YouVersion Logo
Search Icon

ເພງ^ຄໍ່າຄວນ 3

3
ຖືກ​ລົງໂທດ ກັບໃຈໃໝ່ ແລະ​ຄວາມຫວັງ
1ຂ້ອຍ​ຄື​ຜູ້ໜຶ່ງ​ທີ່​ຮູ້​ວ່າ​ຖືກ​ລຳບາກ​ເປັນ​ຢ່າງໃດ
ຖືກ​ລຳບາກ​ເພາະ​ພຣະເຈົ້າ​ໄດ້​ລົງໂທດ.
2ພຣະອົງ​ໄດ້​ຊຸກ​ຂ້ອຍ​ໃຫ້​ອອກໜ້າ​ຍ່າງ​ໄປ
ໃນ​ມືດ​ແຕ່​ບໍ່ແມ່ນ​ໃນແຈ້ງ
3ແລະ​ໄດ້​ຕົບຕີ​ຂ້ອຍ​ຫລາຍເທື່ອ​ຫລາຍທີ
ໂດຍ​ບໍ່ມີ​ຄວາມ​ເມດຕາປານີ​ຕໍ່​ຂ້ອຍ.
4ພຣະອົງ​ໄດ້​ໃຫ້​ເນື້ອໜັງ​ຂອງຂ້ອຍ​ເຖົ້າແກ່​ຂື້ນ
ກະດູກ​ທັງຫລາຍ​ຂອງ​ຂ້ອຍ ພຣະອົງ​ໄດ້​ຫັກ​ແຕກ​ໄປ.
5ພຣະອົງ​ໄດ້​ຂັງ​ຂ້ອຍ​ໄວ້​ໃນ
ບ່ອນ​ທີ່​ມີ​ຄວາມ​ລຳບາກ​ໜັກ​ແລະ​ຄວາມ​ເຈັບປວດ.
6ພຣະອົງ​ໄດ້​ບັງຄັບ​ຂ້ອຍ​ໃຫ້​ອາໄສ​ຢູ່​ໃນ​ບ່ອນ​ມືດ​ມິດ
ເໝືອນ​ຢ່າງ​ຄົນ​ທັງຫລາຍ​ທີ່​ໄດ້​ຕາຍ​ແຕ່​ດົນ​ແລ້ວ.
7ພຣະອົງ​ໄດ້​ເອົາ​ໂສ້​ລ່າມ​ຂ້ອຍ​ໄວ້​ເປັນ​ຢ່າງດີ
ເປັນ​ນັກໂທດ​ທີ່​ບໍ່ມີ​ຫວັງ​ປົບໜີໄປ​ໄດ້.
8ຂ້ອຍ​ຮ້ອງຫາ​ຜູ້​ຊ່ວຍເຫລືອ​ສຽງ​ດັງໆ
ແຕ່​ພຣະເຈົ້າ​ບໍ່​ຟັງ​ສຽງ​ຮ້ອງ​ຂອງຂ້ອຍ;
9ເມື່ອ​ຂ້ອຍ​ຍ່າງຍ້າຍ​ກໍ​ຍ່າງ​ໂຊເຊ​ໄປ
ຫັນໄປ​ທາງ​ໃດ​ກໍ​ມີ​ແຕ່​ກຳແພງ​ຫີນ​ຕັນ​ໄວ້.
10ພຣະອົງ​ໄດ້​ຄອຍຖ້າ​ຈັບ​ຂ້ອຍ​ດັ່ງ​ໂຕໝີ
ແລະ​ລີ້​ໂດດ​ຄຸບ​ໃສ່​ໂດຍ​ໄວ​ເໝືອນ​ສິງ​ໂຕໜຶ່ງ.
11ພຣະອົງ​ຕາມໄລ່​ຂ້ອຍ​ໃຫ້​ອອກ​ຈາກ​ຫົນທາງ
ຈີກ​ເນື້ອ​ເປັນ​ຕ່ອນໆ​ແລ້ວ​ກໍ​ປະຖິ້ມ​ຂ້ອຍ​ໄວ້.
12ພຣະອົງ​ກົ່ງໜ້າ​ທະນູ​ແລະ​ຍິງ​ລູກທະນູ​ຂອງ​ພຣະອົງ
ໃສ່​ຂ້ອຍ​ແລະ​ເຮັດ​ໃຫ້​ຂ້ອຍ​ເປັນ​ເປົ້າ​ລູກທະນູ​ນັ້ນ.
13ພຣະອົງ​ຍິງ​ໃສ່​ຖືກ​ໜ້າເອິກ​ຊອດ​ຫົວໃຈ
ດ້ວຍ​ລູກທະນູ​ຊຶ່ງ​ພຣະອົງ​ມີ​ໃນ​ບັ້ງ
14ຄົນ​ທັງຫລາຍ​ຫົວຂວັນ​ຂ້ອຍ​ຕະຫລອດ​ທັງວັນ
ຂ້ອຍ​ຈຶ່ງ​ເປັນ​ຕົວຕະຫລົກ​ໃຫ້​ພວກເຂົາ​ເວົ້າ​ເຍາະເຍີ້ຍ.
15ພຣະອົງ​ໃຫ້​ຈິດໃຈ​ຂ້ອຍ​ເຕັມ​ແຕ່​ຄວາມ​ຂົມຂື່ນ
ໃຫ້​ໂສກເສົ້າ​ຫງອຍເຫງົາ​ຕະຫລອດ​ເວລາ.
16ພຣະອົງ​ໄດ້​ເອົາ​ໜ້າ​ຂ້ອຍ​ຖູ​ໃສ່​ພື້ນດິນ
ແລະ​ໃຊ້​ກ້ອນຫີນ​ທຸບ​ແຂ້ວ​ຂ້ອຍ.
17ຈິດໃຈ​ຂ້ອຍ​ຂາດ​ສັນຕິສຸກ​ຈົນ​ຫລົງ​ລືມ​ໄປ​ວ່າ
ຄວາມສຸກ​ນັ້ນ​ເປັນ​ຢ່າງໃດ​ແທ້.
18ຂ້ອຍ​ບໍ່​ຄິດ​ວ່າ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ​ດົນນານ
ຄວາມຫວັງ​ໃນ​ພຣະເຈົ້າຢາເວ​ບໍ່ມີ​ສາ​ແລ້ວ.
19ເມື່ອ​ຄິດເຖິງ​ຄວາມ​ເຈັບປວດ​ທັງ​ຂາດ​ທີ່ພັກ​ອາໄສ
ຈິດໃຈ​ຂ້ອຍ​ກໍ​ເຕັມ​ດ້ວຍ​ຢາພິດ​ອັນ​ຂົມຂື່ນ;
20ຂ້ອຍ​ຄິດເຖິງ​ເລື່ອງນີ້​ຢ່າງ​ບໍ່​ສິ້ນສຸດ​ເປັນ
ແລະ​ຈິດວິນຍານ​ຂ້ອຍ​ກໍ​ໝອງເສົ້າ.
21ແຕ່​ວ່າ​ຂ້ອຍ​ນັ້ນ​ຍັງ​ມີ​ຄວາມຫວັງ
ເມື່ອ​ຂ້ອຍ​ຄິດເຖິງ​ວ່າ​ຍັງ​ມີ​ຢູ່​ສິ່ງ​ໜຶ່ງ:
22ຄວາມຮັກ​ຂອງ​ພຣະເຈົ້າຢາເວ​ອັນ​ບໍ່​ສິ້ນສຸດ​ເປັນ
ແລະ​ພຣະເມດຕາ​ກໍ​ຍັງ​ດຳລົງ​ຄົງ​ຢູ່
23ຊຶ່ງ​ທຸກໆເຊົ້າ​ກໍ​ສົດຊື່ນ​ເບີກບານ
ແລະ​ແນ່ນອນ​ເໝືອນ​ດັ່ງ​ຕາເວັນ​ຂຶ້ນ.
24ພຣະເຈົ້າຢາເວ​ເປັນ​ທຸກໆ​ສິ່ງ​ທີ່​ຂ້ອຍ​ມີ
ສະນັ້ນ ຂ້ອຍ​ຈຶ່ງ​ຝາກ​ຄວາມຫວັງ​ໄວ້​ໃນ​ພຣະເຈົ້າ.
25ພຣະເຈົ້າຢາເວ​ດີ​ຕໍ່​ທຸກໆຄົນ
ຄື​ຕໍ່​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະອົງ​ນັ້ນ.
26ສະນັ້ນ ຈຶ່ງ​ເປັນ​ສິ່ງ​ດີເລີດ​ທີ່​ຄອຍຖ້າ​ຢ່າງ​ອົດທົນ
ຄື​ຄອງຄອຍ​ພຣະເຈົ້າຢາເວ​ມາ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ
27ເປັນ​ການ​ດີເລີດ​ທີ່​ຮຽນຮູ້​ເອົາ​ຄວາມ​ອົດທົນ
ໃນ​ເວລາ​ທີ່​ພວກເຮົາ​ຍັງ​ໜຸ່ມແໜ້ນ​ຢູ່.
28ເມື່ອ​ພວກເຮົາ​ໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ
ກໍ​ຄວນ​ນັ່ງ​ຢູ່​ຄົນດຽວ​ອົດທົນ​ຢ່າງ​ມິດງຽບ;
29ພວກເຮົາ​ຄວນ​ກົ້ມຂາບ​ນອບນ້ອມ​ຍອມ​ຟັງ
ເພາະ​ຍັງ​ຫວັງ​ວ່າ​ຜູ້ໜຶ່ງ​ຈະ​ມາ​ຊ່ວຍ.
30ເຖິງ​ວ່າ​ພວກເຮົາ​ຖືກ​ຂ້ຽນ​ແລະ​ຫຍໍ້ຫຍັນ​ກໍຕາມ
ກໍ​ຄວນ​ຍອມຮັບ​ເອົາ​ທຸກໆສິ່ງ​ນັ້ນ.
31ອົງພຣະ​ຜູ້​ເປັນເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ
ແລະ​ຈະ​ບໍ່​ປະຖິ້ມ​ພວກເຮົາ​ໄປ​ຕະຫລອດ.
32ພຣະອົງ​ອາດ​ເຮັດ​ໃຫ້​ພວກເຮົາ​ໂສກເສົ້າ​ເສຍໃຈ
ແຕ່​ຄວາມຮັກ​ຂອງ​ພຣະອົງ​ກໍ​ໝັ້ນຄົງ​ແນ່ແທ້.
33ພຣະອົງ​ບໍ່​ພໍໃຈ​ທີ່​ໄດ້​ເຮັດ​ໃຫ້​ພວກເຮົາ​ເສຍໃຈ
ຫລື​ໃຫ້​ພວກເຮົາ​ໄດ້​ເຈັບປວດ​ແລະ​ໂສກເສົ້າ.
34ເມື່ອ​ຈິດວິນຍານ​ຂອງ​ພວກເຮົາ​ເຈັບປວດ
ເພາະ​ຖືກ​ຢຽບຢໍ່າ​ຢູ່​ໃນ​ຄຸກ​ມືດ;
35ເມື່ອ​ຄົນອື່ນ​ບໍ່​ຍອມ​ຮັບ​ເອົາ​ສິດ
ທີ່​ພຣະອົງ​ໂຜດ​ປະທານ​ໃຫ້​ພວກເຮົາ​ນັ້ນ.
36ເມື່ອ​ຄວາມ​ຍຸດຕິທຳ​ຖືກ​ໃຊ້​ໃນ​ທາງ​ຜິດ​ທີ່​ສານ
ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ກໍ​ຮູ້.
37ບໍ່ມີ​ຜູ້ໃດ​ເຮັດ​ສິ່ງໜຶ່ງ​ສິ່ງໃດ​ໄດ້​ເລີຍ
ຖ້າ​ອົງພຣະ​ຜູ້​ເປັນເຈົ້າ​ເອງ​ບໍ່​ປະສົງ​ໃຫ້​ເຮັດ.
38ບໍ່​ວ່າ​ດີ​ຫລື​ຊົ່ວ​ກໍ​ບໍ່​ຫ່ອນ​ເກີດຂຶ້ນ​ມາ
ຖ້າ​ພຣະອົງ​ບໍ່​ອະນຸຍາດ​ໃຫ້​ເກີດຂຶ້ນ.
39ເມື່ອ​ຖືກ​ລົງໂທດ​ຍ້ອນ​ບາບ​ທີ່​ພວກເຮົາ​ໄດ້​ກະທຳ
ເປັນຫຍັງ​ພວກເຮົາ​ຈຶ່ງ​ມັກ​ຈົ່ມຮ້າຍ?
40ຂໍ​ໃຫ້​ພວກເຮົາ​ສຳຫລວດ​ທາງ​ຊີວິດ​ຂອງ​ພວກເຮົາ
ແລະ​ຫັນ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ.
41ຂໍ​ໃຫ້​ພວກເຮົາ​ເປີດ​ຈິດໃຈ​ອອກ ແລະ​ພາວັນນາ​ອະທິຖານ
ຫາ​ພຣະເຈົ້າ​ທີ່​ສະຫວັນ​ວ່າ,
42“ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ແລະ​ເປັນ​ກະບົດ
ແຕ່​ພຣະອົງ​ບໍ່ໄດ້​ຍົກໂທດ​ໃຫ້.
43ພຣະອົງ​ໄດ້​ຕາມ​ສັງຫານ​ຂ້ານ້ອຍ​ທັງຫລາຍ
ພຣະເມດຕາ​ກໍ​ຖືກ​ສັບຊ້ອນ​ໂດຍ​ພຣະ​ໂກດຮ້າຍ
44ຄຳ​ພາວັນນາ​ອະທິຖານ​ຂອງ​ພວກ​ຂ້ານ້ອຍ​ຂຶ້ນ​ໄປ​ບໍ່​ເຖິງ
ຍ້ອນ​ຄວາມຮ້າຍ​ຂອງ​ພຣະອົງ​ຕຶບໜາ​ດັ່ງ​ກ້ອນເມກ.
45ພຣະອົງ​ເຮັດ​ໃຫ້​ພວກ​ຂ້ານ້ອຍ​ເປັນ​ສິ່ງ​ເສດເຫລືອ
ຂີ້ເຫຍື້ອ​ຖືກ​ຖິ້ມ​ໄປ​ໃນ​ທ່າມກາງ​ຊົນຊາດ​ອື່ນໆ.
46ພວກ​ຂ້ານ້ອຍ​ຖືກ​ໝິ່ນປະໝາດ​ນິນທາ
ຈາກ​ເຫຼົ່າ​ສັດຕູ​ທີ່​ຕໍ່ສູ້​ພວກ​ຂ້ານ້ອຍ​ນັ້ນ.
47ພວກ​ຂ້ານ້ອຍ​ໄດ້​ຖືກ​ພິນາດ​ແລະ​ຈິບຫາຍ
ໃຊ້​ຊີວິດ​ຢູ່​ໃນ​ບ່ອນ​ອັນຕະລາຍ​ແລະ​ຢ້ານ.
48ນໍ້າຕາ​ຂ້ານ້ອຍ​ໄຫລຫລັ່ງ​ດັ່ງ​ສາຍ​ທາລາ
ເພາະ​ປະຊາຊົນ​ຂອງ​ຂ້ານ້ອຍ​ຖືກ​ທຳລາຍ.
49ນໍ້າຕາ​ຂ້ານ້ອຍ​ໄຫລຫລັ່ງ​ບໍ່​ຂາດສາຍ
ແລະ​ກໍ​ປະຕິເສດ​ການ​ປອບໃຈ​ໃດໆ​ທັງສິ້ນ.
50ຈົນກວ່າ​ພຣະເຈົ້າຢາເວ​ຫລຽວເບິ່ງ​ມາ​ຈາກ​ສະຫວັນ
ແລະ​ເຫັນ​ພວກ​ຂ້ານ້ອຍ​ຖືກ​ການ​ລຳບາກ.
51ຈິດໃຈ​ຂ້ານ້ອຍ​ເປັນທຸກ​ໜັກໜາ
ເມື່ອ​ເຫັນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ຜູ້ຍິງ​ຂອງ​ເມືອງ​ນັ້ນ.
52ຂ້ານ້ອຍ​ເປັນ​ດັ່ງ​ນົກ​ທີ່​ຖືກ​ແຮ້ວ​ຂອງ​ສັດຕູ
ຜູ້​ທີ່​ບໍ່ມີ​ເຫດຜົນ​ກຽດຊັງ​ຂ້ານ້ອຍ​ໄດ້.
53ພວກເຂົາ​ໂຢນ​ຂ້ານ້ອຍ​ລົງ​ໃນ​ຂຸມ​ທັງເປັນ
ແລະ​ເອົາ​ຫີນ​ອັດ​ປາກ​ຂອງ​ຫລຸມ​ນັ້ນ​ໄວ້.
54ນໍ້າ​ເລີ່ມ​ໄຫລ​ຖ້ວມ​ຂ້ານ້ອຍ​ຂຶ້ນໄປ
ຄິດວ່າ​ຄວາມຕາຍ​ໃກ້​ເຂົ້າ​ມາ​ສາ​ແລ້ວ.
55ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ
ຄໍ່າຄວນ​ຮ້ອງຂໍ​ຈາກ​ພື້ນ​ຫລຸມ​ເລິກ
56ເມື່ອ​ຂ້ານ້ອຍ​ຮ້ອງ​ຂໍ​ນັ້ນ​ພຣະອົງ​ກໍ​ໄດ້​ຍິນ
ຍິນ​ສຽງ​ຮ້ອງ​ທູນຂໍ​ຂອງ​ຂ້ານ້ອຍ​ແລ້ວ.”
57ພຣະອົງ​ໄດ້​ຕອບ​ແລະ​ບອກ​ຂ້ານ້ອຍ​ມາ​ວ່າ,
“ຢ່າ​ຢ້ານກົວ​ເລີຍ.
58ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ໄດ້​ມາ​ຊ່ວຍກູ້
ແລະ​ມາ​ໄຖ່​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້.
59ຈົ່ງ​ຕັດສິນ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ​ສາ
ພຣະເຈົ້າຢາເວ​ຮູ້​ເຖິງ​ຄວາມຜິດ​ທີ່​ມີ​ຕໍ່ສູ້​ຂ້ານ້ອຍ​ນັ້ນ.
60ພຣະອົງ​ຮູ້​ວ່າ​ສັດຕູ​ກຽດຊັງ​ຂ້ານ້ອຍ​ສໍ່າໃດ
ແລະ​ວາງ​ອຸບາຍ​ຕໍ່ສູ້​ຂ້ານ້ອຍ​ຢ່າງໃດ​ດ້ວຍ.
61ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້ຍິນ​ຄຳເວົ້າ​ປະໝາດ
ພຣະອົງ​ຮູ້ຈັກ​ອຸບາຍ​ທັງໝົດ​ຂອງ​ພວກ​ເຂົາເຈົ້າ.
62ພວກເຂົາ​ເວົ້າ​ເລື່ອງ​ຂ້ານ້ອຍ​ຕະຫລອດ​ທັງວັນ
ແລະ​ຮ່ວມກັນ​ວາງແຜນ​ຕໍ່ສູ້​ຂ້ານ້ອຍ​ຢູ່.
63ບໍ່​ວ່າ​ລຸກ​ຫລື​ນັ່ງ​ຕັ້ງແຕ່​ເຊົ້າ​ຈົນເຖິງ​ແລງ
ພວກເຂົາ​ແກ້ງ​ຫຍໍ້ຫຍັນ​ຂ້ານ້ອຍ​ຢູ່​ຕະຫລອດ.
64ຂ້າແດ່​ພຣະເຈົ້າຢາເວ ໂຜດ​ລົງໂທດ​ພວກເຂົາ​ເທາະ
ເພາະ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ​ນັ້ນ.
65ຈົ່ງ​ສາບແຊ່ງ​ພວກເຂົາ​ໃຫ້​ມີ​ຈິດໃຈ​ປຶກໜາ
ແລະ​ເຮັດ​ໃຫ້​ພວກເຂົາ​ຜິດຫວັງ​ຢູ່​ຕະຫລອດ.
66ຈົ່ງ​ຕາມລ່າ​ຕາມ​ກວາດລ້າງ​ພວກເຂົາ​ສາ
ໃຫ້​ຈິບຫາຍ​ໄປ​ຈາກ​ກ້ອງ​ຟ້າ​ສະຫວັນ​ຂອງ​ພຣະເຈົ້າຢາເວ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in