YouVersion Logo
Search Icon

ໂຢຮັນ 12

12
ພຣະເຢຊູເຈົ້າ​ໄດ້​ຮັບ​ການ​ຫົດສົງ​ທີ່​ເບັດທານີ
(ມທ 26:6-13; ມຣກ 14:3-9)
1ຫົກ​ວັນ​ກ່ອນ​ເທດສະການ​ປັດສະຄາ ພຣະເຢຊູເຈົ້າ​ມາ​ເຖິງ​ບ້ານ​ເບັດທານີ ຊຶ່ງ​ເປັນ​ບ່ອນ​ຢູ່​ຂອງ​ລາຊະໂຣ ຜູ້​ທີ່​ພຣະອົງ​ໄດ້​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ. 2ພວກເຂົາ​ໄດ້​ຈັດແຈງ​ອາຫານ​ລ້ຽງ ເພື່ອ​ເປັນ​ກຽດ​ແກ່​ພຣະອົງ​ຢູ່​ທີ່​ນັ້ນ ຊຶ່ງ​ແມ່ນ​ນາງ​ມາທາ​ເປັນ​ຜູ້ຮັບໃຊ້​ທີ່​ໂຕະ​ອາຫານ, ລາຊະໂຣ​ແມ່ນ​ຜູ້ໜຶ່ງ​ໃນ​ພວກ​ທີ່​ນັ່ງ​ຮ່ວມ​ໂຕະ​ຮັບປະທານ​ອາຫານ​ກັບ​ພຣະອົງ. 3ແລ້ວ​ນາງ​ມາຣີ​ກໍ​ເອົາ​ນໍ້າມັນ​ຫອມ​ເຄິ່ງ​ລິດ ຊຶ່ງ​ມີ​ລາຄາ​ແພງ​ຖອກ​ໃສ່​ຕີນ​ພຣະອົງ ແລະ​ໃຊ້​ຜົມ​ຂອງຕົນ​ເຊັດ​ຕີນ​ພຣະອົງ ຈົນ​ທົ່ວ​ທັງ​ເຮືອນ​ຫອມ​ກຸ້ມ​ດ້ວຍ​ກິ່ນ​ນໍ້າຫອມ​ນັ້ນ. 4ແຕ່​ຢູດາ​ອິດສະກາຣີອົດ​ສາວົກ​ຄົນ​ໜຶ່ງ​ຂອງ​ພຣະອົງ ຄື​ຜູ້​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ​ໄດ້​ກ່າວ​ວ່າ, 5“ເປັນຫຍັງ​ຈຶ່ງ​ບໍ່​ຂາຍ​ນໍ້າມັນ​ຫອມ​ນີ້​ໃນ​ລາຄາ​ສາມຮ້ອຍ​ຫລຽນ​ເງິນ ແລະ​ເອົາ​ເງິນ​ແຈກ​ໃຫ້​ຄົນ​ຍາກຈົນ?” 6ການ​ທີ່​ລາວ​ເວົ້າ​ຢ່າງ​ນີ້ ບໍ່ແມ່ນ​ວ່າ​ລາວ​ຫ່ວງໃຍ​ນຳ​ຄົນ​ຍາກຈົນ, ແຕ່​ລາວ​ເປັນ​ຄົນ​ຂີ້ລັກ, ລາວ​ຖື​ຖົງ​ເງິນ ແລະ​ຍັກ​ຍອກ​ເອົາ​ເງິນ​ຈາກ​ຖົງ​ນັ້ນ.
7ແຕ່​ພຣະເຢຊູເຈົ້າ​ກ່າວ​ວ່າ, “ຊ່າງ​ນາງ​ເທາະ ປ່ອຍ​ໃຫ້​ນາງ​ໄດ້​ເຮັດ​ຢ່າງ​ນີ້​ສຳລັບ​ວັນ​ຝັງສົບ​ຂອງເຮົາ. 8ພວກເຈົ້າ​ຈະ​ມີ​ຄົນ​ຍາກຈົນ​ຢູ່​ນຳ​ສະເໝີ, ແຕ່​ພວກເຈົ້າ​ບໍ່ມີ​ເຮົາ​ສະເໝີ​ໄປ.”
ການ​ປອງ​ຮ້າຍ​ລາຊະໂຣ
9ຄົນ​ຈຳນວນ​ຫລວງຫລາຍ​ໄດ້ຍິນ​ວ່າ ພຣະເຢຊູເຈົ້າ​ຢູ່​ໃນ​ທີ່ນັ້ນ ພວກເຂົາ​ໄດ້​ພາກັນ​ມາ ບໍ່ແມ່ນແຕ່​ຢາກ​ເຫັນ​ພຣະເຢຊູເຈົ້າ​ເທົ່ານັ້ນ ແຕ່​ຢາກ​ເຫັນ​ລາຊະໂຣ ຜູ້​ທີ່​ພຣະອົງ​ໄດ້​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ​ດ້ວຍ. 10ດັ່ງນັ້ນ ພວກ​ຫົວໜ້າ​ປະໂຣຫິດ​ຈຶ່ງ​ປຶກສາ​ກັນ​ວ່າ ຈະ​ຂ້າ​ລາຊະໂຣ​ເໝືອນກັນ 11ເພາະ​ເລື່ອງ​ຂອງ​ລາຊະໂຣ​ນີ້ ເຮັດ​ໃຫ້​ຄົນ​ຢິວ​ຫລາຍ​ຄົນ​ໄດ້​ໜີປະ​ພວກເຂົາ ແລະ​ມາ​ເຊື່ອ​ພຣະເຢຊູເຈົ້າ.
ພຣະເຢຊູເຈົ້າ​ຊົງ​ສະເດັດ​ເຂົ້າ​ໄປ​ນະຄອນ​ເຢຣູຊາເລັມ​ຢ່າງ​ມີໄຊ
(ມທ 21:1-11; ມຣກ 11:1-11; ລກ 19:28-40)
12ວັນ​ຕໍ່ມາ ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ທີ່​ມາ​ໃນ​ເທດສະການ​ປັດສະຄາ ໄດ້ຍິນ​ວ່າ​ພຣະເຢຊູເຈົ້າ​ເຂົ້າ​ມາ​ໃນ​ນະຄອນ​ເຢຣູຊາເລັມ. 13ດັ່ງນັ້ນ ພວກເຂົາ​ຈຶ່ງ​ພາກັນ​ຖື​ກ້ານຕານ​ອອກ​ໄປ​ຕ້ອນຮັບ​ພຣະອົງ ທັງ​ໂຮຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ ຂໍ​ພຣະເຈົ້າ​ອວຍພອນ​ທ່ານ​ທີ່​ມາ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຄື​ກະສັດ​ຂອງ​ຊາດ​ອິດສະຣາເອນ” 14ເມື່ອ​ພຣະອົງ​ພົບ​ລໍ​ນ້ອຍ​ໂຕໜຶ່ງ ພຣະອົງ​ຈຶ່ງ​ຂຶ້ນ​ຂີ່​ລໍ​ນັ້ນ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,
15 “ນະຄອນ​ຊີໂອນ​ເອີຍ ຢ່າ​ສູ່​ຢ້ານ
ເບິ່ງດູ ເຈົ້າ​ກະສັດ​ຂອງ​ເຈົ້າ
ກຳລັງ​ຂີ່​ລໍ​ມາ.”
16ໃນ​ເວລາ​ນັ້ນ ພວກ​ສາວົກ​ຂອງ​ພຣະອົງ​ບໍ່ໄດ້​ເຂົ້າໃຈ​ໃນ​ເຫດການ​ເຫຼົ່ານັ້ນ, ແຕ່​ພາຍ​ຫລັງ ເມື່ອ​ພຣະເຢຊູເຈົ້າ​ໄດ້​ຮັບ​ສະຫງ່າຣາສີ​ແລ້ວ ພວກເພິ່ນ​ຈຶ່ງ​ລະນຶກເຖິງ​ຂໍ້​ຄວາມ ທີ່​ມີ​ຄຳ​ຂຽນ​ໄວ້​ເຖິງ​ເລື່ອງ​ຂອງ​ພຣະອົງ​ໃນ​ພຣະຄຳພີ ແລະ​ພວກເພິ່ນ​ໄດ້​ເຮັດ​ດັ່ງນີ້​ສຳລັບ​ພຣະອົງ. 17ປະຊາຊົນ​ທັງຫລາຍ​ທີ່​ຢູ່​ກັບ​ພຣະເຢຊູເຈົ້າ ຕອນ​ທີ່​ພຣະອົງ​ໄດ້​ເອີ້ນ​ເອົາ​ລາຊະໂຣ​ອອກ​ມາ​ຈາກ​ອຸບມຸງ ແລະ​ບັນດານ​ໃຫ້​ລາວ​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ ກໍ​ເປັນ​ພະຍານ​ເຖິງ​ເຫດການ​ເຫຼົ່ານັ້ນ. 18ດ້ວຍເຫດນີ້ ປະຊາຊົນ​ທັງຫລາຍ​ຈຶ່ງ​ອອກ​ໄປ​ຫາ​ພຣະເຢຊູເຈົ້າ ເພາະ​ໄດ້ຍິນ​ເຖິງ​ໝາຍສຳຄັນ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ເຮັດ. 19ຝ່າຍ​ພວກ​ຟາຣີຊາຍ​ຈຶ່ງ​ເວົ້າ​ກັນ​ວ່າ, “ທ່ານ​ທັງຫລາຍ​ບໍ່​ເຫັນ​ຫລື​ວ່າ ພວກທ່ານ​ເຮັດ​ອັນ​ໃດ​ກໍ​ບໍ່​ໄດ້​ປະໂຫຍດ​ຈັກຢ່າງ ເບິ່ງ​ແມ ໝົດ​ທັງ​ໂລກ​ກໍ​ຕິດຕາມ​ມັນ​ໄປ.”
ຊາວ​ກຣີກ​ບາງຄົນ​ຊອກ​ຫາ​ພຣະເຢຊູເຈົ້າ
20ພວກ​ທີ່​ໄປ​ນະມັດສະການ ເນື່ອງ​ໃນ​ໂອກາດ​ເທດສະການ​ທີ່​ນະຄອນ​ເຢຣູຊາເລັມ ມີ​ຊາວ​ກຣີກ​ບາງຄົນ​ຮ່ວມ​ຢູ່​ດ້ວຍ. 21ພວກເຂົາ​ໄດ້​ໄປ​ຫາ​ຟີລິບ ຜູ້​ທີ່​ມາ​ຈາກ​ເບັດສາອີດາ​ໃນ​ແຂວງ​ຄາລີເລ ແລະ​ເວົ້າ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ຢາກ​ເຫັນ​ພຣະເຢຊູເຈົ້າ.”
22ຟີລິບ​ຈຶ່ງ​ໄປ​ບອກ​ອັນເດອາ ແລ້ວ​ທັງສອງ​ກໍ​ໄປ​ບອກ​ພຣະເຢຊູເຈົ້າ. 23ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເວລາ​ທີ່​ບຸດ​ມະນຸດ​ຕ້ອງ​ຮັບ​ກຽດ​ອັນ​ຍິ່ງໃຫຍ່​ນັ້ນ ກໍ​ມາ​ເຖິງ​ແລ້ວ. 24ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຖ້າ​ເມັດເຂົ້າ​ຕົກລົງ​ໃນ​ດິນ​ແລ້ວ​ບໍ່​ຕາຍໄປ​ເສຍ ກໍ​ຄົງ​ຈະ​ມີ​ຢູ່​ພຽງແຕ່​ເມັດ​ດຽວ, ແຕ່​ຖ້າ​ຕາຍໄປ​ກໍ​ຈະ​ເກີດຜົນ​ຫລາຍ. 25ຜູ້​ທີ່​ຮັກ​ຊີວິດ​ຂອງຕົນ​ຈະ​ຕ້ອງ​ເສຍ​ຊີວິດ ແລະ​ຜູ້​ທີ່​ຊັງ​ຊີວິດ​ຂອງຕົນ​ໃນ​ໂລກນີ້ ຈະ​ຮັກສາ​ຊີວິດ​ນັ້ນ​ໄວ້​ໄດ້​ສຳລັບ​ຊີວິດ​ນິຣັນດອນ. 26ຖ້າ​ຜູ້ໃດ​ບົວລະບັດ​ຮັບໃຊ້​ເຮົາ ໃຫ້​ຜູ້ນັ້ນ​ຕິດຕາມ​ເຮົາ​ມາ ເຮົາ​ຢູ່​ທີ່​ໃດ​ຜູ້​ບົວລະບັດ​ຮັບໃຊ້​ເຮົາ ກໍຈະ​ຢູ່​ທີ່​ນັ້ນ​ເໝືອນກັນ ຝ່າຍ​ພຣະບິດາເຈົ້າ​ຂອງເຮົາ ຈະ​ໃຫ້​ກຽດຕິຍົດ​ແກ່​ທຸກຄົນ ທີ່​ບົວລະບັດ​ຮັບໃຊ້​ເຮົາ.”
ພຣະເຢຊູເຈົ້າ​ກ່າວ​ເຖິງ​ຄວາມ​ຕາຍ​ຂອງ​ພຣະອົງ
27“ບັດນີ້ ຈິດໃຈ​ຂອງເຮົາ​ວຸ້ນວາຍ ແລະ​ເຮົາ​ຈະ​ວ່າ​ຢ່າງ​ໃດ? ເຮົາ​ຄວນ​ຈະ​ເວົ້າ​ວ່າ, ‘ໂອ ພຣະບິດາເຈົ້າ​ເອີຍ ຂໍ​ໃຫ້​ຂ້ານ້ອຍ​ລອດພົ້ນ​ຈາກ​ຍາມ​ນີ້​ທ້ອນ​ຢ່າງ​ນັ້ນ​ຫລື?’ ກໍ​ວ່າ​ບໍ່ໄດ້, ທີ່​ເຮົາ​ໄດ້​ມາ​ໃນ​ຍາມ​ນີ້​ກໍ​ເພື່ອ​ການ​ນີ້​ແຫຼະ. 28ໂອ ພຣະບິດາເຈົ້າ​ເອີຍ ຂໍ​ໃຫ້​ພຣະນາມ​ຂອງ​ພຣະອົງ​ໄດ້​ຮັບ​ກຽດ​ເທີ້ນ.”
ແລ້ວ​ມີ​ສຽງດັງ​ມາ​ຈາກ​ທ້ອງຟ້າ​ວ່າ, “ເຮົາ​ໄດ້​ໃຫ້​ຮັບ​ກຽດ​ແລ້ວ ແລະ​ເຮົາ​ຈະ​ໃຫ້​ໄດ້​ຮັບ​ກຽດ​ອີກ.”
29ເມື່ອ​ປະຊາຊົນ​ຢູ່​ທີ່​ນັ້ນ ໄດ້ຍິນ​ສຽງ​ນີ້​ແລ້ວ ມີ​ບາງຄົນ​ເວົ້າ​ວ່າ, “ເປັນ​ສຽງ​ຟ້າຮ້ອງ.” ສ່ວນ​ຄົນອື່ນ​ຊໍ້າ​ພັດ​ເວົ້າ​ວ່າ, “ມີ​ເທວະດາ​ຕົນ​ໜຶ່ງ​ໄດ້​ເວົ້າ​ກັບ​ເພິ່ນ.”
30ແຕ່​ພຣະເຢຊູເຈົ້າ​ຕອບ​ວ່າ, “ສຽງ​ທີ່​ດັງ​ມາ​ນັ້ນ ບໍ່ແມ່ນ​ສຳລັບ​ເຮົາ​ດອກ ແຕ່​ສຳລັບ​ເຈົ້າ​ທັງຫລາຍ​ນັ້ນ​ແຫຼະ. 31ບັດນີ້​ເຖິງ​ເວລາ​ແລ້ວ ທີ່​ໂລກ​ຈະ​ຕ້ອງ​ຖືກ​ຕັດສິນ ຜູ້ປົກຄອງ​ໂລກ​ຈະ​ຖືກ​ລຶບລ້າງ​ເສຍ. 32ເມື່ອ​ເຮົາ​ຖືກ​ຍົກ​ຂຶ້ນ​ຈາກ​ແຜ່ນດິນ​ໂລກ​ນີ້ ແລ້ວ​ເຮົາ​ຈະ​ຊັກນຳ​ຄົນ​ທັງຫລາຍ​ມາ​ຫາ​ເຮົາ.” ( 33ພຣະອົງ​ກ່າວ​ດັ່ງນີ້​ເພື່ອ​ສຳແດງ​ວ່າ ພຣະອົງ​ຈະ​ຕາຍ​ຢ່າງ​ທົນທຸກ​ທໍລະມານ​ແບບ​ໃດ).
34ຄົນ​ທັງຫລາຍ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ກົດບັນຍັດ​ຂອງ​ພວກເຮົາ​ບອກ​ວ່າ ພຣະຄຣິດ​ຈະ​ມີ​ຊີວິດ​ນິຣັນດອນ, ແລ້ວ​ເຫດ​ໃດ​ທ່ານ​ຈຶ່ງ​ກ່າວ​ວ່າ ບຸດ​ມະນຸດ​ຈະ​ຕ້ອງ​ຖືກ​ຍົກ​ຂຶ້ນ ບຸດ​ມະນຸດ​ນັ້ນ​ແມ່ນ​ຜູ້ໃດ?”
35ພຣະເຢຊູເຈົ້າ​ຕອບ​ວ່າ, “ຄວາມ​ສະຫວ່າງ​ຈະ​ຍັງ​ຢູ່​ກັບ​ພວກເຈົ້າ​ອີກ​ໜ້ອຍໜຶ່ງ ເມື່ອ​ຍັງ​ມີ​ຄວາມ​ສະຫວ່າງ​ຢູ່​ກໍ​ຈົ່ງ​ຍ່າງ​ໄປ​ເທາະ ເພາະ​ຢ້ານ​ວ່າ​ຄວາມມືດ​ຈະ​ຕາມ​ມາ​ທັນ​ພວກເຈົ້າ. ດ້ວຍວ່າ, ຜູ້​ທີ່​ຍ່າງ​ໃນ​ຄວາມມືດ​ນັ້ນ ກໍ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ. 36ເມື່ອ​ພວກເຈົ້າ​ຍັງ​ມີ​ຄວາມ​ສະຫວ່າງ ຈົ່ງ​ເຊື່ອ​ໃນ​ຄວາມ​ສະຫວ່າງ​ນັ້ນ ເພື່ອ​ຈະ​ໄດ້​ເປັນ​ຄົນ​ຝ່າຍ​ຄວາມ​ສະຫວ່າງ.”
ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ເຊັ່ນນັ້ນ​ແລ້ວ ພຣະອົງ​ກໍ​ອອກ​ໜີ ແລະ​ຫລົບຫລີກ​ຈາກ​ພວກເຂົາ. 37ເຖິງ​ແມ່ນ​ວ່າ ພຣະອົງ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ຢ່າງ​ຕໍ່ໜ້າ​ພວກເຂົາ​ກໍຕາມ ພວກເຂົາ​ກໍ​ບໍ່​ເຊື່ອວາງໃຈ​ໃນ​ພຣະອົງ 38ເພື່ອ​ວ່າ​ຖ້ອຍຄຳ​ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້​ຈະ​ໄດ້​ສຳເລັດ​ວ່າ,
“ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ
ຜູ້ໃດ​ໄດ້​ວາງໃຈເຊື່ອ
ໃນ​ຖ້ອຍຄຳ​ທີ່​ຂ້ານ້ອຍ​ໄດ້​ປະກາດ?
ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເປີດເຜີຍ
ພຣະ​ຣິດທານຸພາບ​ໃຫ້​ຜູ້ໃດ​ເຫັນ​ແດ່?”
39ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ສາມາດ​ທີ່​ຈະ​ເຊື່ອ ເພາະ​ເອຊາຢາ​ໄດ້​ກ່າວ​ໄວ້​ອີກ​ວ່າ,
40 “ພຣະອົງ​ໄດ້​ເຮັດ​ໃຫ້​ຕາ​ພວກເຂົາ​ບອດ​ໄປ
ແລະ ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ແຂງ​ກະດ້າງ
ຢ້ານ​ວ່າ​ພວກເຂົາ​ຈະ​ເຫັນ​ດ້ວຍ​ຕາ
ແລະ ສັງເກດ​ຮູ້​ດ້ວຍ​ໃຈ
ແລ້ວ​ຈະ​ກັບ​ໃຈ​ໃໝ່
ເຮົາ​ຈະ​ຮັກສາ​ໃຫ້​ພວກເຂົາ​ດີ.”
41ເອຊາຢາ​ກ່າວ​ດັ່ງນີ້ ກໍ​ເພາະ​ເພິ່ນ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ແລະ​ໄດ້​ເວົ້າ​ເຖິງ​ເລື່ອງ​ຂອງ​ພຣະອົງ.
42ເຖິງ​ປານນັ້ນ​ກໍດີ ຍັງ​ມີ​ເຈົ້າໜ້າທີ່​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະອົງ, ແຕ່​ບໍ່ໄດ້​ເປີດເຜີຍ ເພາະ​ຢ້ານ​ພວກ​ຟາຣີຊາຍ​ໄລ່​ອອກ​ຈາກ​ທຳມະສາລາ. 43ດ້ວຍວ່າ, ພວກເຂົາ​ມັກ​ໃຫ້​ມະນຸດ​ພໍໃຈ ຫລາຍກວ່າ​ໃຫ້​ພຣະເຈົ້າ​ພໍໃຈ.
ຖ້ອຍຄຳ​ຂອງ​ພຣະເຢຊູເຈົ້າ​ເປັນ​ຫລັກ​ຕັດສິນ
44ພຣະເຢຊູເຈົ້າ​ໄດ້​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ຜູ້ໃດ​ທີ່​ເຊື່ອ​ເຮົາ ກໍ​ບໍ່ແມ່ນ​ເຊື່ອ​ໃນ​ເຮົາ​ເທົ່ານັ້ນ, ແຕ່​ເຊື່ອ​ໃນ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ເໝືອນກັນ. 45ຜູ້ໃດ​ທີ່​ເຫັນ​ເຮົາ ກໍ​ເຫັນ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ​ເໝືອນກັນ. 46ເຮົາ​ເປັນ​ຄວາມ​ສະຫວ່າງ​ທີ່​ເຂົ້າ​ມາ​ໃນ​ໂລກນີ້ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ເຮົາ​ຈະ​ບໍ່​ຢູ່​ໃນ​ຄວາມມືດ. 47ຖ້າ​ຜູ້ໃດ​ໄດ້ຍິນ​ຖ້ອຍຄຳ​ຂອງເຮົາ ແລະ​ບໍ່​ຖື​ຮັກສາ​ຖ້ອຍຄຳ​ເຫຼົ່ານັ້ນ ເຮົາ​ຈະ​ບໍ່​ຕັດສິນ​ຜູ້ນັ້ນ ເຮົາ​ບໍ່ໄດ້​ມາ​ເພື່ອ​ຕັດສິນ​ໂລກ ແຕ່​ມາ​ເພື່ອ​ຊ່ວຍ​ໂລກ​ໃຫ້​ພົ້ນ. 48ພວກ​ທີ່​ປະຕິເສດ​ເຮົາ ແລະ​ບໍ່​ຮັບ​ເອົາ​ຖ້ອຍຄຳ​ຂອງເຮົາ ກໍ​ມີ​ສິ່ງ​ຕັດສິນ​ພວກເຂົາ​ແລ້ວ ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ​ແຫຼະ ຈະ​ຕັດສິນ​ພວກ​ນັ້ນ​ໃນ​ວັນ​ສຸດທ້າຍ. 49ເພາະ​ເຮົາ​ບໍ່ໄດ້​ກ່າວ​ຕາມ​ລຳພັງ​ໃຈ​ຂອງ​ເຮົາເອງ, ແຕ່​ພຣະບິດາເຈົ້າ ຜູ້​ທີ່​ໃຊ້​ເຮົາ​ມາ​ນັ້ນ ເປັນ​ຜູ້​ສັ່ງ​ໃນ​ສິ່ງ​ທີ່​ເຮົາ​ກ່າວ​ແລະ​ສັ່ງສອນ. 50ຝ່າຍ​ເຮົາ​ຮູ້​ວ່າ ຄຳສັ່ງ​ຂອງ​ພຣະອົງ​ເປັນ​ຊີວິດ​ນິຣັນດອນ ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ ກໍ​ກ່າວ​ຕາມ​ຄຳສັ່ງ​ຂອງ​ພຣະບິດາເຈົ້າ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in