ລູກາ 19
19
ພຣະເຢຊູເຈົ້າກັບຊັກຂ່າຍ
1ຕໍ່ມາ ຫລັງຈາກພຣະເຢຊູເຈົ້າໄດ້ເຂົ້າໄປໃນເມືອງເຢຣີໂກ ແລະຜ່ານຕົວເມືອງໄປ. 2ຢູ່ທີ່ນັ້ນມີຊາຍຄົນໜຶ່ງຊື່ວ່າ ຊັກຂ່າຍ ລາວເປັນນາຍດ່ານພາສີ ແລະເປັນຄົນຮັ່ງມີ. 3ຊັກຂ່າຍຢາກຈະເຫັນພຣະເຢຊູເຈົ້າວ່າເປັນຄົນແນວໃດ ແຕ່ລາວບໍ່ສາມາດເຫັນໄດ້ ເພາະຕົນເປັນຄົນເຕ້ຍ ແລະປະຊາຊົນກໍໜາແໜ້ນ. 4ດັ່ງນັ້ນ ຊັກຂ່າຍຈຶ່ງແລ່ນລັດໜ້າປະຊາຊົນໄປ ແລະປີນຂຶ້ນຕົ້ນຊຸກະໂມນເພື່ອຈະເຫັນພຣະອົງ ເພາະພຣະອົງກຳລັງຈະສະເດັດຜ່ານໄປທາງນັ້ນ. 5ເມື່ອພຣະເຢຊູເຈົ້າມາເຖິງບ່ອນນັ້ນ ພຣະອົງກໍແຫງນໜ້າເບິ່ງຊັກຂ່າຍ ແລະກ່າວແກ່ລາວວ່າ, “ຊັກຂ່າຍເອີຍ ຮີບລົງມາ ເພາະວັນນີ້ເຮົາຕ້ອງພັກຢູ່ທີ່ເຮືອນຂອງເຈົ້າ.”
6ຝ່າຍຊັກຂ່າຍກໍຟ້າວລົງມາ ແລະຕ້ອນຮັບພຣະອົງດ້ວຍຄວາມຊົມຊື່ນຍິນດີ. 7ເມື່ອປະຊາຊົນທັງໝົດເຫັນດັ່ງນັ້ນ, ແລ້ວຕ່າງກໍເລີ່ມຈົ່ມວ່າ, “ເປັນຫຍັງທ່ານຜູ້ນີ້ ຈຶ່ງໄປພັກຢູ່ໃນເຮືອນຂອງຄົນນອກສິນທຳ.”
8ແລ້ວຊັກຂ່າຍກໍລຸກຂຶ້ນເວົ້າກັບອົງພຣະຜູ້ເປັນເຈົ້າວ່າ, “ພຣະອົງເຈົ້າ ພຣະອົງເຈົ້າເອີຍ, ເບິ່ງແມ! ຂ້ານ້ອຍຂໍມອບເຂົ້າຂອງທີ່ມີຢູ່ ໃຫ້ແກ່ຄົນຍາກຈົນເຄິ່ງໜຶ່ງ ແລະຖ້າຂ້ານ້ອຍໄດ້ສໍ້ໂກງຜູ້ໃດ ຂ້ານ້ອຍກໍຂໍສົ່ງຄືນໃຫ້ລາວສີ່ເທົ່າ.”
9ພຣະເຢຊູເຈົ້າໄດ້ກ່າວແກ່ຊັກຂ່າຍວ່າ, “ໃນວັນນີ້ ຄວາມພົ້ນມາເຖິງເຮືອນຫລັງນີ້ແລ້ວ ເພາະຄົນນີ້ເປັນລູກຫລານຂອງອັບຣາຮາມເໝືອນກັນ. 10ດ້ວຍວ່າ, ບຸດມະນຸດໄດ້ມາເພື່ອຊອກຫາ ແລະໂຜດເອົາຄົນທີ່ຫລົງເສຍໄປແລ້ວນັ້ນໃຫ້ລອດພົ້ນ.”
ຄຳອຸປະມາເລື່ອງເງິນຫລຽນ
(ມທ 25:14-30)
11ເມື່ອປະຊາຊົນກຳລັງຕັ້ງໃຈຟັງຢູ່ນັ້ນ ພຣະອົງກໍຊົງກ່າວຄຳອຸປະມາຕື່ມອີກເລື່ອງໜຶ່ງສູ່ພວກເຂົາຟັງ ເພາະພຣະອົງເກືອບຈະເຖິງນະຄອນເຢຣູຊາເລັມແລ້ວ ແລະເພາະພວກເຂົາກໍຄິດເອົາເອງວ່າ ອານາຈັກຂອງພຣະເຈົ້າ ໃກ້ຈະປາກົດຂຶ້ນໃນໄວໆນີ້. 12ດັ່ງນັ້ນ ພຣະອົງຊົງກ່າວວ່າ, “ຍັງມີເຈົ້ານາຍຜູ້ໜຶ່ງ ກຳລັງຈະອອກໄປແດນໄກ ເພື່ອໄປຮັບເອົາຣາຊແຜ່ນດິນອັນໜຶ່ງ ແລ້ວຈຶ່ງຈະກັບຄືນມາ. 13ກ່ອນຈາກໄປ ເພິ່ນໄດ້ເອີ້ນຄົນຮັບໃຊ້ສິບຄົນຂອງຕົນມາຫາ ແລ້ວມອບເງິນຫລຽນໃຫ້ພວກເຂົາທັງສັ່ງວ່າ, ‘ຈົ່ງເອົາເງິນນີ້ໄປຄ້າຫາກຳໄລ ຈົນກວ່າເຮົາກັບມາ.’ 14ແຕ່ປະຊາຊົນໃນບ້ານເມືອງຂອງເພິ່ນຊັງເພິ່ນ ຈຶ່ງໃຊ້ຄະນະຜູ້ຕາງໜ້າໄປຫາເພິ່ນ ເພື່ອບອກວ່າ, ‘ພວກເຮົາບໍ່ຕ້ອງການຊາຍຄົນນີ້ ໃຫ້ເປັນຜູ້ປົກຄອງຂອງພວກເຮົາ.’
15ຕໍ່ມາ ເມື່ອເພິ່ນໄດ້ຮັບອຳນາດປົກຄອງແຜ່ນດິນແລ້ວ ເພິ່ນກໍກັບຄືນມາ ເພິ່ນໄດ້ສັ່ງໃຫ້ບັນດາຄົນຮັບໃຊ້ມາຢືນຢູ່ຕໍ່ໜ້າເພິ່ນ ເພື່ອຈະໄດ້ຮູ້ວ່າ ພວກເຂົາເຮັດການຄ້າໄດ້ກຳໄລໜ້ອຍຫລາຍເທົ່າໃດ. 16ຜູ້ທີໜຶ່ງເຂົ້າມາລາຍງານວ່າ, ‘ພຣະອົງເຈົ້າເອີຍ ຂ້ານ້ອຍໄດ້ເງິນໜຶ່ງຫລຽນຈາກທ່ານໄດ້ກຳໄລເພີ່ມສິບຫລຽນ.’ 17ເພິ່ນກ່າວວ່າ, ‘ດີຫລາຍ ເຈົ້າເປັນຄົນຮັບໃຊ້ທີ່ດີ ເມື່ອເຈົ້າສັດຊື່ໃນຂອງເລັກນ້ອຍ ເຮົາຈະໃຫ້ເຈົ້າປົກຄອງສິບເມືອງ.’ 18ຜູ້ທີສອງເຂົ້າມາລາຍງານວ່າ, ‘ພຣະອົງເຈົ້າເອີຍ ຂ້ານ້ອຍໄດ້ເງິນໜຶ່ງຫລຽນຈາກທ່ານ ໄດ້ກຳໄລເພີ່ມຫ້າຫລຽນ.’ 19ເພິ່ນກ່າວແກ່ຄົນນີ້ຄືກັນວ່າ, ‘ເຈົ້າຈະໄດ້ປົກຄອງຫ້າເມືອງ.’
20ອີກຄົນໜຶ່ງເຂົ້າມາລາຍງານວ່າ, ‘ພຣະອົງເຈົ້າເອີຍ ນີ້ເດເງິນຫລຽນຂອງທ່ານ ຂ້ານ້ອຍໄດ້ເອົາຜ້າແພມົນຫໍ່ມ້ຽນໄວ້. 21ເພາະຂ້ານ້ອຍຢ້ານວ່າທ່ານເປັນຄົນເຂັ້ມງວດ, ທ່ານເຄີຍເກັບເອົາສິ່ງທີ່ບໍ່ໄດ້ຝາກໄວ້ ແລະເກັບກ່ຽວເອົາສິ່ງທີ່ທ່ານບໍ່ໄດ້ປູກ.’ 22ເພິ່ນຕອບລາວວ່າ, ‘ອ້າຍຄົນຮັບໃຊ້ທີ່ຊົ່ວຊ້າເອີຍ ເຮົາຈະລົງໂທດເຈົ້າດ້ວຍຄຳເວົ້າຂອງເຈົ້າເອງ ເມື່ອເຈົ້າຮູ້ວ່າ, ເຮົາເປັນຄົນເຂັ້ມງວດ ເອົາສິ່ງທີ່ເຮົາບໍ່ໄດ້ຝາກໄວ້ ແລະເກັບກ່ຽວເອົາສິ່ງທີ່ເຮົາບໍ່ໄດ້ປູກ. 23ຖ້າດັ່ງນັ້ນ ເປັນຫຍັງເຈົ້າຈຶ່ງບໍ່ເອົາເງິນຂອງເຮົາໄປຝາກໄວ້ກັບທະນາຄານ? ແລ້ວເມື່ອເຮົາກັບມາ ເຮົາກໍຈະໄດ້ເງິນຄືນພ້ອມດ້ວຍດອກເບ້ຍ.’
24ແລ້ວເພິ່ນກໍກ່າວແກ່ຄົນທີ່ຢືນຢູ່ຫັ້ນວ່າ, ‘ຈົ່ງເອົາເງິນໄປຈາກມັນ ແລະມອບໃຫ້ຜູ້ທີ່ມີສິບຫລຽນນັ້ນ.’ 25ແຕ່ພວກເຂົາເວົ້າກັບເພິ່ນວ່າ, ‘ພຣະອົງເຈົ້າເອີຍ ລາວມີສິບຫລຽນແລ້ວເດ’ 26ເຮົາບອກເຈົ້າທັງຫລາຍວ່າ, ‘ທຸກຄົນທີ່ມີຢູ່ແລ້ວ ກໍຈະໄດ້ຮັບຫລາຍເພີ່ມຂຶ້ນອີກ, ແຕ່ຜູ້ທີ່ບໍ່ມີຫຍັງເລີຍນັ້ນ ແມ່ນແຕ່ສິ່ງທີ່ຕົນມີຢູ່ແລ້ວເລັກນ້ອຍ ກໍຈະຖືກເອົາໄປເສຍຈາກລາວ. 27ຝ່າຍພວກສັດຕູຂອງເຮົາ ທີ່ບໍ່ຢາກໃຫ້ເຮົາປົກຄອງພວກເຂົານັ້ນ ຈົ່ງພາພວກເຂົາມາທີ່ນີ້ ແລະຂ້າພວກເຂົາເສຍຕໍ່ໜ້າເຮົາ.”’
ພຣະເຢຊູເຈົ້າສະເດັດເຂົ້ານະຄອນເຢຣູຊາເລັມຢ່າງມີໄຊ
(ມທ 21:1-11; ມຣກ 11:1-11; ຢຮ 12:12-19)
28ຫລັງຈາກທີ່ພຣະເຢຊູເຈົ້າ ກ່າວຄຳເຫຼົ່ານີ້ຈົບແລ້ວ ພຣະອົງກໍຍ່າງອອກໜ້າພວກເຂົາໄປສູ່ນະຄອນເຢຣູຊາເລັມ. 29ພໍພຣະອົງມາໃກ້ບ້ານເບັດຟາເຄ ແລະບ້ານເບັດທານີທີ່ພູເຂົາໝາກກອກເທດ ພຣະອົງກໍໃຊ້ສາວົກສອງຄົນລ່ວງໜ້າໄປກ່ອນ 30ໂດຍຊົງສັ່ງວ່າ, “ຈົ່ງເຂົ້າໄປໃນບ້ານຂ້າງໜ້າພວກເຈົ້ານັ້ນ ພໍເຂົ້າໄປແລ້ວພວກເຈົ້າຈະພົບລໍນ້ອຍໂຕໜຶ່ງທີ່ເຂົາມັດໄວ້ ລໍນ້ອຍໂຕນີ້ຍັງບໍ່ມີຜູ້ໃດໄດ້ຂີ່ຈັກເທື່ອ ຈົ່ງແກ້ເອົາລໍໂຕນັ້ນ ແລະຈູງມັນມາບ່ອນນີ້. 31ຖ້າມີຜູ້ໃດຖາມວ່າ, ‘ແກ້ມັນໄປເຮັດຫຍັງ?’ ຈົ່ງຕອບວ່າ, ‘ອົງພຣະຜູ້ເປັນເຈົ້າ ຕ້ອງການ.”’
32ສາວົກທີ່ຖືກໃຊ້ໄປນັ້ນກໍອອກໄປ ແລະພົບທຸກຢ່າງຕາມທີ່ພຣະອົງໄດ້ບອກພວກເພິ່ນແລ້ວນັ້ນ. 33ຂະນະທີ່ພວກເພິ່ນກຳລັງແກ້ເອົາລໍນ້ອຍຢູ່ນັ້ນ ເຈົ້າຂອງລໍກໍຖາມວ່າ, “ພວກເຈົ້າແກ້ເອົາລໍນ້ອຍໄປເຮັດຫຍັງ?”
34ພວກເພິ່ນຕອບວ່າ, “ອົງພຣະຜູ້ເປັນເຈົ້າຕ້ອງການ.” 35ແລະ ພວກເພິ່ນກໍຈູງລໍມາຫາພຣະເຢຊູເຈົ້າ ແລ້ວພວກເພິ່ນກໍເອົາເສື້ອຊັ້ນນອກຂອງຕົນປົກຫລັງຂອງມັນ ແລະເຊີນໃຫ້ພຣະອົງຂຶ້ນຂີ່. 36ຂະນະທີ່ພຣະອົງຂີ່ໄປນັ້ນ ປະຊາຊົນກໍເອົາເສື້ອຊັ້ນນອກຂອງຕົນມາປູຕາມທາງຍ່າງ.
37ເມື່ອພຣະອົງມາໃກ້ນະຄອນເຢຣູຊາເລັມ ຕາມທາງທີ່ຈະລົງໄປຈາກພູເຂົາໝາກກອກເທດ ປະຊາຊົນທີ່ເປັນສາວົກຂອງພຣະອົງ ກໍເລີ່ມຊົມຊື່ນຍິນດີສັນລະເສີນພຣະເຈົ້າດ້ວຍສຽງດັງ ເພາະການອັດສະຈັນທັງໝົດທີ່ພວກເຂົາໄດ້ເຫັນນັ້ນ ໂດຍເວົ້າວ່າ, 38“ຂໍໃຫ້ກະສັດ ຜູ້ທີ່ສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ ຈົ່ງຊົງພຣະຈະເລີນ ສັນຕິສຸກຈົ່ງມີໃນສະຫວັນ ແລະພຣະຣັດສະໝີຈົ່ງມີໃນທີ່ສູງສຸດ.”
39ແລ້ວພວກຟາຣີຊາຍບາງຄົນໃນປະຊາຊົນ ກໍເວົ້າຕໍ່ພຣະອົງວ່າ, “ອາຈານເອີຍ ຈົ່ງສັ່ງພວກສາວົກຂອງທ່ານໃຫ້ມິດງຽບແດ່.”
40ພຣະອົງໄດ້ຕອບພວກເຂົາວ່າ, “ເຮົາບອກເຈົ້າທັງຫລາຍວ່າ ຖ້າຄົນເຫຼົ່ານີ້ມິດງຽບ ກ້ອນຫີນທັງຫລາຍກໍຈະຮ້ອງຂຶ້ນ.”
ພຣະເຢຊູເຈົ້າຊົງຮ້ອງໄຫ້ເຖິງນະຄອນເຢຣູຊາເລັມ
41ເມື່ອພຣະເຢຊູເຈົ້າສະເດັດມາໃກ້ ແລະເຫັນຕົວເມືອງແລ້ວ ພຣະອົງກໍຮ້ອງໄຫ້ເພາະສົງສານຕົວເມືອງ. 42ໂດຍຊົງກ່າວວ່າ, “ໃນວັນນີ້ ຖ້າເຈົ້າໄດ້ຮູ້ເຖິງສິ່ງທີ່ເຮັດໃຫ້ເຈົ້າມີສັນຕິສຸກກໍເປັນການດີ, ແຕ່ບັດນີ້ ສິ່ງເຫຼົ່ານັ້ນໄດ້ຖືກປິດບັງໄວ້ຈາກຕາຂອງເຈົ້າແລ້ວ. 43ດ້ວຍວ່າ, ເວລາຈະມາເຖິງ ເມື່ອສັດຕູຂອງເຈົ້າຈະຂຸດຄູອ້ອມເຈົ້າ ແລະຕັນເຈົ້າໄວ້ທຸກດ້ານ. 44ພວກເຂົາຈະທຳລາຍເຈົ້າ ແລະລູກທັງຫລາຍທີ່ຢູ່ນຳເຈົ້າໃຫ້ລົງພຽງດິນ. ພວກເຂົາຈະບໍ່ປະກ້ອນຫີນໃຫ້ຊ້ອນທັບກັນໄວ້ພາຍໃນເຈົ້າ ເພາະວ່າເຈົ້າບໍ່ຮູ້ເວລາທີ່ພຣະເຈົ້າໄດ້ມາຢ້ຽມຢາມເຈົ້າ.”
ພຣະເຢຊູເຈົ້າຊົງຊຳລະພຣະວິຫານ
(ມທ 21:12-17; ມຣກ 11:15-19; ຢຮ 2:13-22)
45ແລ້ວພຣະອົງໄດ້ເຂົ້າໄປໃນພຣະວິຫານ ແລະເລີ່ມຂັບໄລ່ບັນດາຄົນຊື້ຂາຍຢູ່ທີ່ນັ້ນອອກໄປ 46ໂດຍກ່າວແກ່ພວກເຂົາວ່າ, “ມີຄຳທີ່ຂຽນໄວ້ໃນພຣະຄຳພີວ່າ, ‘ພຣະວິຫານຂອງເຮົາຈະເປັນສະຖານທີ່ໄຫວ້ວອນ.’ ແຕ່ເຈົ້າທັງຫລາຍກັບເຮັດໃຫ້ເປັນຖໍ້າຂອງໂຈນ.”
47ແລ້ວພຣະອົງກໍສັ່ງສອນທຸກໆວັນຢູ່ໃນພຣະວິຫານ, ພວກຫົວໜ້າປະໂຣຫິດ, ພວກທຳມະຈານ ແລະບັນດາຜູ້ນຳປະຊາຊົນ, ຕ່າງກໍຊອກຫາໂອກາດທີ່ຈະຂ້າພຣະອົງເສຍ, 48ແຕ່ພວກເຂົາບໍ່ເຫັນຊ່ອງທາງທີ່ຈະເຮັດໄດ້ ເພາະປະຊາຊົນທັງຫລາຍໄດ້ຕິດພັນ ແລະຕັ້ງໃຈຟັງຄຳສັ່ງສອນຂອງພຣະອົງ.
Currently Selected:
ລູກາ 19: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.