ໂຢຮັນ 6
6
ພຣະເຢຊູເຈົ້າຊົງລ້ຽງຫ້າພັນຄົນ
(ມທ 14:13-21; ມຣກ 6:30-44; ລກ 9:10-17)
1ຫລັງຈາກນັ້ນ ພຣະເຢຊູເຈົ້າໄດ້ສະເດັດຂ້າມທະເລສາບຄາລີເລ (ມີຊື່ອີກວ່າທະເລຕີເບເຣຍ). 2ປະຊາຊົນຫລວງຫລາຍໄດ້ຕິດຕາມພຣະອົງໄປ ເພາະພວກເຂົາເຫັນການອັດສະຈັນ ທີ່ພຣະອົງໄດ້ຊົງໂຜດຄົນເຈັບໄຂ້ໄດ້ປ່ວຍ. 3ພຣະເຢຊູເຈົ້າໄດ້ສະເດັດຂຶ້ນໄປເທິງພູເຂົາ ແລະນັ່ງລົງກັບພວກສາວົກຂອງພຣະອົງ. 4ຂະນະນັ້ນ ເທດສະການປັດສະຄາຂອງຊາວຢິວໃກ້ຈະມາເຖິງແລ້ວ. 5ພຣະເຢຊູເຈົ້າຫລຽວໄປເຫັນປະຊາຊົນໝູ່ໃຫຍ່ກຳລັງມາຫາພຣະອົງ ພຣະອົງເວົ້າຕໍ່ຟີລິບວ່າ, “ພວກເຮົາຈະຊື້ອາຫານຢູ່ໃສໃຫ້ຄົນເຫຼົ່ານີ້ກິນ?” ( 6ພຣະເຢຊູເຈົ້າເວົ້າເຊັ່ນນັ້ນ ກໍເພື່ອຢາກຈະລອງໃຈຟີລິບ ເພາະພຣະອົງຮູ້ແລ້ວວ່າ ຈະເຮັດຢ່າງໃດ).
7ຟີລິບຕອບພຣະອົງວ່າ, “ແມ່ນແຕ່ເງິນສອງຮ້ອຍຫລຽນ ຊື້ອາຫານໃຫ້ຄົນເຫຼົ່ານີ້ກິນຜູ້ລະໜ້ອຍກໍຍັງບໍ່ພໍ.”
8ສາວົກຄົນໜຶ່ງຊື່ວ່າ ອັນເດອາ ຜູ້ທີ່ເປັນນ້ອງຊາຍຂອງຊີໂມນເປໂຕເວົ້າວ່າ, 9“ຢູ່ທີ່ນີ້ມີເດັກນ້ອຍຄົນໜຶ່ງ ທີ່ມີເຂົ້າຈີ່ຫ້າກ້ອນເຮັດດ້ວຍແປ້ງເຂົ້າຝ້າງ ແລະ ປາສອງໂຕ, ແຕ່ຈະບໍ່ພໍສຳລັບຄົນເຫຼົ່ານີ້ທັງໝົດດອກ.”
10ພຣະເຢຊູເຈົ້າສັ່ງວ່າ, “ຈົ່ງບອກໃຫ້ປະຊາຊົນນັ່ງລົງ.” (ໃນບ່ອນນີ້ມີຫຍ້າຫລາຍ) ສະນັ້ນ ປະຊາຊົນທັງໝົດຈຶ່ງນັ່ງລົງ ນັບແຕ່ຜູ້ຊາຍມີຢູ່ປະມານຫ້າພັນຄົນ. 11ພຣະເຢຊູເຈົ້າຊົງຈັບເອົາເຂົ້າຈີ່ຂຶ້ນມາ ເມື່ອໂມທະນາຂອບພຣະຄຸນພຣະເຈົ້າແລ້ວ ຈຶ່ງໃຫ້ສາວົກແຈກຢາຍແກ່ຄົນທີ່ນັ່ງໃນທີ່ນັ້ນ ສ່ວນປາ ພຣະອົງໄດ້ເຮັດຢ່າງດຽວກັນ ໄດ້ແຈກຕາມທີ່ພວກເຂົາຕ້ອງການ. 12ເມື່ອທຸກຄົນກິນອີ່ມແລ້ວ ພຣະອົງໄດ້ບອກພວກສາວົກຂອງພຣະອົງວ່າ, “ຈົ່ງເກັບເອົາຈຳນວນທີ່ເຫຼືອນັ້ນ ຢ່າໃຫ້ມີອັນໃດເສຍໄປ.” 13ພວກເຂົາໄດ້ເກັບເອົາຈຳນວນເຂົ້າຈີ່ເຮັດຈາກແປ້ງເຂົ້າຝ້າງ ທີ່ເຫຼືອຈາກປະຊາຊົນໄດ້ກິນແລ້ວນັ້ນ ທັງໝົດໄດ້ສິບສອງກະບຸງ.
14ເມື່ອຄົນທັງຫລາຍໄດ້ເຫັນໝາຍສຳຄັນການອັດສະຈັນ ທີ່ພຣະອົງເຮັດ ພວກເຂົາຈຶ່ງເວົ້າວ່າ, “ແນ່ນອນຜູ້ນີ້ຕ້ອງແມ່ນຜູ້ທຳນວາຍ ທີ່ຕ້ອງກຳນົດວ່າຈະມາໃນໂລກນີ້.” 15ເມື່ອພຣະເຢຊູເຈົ້າຮູ້ວ່າ, ພວກເຂົາກຳລັງຈະມາຈັບເອົາພຣະອົງໄປແຕ່ງຕັ້ງໃຫ້ເປັນກະສັດຂອງພວກເຂົາ. ດັ່ງນັ້ນ ພຣະອົງຈຶ່ງສະເດັດຂຶ້ນໄປເທິງພູເຂົາອີກ ໂດຍລຳພັງແຕ່ຜູ້ດຽວ.
ພຣະເຢຊູເຈົ້າຊົງຍ່າງເທິງໜ້ານໍ້າ
(ມທ 14:22-33; ມຣກ 6:45-52)
16ເມື່ອຄໍ່າມາ ພວກສາວົກຂອງພຣະອົງໄດ້ລົງໄປທີ່ທະເລສາບ 17ແລະ ຂີ່ເຮືອຂ້າມຟາກສູ່ເມືອງກາເປນາອູມ. 18ເມື່ອມືດແລ້ວ ພຣະເຢຊູເຈົ້າກໍຍັງບໍ່ທັນໄປຫາພວກເພິ່ນເທື່ອ ໃນເວລານັ້ນລົມພັດມາຢ່າງແຮງຈົນເຮັດໃຫ້ນໍ້າທະເລປັ່ນປ່ວນ. 19ພວກສາວົກພາຍເຮືອໄປປະມານຫ້າຫລືຫົກກິໂລແມັດ ພວກເພິ່ນກໍເຫັນພຣະເຢຊູເຈົ້າຍ່າງເທິງໜ້ານໍ້າມາຫາເຮືອຂອງພວກຕົນ ແລະພວກເພິ່ນມີຄວາມສະທ້ານຢ້ານກົວທີ່ສຸດ. 20ແລ້ວພຣະເຢຊູເຈົ້າກໍກ່າວກັບພວກເພິ່ນວ່າ, “ຢ່າສູ່ຢ້ານ ແມ່ນເຮົາເອງ.” 21ສະນັ້ນ ພວກເພິ່ນຈຶ່ງເຊີນພຣະອົງຂຶ້ນໄປໃນເຮືອ ແລ້ວທັນໃດນັ້ນ ເຮືອກໍເຖິງຝັ່ງບ່ອນທີ່ພວກເພິ່ນມຸ່ງໜ້າໄປນັ້ນ.
ປະຊາຊົນຊອກຫາພຣະເຢຊູເຈົ້າ
22ມື້ຕໍ່ມາ ປະຊາຊົນທີ່ຍັງຢູ່ຟາກທະເລສາບເບື້ອງນັ້ນ ເຫັນວ່າວັນກ່ອນມີເຮືອຢູ່ໃນບ່ອນນັ້ນພຽງແຕ່ລຳດຽວ ພວກເຂົາຮູ້ວ່າພຣະເຢຊູເຈົ້າບໍ່ໄດ້ຂີ່ເຮືອລຳນັ້ນ ມີແຕ່ພວກສາວົກຂີ່ຂ້າມໄປເທົ່ານັ້ນ. 23ແຕ່ມີເຮືອລຳອື່ນ ຊຶ່ງມາຈາກຕີເບເຣຍມາຈອດຢູ່ໃກ້ກັບບ່ອນທີ່ພວກເຂົາກິນເຂົ້າຈີ່ ຫລັງຈາກທີ່ອົງພຣະຜູ້ເປັນເຈົ້າໄດ້ໂມທະນາຂອບພຣະຄຸນແລ້ວນັ້ນ. 24ເມື່ອປະຊາຊົນເຫັນວ່າ ພຣະເຢຊູເຈົ້າບໍ່ຢູ່ໃນທີ່ນັ້ນ ແລະພວກສາວົກຂອງພຣະອົງກໍບໍ່ຢູ່ທີ່ນັ້ນເໝືອນກັນ ພວກເຂົາຈຶ່ງຂີ່ເຮືອໄປທີ່ເມືອງກາເປນາອູມ ເພື່ອຊອກຫາພຣະເຢຊູເຈົ້າ.
ພຣະເຢຊູເຈົ້າຄືອາຫານແຫ່ງຊີວິດ
25ເມື່ອປະຊາຊົນພົບພຣະເຢຊູເຈົ້າຢູ່ທາງຟາກທະເລສາບເບື້ອງນັ້ນແລ້ວ ພວກເຂົາຈຶ່ງຖາມພຣະອົງວ່າ, “ພຣະອາຈານ ທ່ານມາຮອດພີ້ຕັ້ງແຕ່ເວລາໃດ?”
26ພຣະເຢຊູເຈົ້າໄດ້ຕອບພວກເຂົາວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ພວກເຈົ້າຊອກຫາເຮົາ ບໍ່ແມ່ນຍ້ອນໄດ້ເຫັນການອັດສະຈັນ ແຕ່ຍ້ອນໄດ້ກິນເຂົ້າຈີ່ອີ່ມ. 27ຢ່າພະຍາຍາມຫາອາຫານທີ່ເສຍໄປ ແຕ່ຈົ່ງຫາອາຫານທີ່ຕັ້ງໝັ້ນຢູ່ ຄືອາຫານສຳລັບຊີວິດນິຣັນດອນ ອາຫານນີ້ແມ່ນບຸດມະນຸດທີ່ຈະໃຫ້ແກ່ພວກເຈົ້າ ເພາະແມ່ນພຣະອົງນີ້ແຫຼະ ທີ່ພຣະເຈົ້າຄືພຣະບິດາເຈົ້າໄດ້ປະທັບຕາໝາຍໄວ້ແລ້ວ.”
28ພວກເຂົາຖາມພຣະອົງວ່າ, “ພວກຂ້ານ້ອຍຈະຕ້ອງເຮັດແນວໃດ ຈຶ່ງຈະເຮັດການງານຂອງພຣະເຈົ້າໄດ້?”
29ພຣະເຢຊູເຈົ້າໄດ້ຕອບພວກເຂົາວ່າ, “ອັນນີ້ແມ່ນງານຂອງພຣະເຈົ້າ ຄືໃຫ້ເຈົ້າທັງຫລາຍໄດ້ເຊື່ອໃນຜູ້ທີ່ພຣະເຈົ້າໃຊ້ມາ.”
30ພວກເຂົາຈຶ່ງຖາມພຣະອົງວ່າ, “ຖ້າດັ່ງນັ້ນ ມີໝາຍສຳຄັນການອັດສະຈັນອັນໃດທີ່ທ່ານຈະເຮັດ ເພື່ອພວກຂ້ານ້ອຍຈະໄດ້ເຫັນ ແລະຈະໄດ້ເຊື່ອໃນທ່ານ? ທ່ານຈະເຮັດຫຍັງແດ່? 31ປູ່ຍ່າຕາຍາຍຂອງພວກຂ້ານ້ອຍໄດ້ກິນມານາໃນຖິ່ນແຫ້ງແລ້ງກັນດານ ດັ່ງມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ພຣະເຈົ້າໄດ້ໃຫ້ອາຫານຈາກສະຫວັນແກ່ພວກເພິ່ນກິນ.”’
32ພຣະເຢຊູເຈົ້າໄດ້ຕອບພວກເຂົາວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ເຂົ້າຈີ່ທີ່ມາຈາກສະຫວັນນັ້ນ ບໍ່ແມ່ນໂມເຊເອົາໃຫ້ພວກເຈົ້າ ແມ່ນພຣະບິດາເຈົ້າຂອງເຮົາ ທີ່ເອົາເຂົ້າຈີ່ອັນແທ້ ຈາກສະຫວັນໃຫ້ແກ່ພວກເຈົ້າ. 33ດ້ວຍວ່າ, ເຂົ້າຈີ່ທີ່ພຣະເຈົ້າໃຫ້ນັ້ນ ຄືທ່ານຜູ້ທີ່ລົງມາຈາກສະຫວັນ ແລະປະທານຊີວິດໃຫ້ແກ່ໂລກ.”
34ພວກເຂົາຈຶ່ງເວົ້າກັບພຣະອົງວ່າ, “ພຣະອົງເຈົ້າເອີຍ ຈົ່ງໂຜດໃຫ້ເຂົ້າຈີ່ນັ້ນແກ່ພວກຂ້ານ້ອຍຢູ່ເລື້ອຍໆແດ່ທ້ອນ.”
35ພຣະເຢຊູເຈົ້າໄດ້ຕອບພວກເຂົາວ່າ, “ເຮົາເປັນເຂົ້າຈີ່ແຫ່ງຊີວິດ ຜູ້ທີ່ມາຫາເຮົາຈະບໍ່ຢາກເຂົ້າຈັກເທື່ອ ແລະຜູ້ທີ່ເຊື່ອໃນເຮົາກໍຈະບໍ່ຫິວນໍ້າຈັກເທື່ອ. 36ເຮົາບອກພວກເຈົ້າແລ້ວວ່າ, ພວກເຈົ້າໄດ້ເຫັນເຮົາແລ້ວ ແຕ່ພວກເຈົ້າກໍຍັງບໍ່ເຊື່ອ. 37ສິ່ງສາລະພັດທີ່ພຣະບິດາເຈົ້າມອບໃຫ້ແກ່ເຮົາ ກໍຈະມາຫາເຮົາ ແລະຜູ້ທີ່ມາຫາເຮົາ ເຮົາຈະບໍ່ຖິ້ມອອກໄປພາຍນອກຈັກເທື່ອ 38ເພາະເຮົາໄດ້ລົງມາຈາກສະຫວັນ ບໍ່ແມ່ນເພື່ອເຮັດຕາມໃຈຂອງຕົນເອງ ແຕ່ເພື່ອເຮັດຕາມຄວາມປະສົງຂອງພຣະອົງຜູ້ທີ່ໄດ້ໃຊ້ເຮົາມາ. 39ອັນນີ້ ແມ່ນຄວາມປະສົງຂອງພຣະອົງຜູ້ທີ່ໄດ້ຊົງໃຊ້ເຮົາມາ ຄືຄົນທັງຫລາຍທີ່ພຣະອົງໄດ້ມອບໃຫ້ແກ່ເຮົານັ້ນ ເຮົາຈະບໍ່ໃຫ້ເສຍຈັກຄົນ ແຕ່ເພື່ອໃຫ້ເຂົາທຸກຄົນເປັນຄືນມາສູ່ຊີວິດໃນວັນສຸດທ້າຍ. 40ດ້ວຍວ່າ, ນີ້ແຫຼະ ແມ່ນຄວາມປະສົງພຣະບິດາເຈົ້າຂອງເຮົາ ຄືໃຫ້ທຸກຄົນທີ່ເຫັນພຣະບຸດ ແລະເຊື່ອໃນພຣະອົງນັ້ນມີຊີວິດນິຣັນດອນ ແລະເຮົາຈະໃຫ້ຜູ້ນັ້ນເປັນຄືນມາສູ່ຊີວິດໃນວັນສຸດທ້າຍ.”
41ດັ່ງນັ້ນ ພວກຢິວຈຶ່ງພາກັນຈົ່ມໃຫ້ພຣະອົງຍ້ອນພຣະອົງໄດ້ກ່າວວ່າ ເຮົາເປັນເຂົ້າຈີ່ທີ່ລົງມາຈາກສະຫວັນ. 42ພວກເຂົາໄດ້ເວົ້າວ່າ, “ຜູ້ນີ້ເປັນລູກຊາຍຂອງໂຢເຊັບບໍ່ແມ່ນບໍ? ພວກເຮົາຮູ້ຈັກພໍ່ແມ່ຂອງລາວດີ ດ້ວຍເຫດໃດຄົນນີ້ຈຶ່ງເວົ້າວ່າ, ‘ເຮົາລົງມາຈາກສະຫວັນ?”’
43ພຣະເຢຊູເຈົ້າໄດ້ຕອບພວກເຂົາວ່າ, “ພວກເຈົ້າຢ່າພາກັນຈົ່ມເທາະ 44ບໍ່ມີຜູ້ໃດມາຫາເຮົາໄດ້ ນອກຈາກພຣະບິດາເຈົ້າຜູ້ທີ່ໄດ້ໃຊ້ເຮົາມາ ຊັກນຳຜູ້ນັ້ນມາຫາເຮົາ ແລະເຮົາຈະໃຫ້ລາວເປັນຄືນມາສູ່ຊີວິດໃນວັນສຸດທ້າຍ. 45ໃນໜັງສືທຳນວາຍມີຄຳຂຽນໄວ້ວ່າ, ‘ມະນຸດທຸກຄົນຈະໄດ້ຮັບຄຳສັ່ງສອນຈາກພຣະເຈົ້າ’ ທຸກຄົນທີ່ໄດ້ຍິນສຽງພຣະບິດາຂອງເຮົາ ແລະໄດ້ຮຽນຮູ້ຈາກພຣະອົງກໍມາຫາເຮົາ. 46ບໍ່ມີຜູ້ໃດໄດ້ເຫັນພຣະບິດາເຈົ້າ ນອກຈາກຜູ້ທີ່ມາຈາກພຣະເຈົ້າ ແມ່ນພຣະອົງນັ້ນແຫຼະ ທີ່ໄດ້ເຫັນພຣະບິດາເຈົ້າ. 47ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ, ຜູ້ທີ່ເຊື່ອໃນເຮົາກໍມີຊີວິດນິຣັນດອນ. 48ເຮົາເປັນເຂົ້າຈີ່ແຫ່ງຊີວິດ. 49ປູ່ຍ່າຕາຍາຍຂອງພວກເຈົ້າໄດ້ກິນມານາໃນຖິ່ນແຫ້ງແລ້ງກັນດານ ແລະພວກເຂົາໄດ້ຕາຍໄປ. 50ນີ້ແຫຼະ ເປັນເຂົ້າຈີ່ທີ່ລົງມາຈາກສະຫວັນ ເພື່ອຜູ້ທີ່ກິນແລ້ວຈະບໍ່ຕາຍ. 51ເຮົາເປັນເຂົ້າຈີ່ແຫ່ງຊີວິດ ທີ່ໄດ້ລົງມາຈາກສະຫວັນ ຖ້າຜູ້ໃດກິນເຂົ້າຈີ່ນີ້ແລ້ວ ຜູ້ນັ້ນຈະມີຊີວິດນິຣັນດອນ ແຕ່ເຂົ້າຈີ່ທີ່ເຮົາຈະໃຫ້ນັ້ນ ແມ່ນເນື້ອກາຍຂອງເຮົາເອງ ຊຶ່ງເຮົາໃຫ້ເພື່ອວ່າໂລກຈະໄດ້ມີຊີວິດຢູ່.”
52ຄຳເວົ້າຂອງພຣະເຢຊູເຈົ້າເຮັດໃຫ້ຊາວຢິວເກີດຜິດຖຽງກັນ ພວກເຂົາໄດ້ຖາມກັນວ່າ, “ຄົນນີ້ຈະເອົາເນື້ອກາຍຂອງຕົນໃຫ້ພວກເຮົາກິນໄດ້ຢ່າງໃດ?”
53ພຣະເຢຊູເຈົ້າໄດ້ກ່າວຕໍ່ພວກເຂົາວ່າ, “ເຮົາບອກເຈົ້າທັງຫຼາຍຕາມຄວາມຈິງວ່າ ຖ້າພວກເຈົ້າບໍ່ກິນເນື້ອກາຍ ແລະບໍ່ດື່ມເລືອດຂອງບຸດມະນຸດແລ້ວ ເຈົ້າກໍຈະບໍ່ມີຊີວິດໃນຕົວເຈົ້າເອງ. 54ຜູ້ທີ່ກິນເນື້ອກາຍຂອງເຮົາ ແລະດື່ມເລືອດຂອງເຮົາ ກໍມີຊີວິດນິຣັນດອນ ແລະເຮົາຈະໃຫ້ຜູ້ນັ້ນ ເປັນຄືນມາສູ່ຊີວິດໃນວັນສຸດທ້າຍ. 55ດ້ວຍວ່າ, ເນື້ອກາຍຂອງເຮົາເປັນອາຫານອັນແທ້ ແລະເລືອດຂອງເຮົາກໍເປັນເຄື່ອງດື່ມອັນແທ້. 56ຜູ້ທີ່ກິນເນື້ອກາຍຂອງເຮົາແລະດື່ມເລືອດຂອງເຮົາ ກໍມີຊີວິດຢູ່ໃນເຮົາ ແລະ ເຮົາກໍມີຊີວິດຢູ່ໃນຜູ້ນັ້ນ. 57ພຣະບິດາເຈົ້າຜູ້ຊົງຊີວິດຢູ່ໄດ້ໃຊ້ເຮົາມາ ແລະເຮົາມີຊີວິດຢູ່ເພາະພຣະບິດາເຈົ້າສັນໃດ ຜູ້ທີ່ກິນເຮົາກໍມີຊີວິດຢູ່ເພາະເຮົາສັນນັ້ນເໝືອນກັນ. 58ນີ້ແຫລະ ເປັນເຂົ້າຈີ່ທີ່ໄດ້ລົງມາຈາກສະຫວັນ ບໍ່ເໝືອນກັບທີ່ປູ່ຍ່າຕາຍາຍຂອງເຈົ້າທັງຫລາຍໄດ້ກິນແລ້ວໄດ້ຕາຍໄປ ແຕ່ຜູ້ທີ່ກິນເຂົ້າຈີ່ນີ້ຈະມີຊີວິດນິຣັນດອນ.”
59ພຣະເຢຊູເຈົ້າໄດ້ກ່າວຂໍ້ຄວາມທັງຫລາຍເຫຼົ່ານີ້ໃນທຳມະສາລາ ຂະນະທີ່ພຣະອົງໄດ້ສັ່ງສອນຢູ່ໃນເມືອງກາເປນາອູມ.
ຖ້ອຍຄຳແຫ່ງຊີວິດນິຣັນດອນ
60ເມື່ອສາວົກຂອງພຣະອົງຫລາຍຄົນໄດ້ຍິນເລື່ອງນີ້ ຈຶ່ງເວົ້າກັນວ່າ, “ຄຳເວົ້ານີ້ຮຸນແຮງໂພດ ຜູ້ໃດຈະເຂົ້າໃຈໄດ້.”
61ແຕ່ພຣະເຢຊູເຈົ້າຊົງຮູ້ໂດຍພຣະອົງເອງວ່າ, ພວກສາວົກຂອງພຣະອົງໄດ້ຈົ່ມໃນເລື່ອງນີ້ ພຣະອົງຈຶ່ງກ່າວຕໍ່ພວກເພິ່ນວ່າ, “ເລື່ອງນີ້ໄດ້ເຮັດໃຫ້ພວກເຈົ້າຫຍຸ້ງໃຈຊັ້ນບໍ? 62ຖ້າເຈົ້າທັງຫລາຍເຫັນບຸດມະນຸດຂຶ້ນເມືອບ່ອນທີ່ພຣະອົງເຄີຍຢູ່ແຕ່ກ່ອນນັ້ນ ພວກເຈົ້າຈະວ່າຢ່າງໃດ? 63ແມ່ນພຣະວິນຍານ ທີ່ເຮັດໃຫ້ມີຊີວິດ, ສ່ວນເນື້ອກາຍຂອງມະນຸດນັ້ນ ກໍບໍ່ໃຫ້ປະໂຫຍດຫຍັງໝົດ ຖ້ອຍຄຳທີ່ເຮົາກ່າວແກ່ເຈົ້າທັງຫລາຍນັ້ນ ເປັນວິນຍານແລະເປັນຊີວິດ. 64ແຕ່ມີບາງຄົນໃນພວກເຈົ້າຍັງບໍ່ເຊື່ອ,” (ພຣະເຢຊູເຈົ້າຊົງຮູ້ແຕ່ຕົ້ນມາແລ້ວວ່າ ແມ່ນຜູ້ໃດທີ່ບໍ່ເຊື່ອ ແລະ ແມ່ນຜູ້ໃດທີ່ຈະທໍລະຍົດຕໍ່ພຣະອົງ). 65ແລະ ພຣະອົງໄດ້ກ່າວວ່າ, “ດ້ວຍເຫດນີ້ ເຮົາຈຶ່ງໄດ້ບອກແກ່ເຈົ້າທັງຫລາຍວ່າ ບໍ່ມີຜູ້ໃດມາຫາເຮົາໄດ້ ນອກຈາກພຣະບິດາເຈົ້າຊົງໂຜດໃຫ້ຜູ້ນັ້ນມາ.”
66ດ້ວຍເຫດນີ້ ພວກທີ່ຕິດຕາມພຣະອົງຫລາຍຄົນຈຶ່ງທໍ້ຖອຍ ແລະບໍ່ໄປກັບພຣະອົງອີກ. 67ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງຖາມພວກສາວົກສິບສອງຄົນວ່າ, “ພວກເຈົ້າເດ ກໍຢາກໜີໄປຄືກັນບໍ?”
68ຝ່າຍຊີໂມນເປໂຕໄດ້ຕອບພຣະອົງວ່າ, “ພຣະອົງເຈົ້າເອີຍ ພວກຂ້ານ້ອຍຈະໜີໄປຫາຜູ້ໃດ? ພຣະອົງເປັນຜູ້ມີຖ້ອຍຄຳແຫ່ງຊີວິດນິຣັນດອນ. 69ບັດນີ້ຂ້ານ້ອຍເຊື່ອ ແລະຮູ້ແລ້ວວ່າ, ພຣະອົງເປັນຜູ້ບໍຣິສຸດທີ່ມາຈາກພຣະເຈົ້າ.”
70ພຣະເຢຊູເຈົ້າໄດ້ຕອບພວກເພິ່ນຄືນວ່າ, “ເຮົານີ້ແຫຼະ ໄດ້ເລືອກເອົາພວກເຈົ້າສິບສອງຄົນໄວ້ບໍ່ແມ່ນບໍ? ແລະ ຄົນໜຶ່ງໃນພວກເຈົ້າກໍເປັນມານຮ້າຍ.” 71ພຣະອົງໝາຍເຖິງຢູດາ ລູກຊາຍຂອງຊີໂມນອິດສະກາຣີອົດ ເພາະລາວເປັນຜູ້ທີ່ຈະທໍລະຍົດຕໍ່ພຣະອົງ ເຖິງແມ່ນລາວເປັນສາວົກຄົນໜຶ່ງໃນຈຳນວນສິບສອງຄົນກໍຕາມ.
Currently Selected:
ໂຢຮັນ 6: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.