາຈະປະກາດຂ່າວປະເສີດໃຫ້ປະຊາຊົນໃນທີ່ເຫຼົ່ານັ້ນດ້ວຍ, ເຮົາໄດ້ມາກໍເພື່ອຈະກະທຳການນີ້ແຫຼະ.”
39ດັ່ງນັ້ນ ພຣະອົງຈຶ່ງໄດ້ໄປທົ່ວແຂວງຄາລີເລໄດ້ສັ່ງສອນໃນທຳມະສາລາ ແລະຂັບໄລ່ພວກຜີມານຮ້າຍທັງຫລາຍໃຫ້ອອກໄປ.
ພຣະເຢຊູເຈົ້າຊົງໂຜດຊາຍຄົນໜຶ່ງ
(ມທ 8:1-4; ລກ 5:12-16)
40ມີຊາຍຄົນໜຶ່ງທີ່ເປັນພະຍາດຂີ້ທູດ ມາຫາພຣະເຢຊູເຈົ້າເພື່ອຂໍໃຫ້ພຣະອົງຊ່ວຍ, ລາວຄຸເຂົ່າລົງຕໍ່ໜ້າພຣະອົງແລ້ວເວົ້າວ່າ, “ຖ້າທ່ານພໍໃຈ ກໍຈະເຮັດໃຫ້ຂ້ານ້ອຍສະອາດດີໄດ້.”
41ພຣະເຢຊູເຈົ້າມີໃຈສົງສານຄົນນັ້ນ ຈຶ່ງເດ່ມືອອກໄປແຕະຕ້ອງລາວໂດຍກ່າວວ່າ, “ເຮົາພໍໃຈແລ້ວ ຈົ່ງດີສະອາດສາ.” 42ໃນທັນໃດນັ້ນ ພະຍາດຂີ້ທູດກໍຫາຍໄປຈາກຊາຍຄົນນີ້ ແລະລາວຈຶ່ງດີສະອາດ. 43ແລ້ວພຣະເຢຊູເຈົ້າກໍເຕືອນລາວຢ່າງເຂັ້ມງວດ ແລະບອກລາວໃຫ້ໜີໄປໃນທັນທີທັນໃດ 44ໂດຍສັ່ງໃຫ້ລາວວ່າ, “ຢ່າບອກເລື່ອງນີ້ສູ່ຜູ້ໃດຟັງເປັນອັນຂາດ ແຕ່ຈົ່ງໄປຫາປະໂຣຫິດເພື່ອໃຫ້ເພິ່ນກວດເບິ່ງເຈົ້າວ່າດີສະອາດແລ້ວ ຕໍ່ຈາກນັ້ນໃຫ້ເຈົ້າຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້ ເພື່ອເປັນຫຼັກຖານຢັ້ງຢືນວ່າ ເຈົ້າດີສະອາດແລ້ວ.”
45ແຕ່ຊາຍຄົນນີ້ພໍຈາກໄປແລ້ວ ລາວກໍປະກາດຂ່າວນີ້ໃຫ້ຊ່າລືໄປທົ່ວທຸກບ່ອນ. ຍ້ອນຂ່າວນີ້ ພຣະເຢຊູເຈົ້າຈຶ່ງບໍ່ອາດເຂົ້າໃນເມືອງໄດ້ຢ່າງເປີດເຜີຍອີກຕໍ່ໄປ, ແຕ່ພຣະອົງໄດ້ໄປອາໄສຢູ່ນອກເມືອງ ໃນບ່ອນປ່ຽວ ເຖິງປານນັ້ນ ກໍຍັງມີຄົນຈາກທຸກທີ່ທຸກບ່ອນມາຫາພຣະອົງ.
Currently Selected:
ມາຣະໂກ 1: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.