ໂຢຮັນ 11
11
ລາຊະໂຣຕາຍ
1ມີຊາຍຄົນໜຶ່ງຊື່ວ່າລາຊະໂຣກຳລັງປ່ວຍຢູ່ ລາວຢູ່ໃນບ້ານເບັດທານີ ຊຶ່ງເປັນບ້ານຂອງສອງເອື້ອຍນ້ອງທີ່ຊື່ວ່າ ມາຣີ ແລະ ມາທາ. 2ມາຣີແມ່ນຜູ້ທີ່ເອົານໍ້າມັນຫອມຖອກໃສ່ຕີນຂອງອົງພຣະຜູ້ເປັນເຈົ້າ ແລະເອົາຜົມຂອງຕົນເຊັດຕີນຂອງພຣະອົງ ລາຊະໂຣຜູ້ທີ່ປ່ວຍຢູ່ນັ້ນເປັນນ້ອງຊາຍຂອງນາງ. 3ທັງສອງເອື້ອຍນ້ອງໄດ້ໃຊ້ຄົນໄປບອກພຣະເຢຊູເຈົ້າວ່າ, “ພຣະອົງເຈົ້າເອີຍ ເພື່ອນທີ່ພຣະອົງຮັກນັ້ນກຳລັງປ່ວຍຢູ່.”
4ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນັ້ນແລ້ວ ພຣະອົງຈຶ່ງກ່າວວ່າ, “ການປ່ວຍຂອງລາຊະໂຣນີ້ ບໍ່ເຖິງແກ່ຄວາມຕາຍດອກ ແຕ່ເກີດຂຶ້ນເພື່ອນຳກຽດຕິຍົດແກ່ພຣະເຈົ້າ ແລະເພື່ອໃຫ້ພຣະບຸດຂອງພຣະອົງໄດ້ຮັບກຽດຕິຍົດເພາະການປ່ວຍນີ້.”
5ພຣະເຢຊູເຈົ້າຮັກແພງມາທາກັບນ້ອງສາວຂອງນາງ ແລະ ລາຊະໂຣ. 6ຂະນະທີ່ພຣະອົງໄດ້ຍິນວ່າລາຊະໂຣປ່ວຍ ພຣະອົງຍັງພັກຢູ່ບ່ອນເກົ່າຕໍ່ອີກສອງວັນ. 7ຫລັງຈາກນັ້ນ ພຣະອົງກໍກ່າວແກ່ພວກສາວົກວ່າ, “ໃຫ້ພວກເຮົາກັບຄືນສູ່ແຂວງຢູດາຍອີກເທາະ.”
8ພວກສາວົກໄດ້ກ່າວຕໍ່ພຣະອົງວ່າ, “ພຣະອາຈານເອີຍ ເມື່ອບໍ່ດົນມານີ້ ປະຊາຊົນໃນທີ່ນັ້ນໝາຍທີ່ຈະແກວ່ງກ້ອນຫີນໃສ່ທ່ານ ແລ້ວທ່ານຍັງຈະກັບຄືນໄປທີ່ນັ້ນອີກບໍ?”
9ພຣະເຢຊູເຈົ້າຕອບວ່າ, “ກາງເວັນມີຢູ່ສິບສອງຊົ່ວໂມງບໍ່ແມ່ນບໍ? ສະນັ້ນ ຜູ້ໃດທີ່ຍ່າງໃນກາງເວັນກໍຈະບໍ່ຊູນສະດຸດ ເພາະວ່າລາວເຫັນຄວາມສະຫວ່າງແຫ່ງໂລກນີ້. 10ແຕ່ຖ້າລາວຍ່າງໃນກາງຄືນ ລາວກໍຈະຊູນສະດຸດ ເພາະລາວບໍ່ມີຄວາມສະຫວ່າງໃນຕົວ.” 11ເມື່ອພຣະເຢຊູເຈົ້າກ່າວດັ່ງນັ້ນແລ້ວ ພຣະອົງຍັງກ່າວຕື່ມອີກວ່າ, “ລາຊະໂຣເພື່ອນຂອງເຮົານອນຫລັບໄປ ແຕ່ເຮົາຈະໄປປຸກລາວໃຫ້ຕື່ນ.”
12ພວກສາວົກຕອບວ່າ, “ພຣະອົງເຈົ້າເອີຍ ຖ້າລາວນອນຫລັບ ລາວຄົງຈະຫາຍດີພະຍາດ.”
13ພຣະເຢຊູເຈົ້າໝາຍເຖິງຄວາມຕາຍຂອງລາຊະໂຣ ແຕ່ພວກສາວົກຊໍ້າພັດຄິດວ່າ, ພຣະອົງເວົ້າເຖິງການນອນຫລັບໃຫ້ຫາຍເມື່ອຍ. 14ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງບອກພວກເພິ່ນຢ່າງຈະແຈ້ງວ່າ, “ລາຊະໂຣຕາຍແລ້ວ 15ເພື່ອເຫັນແກ່ເຈົ້າທັງຫລາຍ ເຮົາດີໃຈທີ່ເຮົາບໍ່ໄດ້ຢູ່ຫັ້ນກັບລາວ ເພື່ອວ່າພວກເຈົ້າຈະໄດ້ເຊື່ອ, ໃຫ້ພວກເຮົາໄປຫາລາວເທາະ.”
16ໂທມາມີຊື່ອີກວ່າ, “ຝາແຝດ” ໄດ້ເວົ້າກັບເພື່ອນສາວົກດ້ວຍກັນວ່າ, “ໃຫ້ພວກເຮົາພາກັນໄປນຳກັນ ເພື່ອວ່າຈະໄດ້ຕາຍກັບພຣະອົງ.”
ພຣະເຢຊູເຈົ້າເປັນເຫດໃຫ້ຄືນມາຈາກຕາຍ ແລະ ທັງຊົງເປັນຊີວິດ
17ເມື່ອພຣະເຢຊູເຈົ້າມາຮອດ ພຣະອົງກໍຮູ້ວ່າລາຊະໂຣຢູ່ໃນອຸບມຸງຝັງສົບໄດ້ສີ່ວັນແລ້ວ. 18ບ້ານເບັດທານີນີ້ ຢູ່ຫ່າງຈາກນະຄອນເຢຣູຊາເລັມເກືອບສາມກິໂລແມັດ 19ແລະ ຊາວຢູດາຍຫລາຍຄົນໄດ້ມາເພື່ອເລົ້າໂລມໃຈນາງມາຣີແລະນາງມາທາ ຍ້ອນນ້ອງຊາຍຂອງພວກເຂົາໄດ້ຕາຍແລ້ວ.
20ເມື່ອມາທາໄດ້ຍິນວ່າພຣະເຢຊູເຈົ້າກຳລັງມາ ນາງກໍອອກໄປຕ້ອນຮັບພຣະອົງ ສ່ວນມາຣີນັ້ນນັ່ງຢູ່ໃນເຮືອນ. 21ນາງມາທາເວົ້າຕໍ່ພຣະເຢຊູເຈົ້າວ່າ, “ພຣະອົງເຈົ້າເອີຍ ຖ້າທ່ານຢູ່ທີ່ນີ້ ນ້ອງຊາຍຂອງຂ້ານ້ອຍຄົງບໍ່ຕາຍ 22ແຕ່ເຖິງຢ່າງໃດກໍດີ ບັດນີ້ຂ້ານ້ອຍຮູ້ວ່າ ພຣະເຈົ້າຈະໂຜດໃຫ້ແກ່ທ່ານ ໃນສິ່ງທີ່ທ່ານທູນຂໍຈາກພຣະອົງ.”
23ພຣະເຢຊູເຈົ້າກ່າວຕໍ່ນາງວ່າ, “ນ້ອງຊາຍຂອງເຈົ້າຈະເປັນຄືນມາຈາກຕາຍ.”
24ນາງມາທາຕອບຄືນວ່າ, “ຂ້ານ້ອຍຮູ້ແລ້ວວ່າ ລາວຈະເປັນຄືນມາອີກໃນການຄືນມາຈາກຕາຍເມື່ອວັນສຸດທ້າຍ.”
25ພຣະເຢຊູເຈົ້າກ່າວແກ່ນາງວ່າ, “ເຮົານີ້ແຫຼະ ເປັນເຫດໃຫ້ຄົນທັງປວງເປັນຄືນມາ ທັງເປັນຊີວິດ, ຜູ້ທີ່ວາງໃຈເຊື່ອໃນເຮົາ ເຖິງແມ່ນວ່າຕາຍໄປແລ້ວ ກໍຍັງມີຊີວິດຢູ່. 26ຜູ້ໃດທີ່ຍັງມີຊີວິດຢູ່ ແລະເຊື່ອໃນເຮົາຈະບໍ່ຕາຍຈັກເທື່ອ ເຈົ້າເຊື່ອໃນຂໍ້ນີ້ຫລືບໍ່?”
27ນາງຕອບວ່າ, “ເຊື່ອຢູ່ແລ້ວ ພຣະອົງເຈົ້າເອີຍ ຂ້ານ້ອຍເຊື່ອແລ້ວວ່າ ທ່ານເປັນພຣະຄຣິດ ຄືພຣະບຸດຂອງພຣະເຈົ້າຜູ້ທີ່ຕ້ອງເຂົ້າມາໃນໂລກ.”
ພຣະເຢຊູເຈົ້າຊົງສະເທືອນໃຈຮ້ອງໄຫ້
28ຫລັງຈາກມາທາກ່າວດັ່ງນີ້ແລ້ວ ນາງກໍກັບຄືນເຂົ້າໄປ ແລະເອີ້ນມາຣີ ນ້ອງສາວຂອງຕົນໄປຕ່າງຫາກ ມາທາບອກວ່າ, “ອາຈານມາທີ່ນີ້ແລ້ວ ແລະຕ້ອງການພົບເຈົ້າ.” 29ເມື່ອມາຣີໄດ້ຍິນດັ່ງນັ້ນ, ນາງຈຶ່ງຟ້າວລຸກຂຶ້ນໄປຫາພຣະອົງ. 30ພຣະເຢຊູເຈົ້າບໍ່ທັນໄດ້ເຂົ້າໄປໃນບ້ານເທື່ອ ແຕ່ຍັງຢູ່ບ່ອນທີ່ມາທາໄດ້ພົບພຣະອົງນັ້ນ. 31ເມື່ອປະຊາຊົນກຳລັງເລົ້າໂລມໃຈນາງມາຣີຢູ່ໃນເຮືອນ ເຫັນນາງຟ້າວລຸກອອກໄປ ຈຶ່ງຕິດຕາມນາງໄປ ພວກເຂົາຄິດວ່ານາງຈະອອກໄປຮ້ອງໄຫ້ທີ່ອຸບມຸງຝັງສົບ. 32ພໍນາງມາຣີຮອດບ່ອນທີ່ພຣະເຢຊູເຈົ້າຢູ່ ແລະເຫັນພຣະອົງແລ້ວ ນາງກໍກົ້ມກາບລົງທີ່ຕີນພຣະອົງ ແລະເວົ້າວ່າ, “ພຣະອົງເຈົ້າເອີຍ ຖ້າທ່ານຢູ່ນີ້ ນ້ອງຊາຍຂ້ານ້ອຍຄົງບໍ່ຕາຍ.”
33ພຣະເຢຊູເຈົ້າເຫັນນາງຮ້ອງໄຫ້ ທັງປະຊາຊົນທີ່ມາກັບນາງກໍຮ້ອງໄຫ້ດ້ວຍ ພຣະອົງຈຶ່ງສະເທືອນໃຈກັບເຫດການນັ້ນ ແລະຊົງໂສກເສົ້າ. 34ພຣະອົງຖາມພວກເຂົາວ່າ, “ພວກເຈົ້າໄດ້ເອົາສົບໄປວາງໄວ້ຢູ່ໃສ?”
ພວກເຂົາຕອບວ່າ, “ເຊີນມາເບິ່ງ ພຣະອົງເຈົ້າເອີຍ.”
35ຝ່າຍພຣະເຢຊູເຈົ້າກໍຮ້ອງໄຫ້. 36ປະຊາຊົນເວົ້າກັນວ່າ, “ເບິ່ງດູ ເພິ່ນຮັກລາວເທົ່າໃດ.”
37ແຕ່ມີບາງຄົນເວົ້າວ່າ, “ຜູ້ນີ້ໄດ້ເປີດຕາຂອງຄົນຕາບອດນັ້ນ ແລ້ວຈະເຮັດໃຫ້ຄົນນີ້ບໍ່ຕາຍບໍ່ໄດ້ບໍ?”
ພຣະເຢຊູເຈົ້າຊົງບັນດານໃຫ້ລາຊະໂຣເປັນຄືນມາຈາກຕາຍ
38ພຣະເຢຊູເຈົ້າສະເທືອນຈິດໃຈໂສກເສົ້າໜັກອີກ ຈຶ່ງໄດ້ໄປເຖິງອຸບມຸງຝັງສົບ ຊຶ່ງເປັນຖໍ້າທີ່ມີຫີນກ້ອນໃຫຍ່ອັດປາກຖໍ້າໄວ້. 39ພຣະເຢຊູເຈົ້າສັ່ງໃຫ້ກື່ງກ້ອນຫີນອອກ.
ນາງມາທາເອື້ອຍຂອງຜູ້ຕາຍຕອບວ່າ, “ພຣະອົງເຈົ້າເອີຍ ປານນີ້ສົບຄົງມີກິ່ນເໝັນແລ້ວ ເພາະລາວຕາຍໄດ້ສີ່ວັນແລ້ວ.”
40ພຣະເຢຊູເຈົ້າກ່າວແກ່ນາງວ່າ, “ເຮົາໄດ້ບອກເຈົ້າແລ້ວວ່າ ຖ້າເຈົ້າເຊື່ອ ເຈົ້າຄົງຈະໄດ້ເຫັນສະຫງ່າຣາສີຂອງພຣະເຈົ້າ.” 41ດັ່ງນັ້ນ ພວກເຂົາຈຶ່ງກື່ງກ້ອນຫີນອອກ ຝ່າຍພຣະເຢຊູເຈົ້າກໍເງີຍໜ້າຂຶ້ນ ແລະພາວັນນາອະທິຖານວ່າ, “ໂອ ພຣະບິດາເຈົ້າເອີຍ, ຂ້ານ້ອຍໂມທະນາຂອບພຣະຄຸນທີ່ພຣະອົງຟັງຂ້ານ້ອຍ. 42ຂ້ານ້ອຍຮູ້ວ່າພຣະບິດາເຈົ້າຟັງຂ້ານ້ອຍຢູ່ສະເໝີ, ແຕ່ຂ້ານ້ອຍເວົ້າຢ່າງນີ້ກໍເພື່ອເຫັນແກ່ຄົນທັງຫລາຍທີ່ຢືນອ້ອມຢູ່ນີ້ ເພື່ອພວກເຂົາຈະໄດ້ເຊື່ອວ່າ ແມ່ນພຣະບິດາເຈົ້າທີ່ເປັນຜູ້ໄດ້ໃຊ້ຂ້ານ້ອຍມາ.” 43ເມື່ອພຣະອົງກ່າວດັ່ງນັ້ນແລ້ວ ພຣະອົງຈຶ່ງເປັ່ງສຽງຮ້ອງຂຶ້ນວ່າ, “ລາຊະໂຣເອີຍ ຈົ່ງອອກມາ.” 44ຜູ້ຕາຍນັ້ນກໍອອກມາ ມີຜ້າພັນຕີນພັນມື ທັງມີຜ້າປົກໜ້າໄວ້ຢູ່, ພຣະເຢຊູເຈົ້າບອກພວກເຂົາວ່າ, “ແກ້ຜ້າໃຫ້ລາວ ແລ້ວປ່ອຍລາວໄປ.”
ການປອງຮ້າຍພຣະເຢຊູເຈົ້າ
(ມທ 26:1-5; ມຣກ 14:1-2; ລກ 22:1-2)
45ເຫດສະນັ້ນ ພວກຢິວຫລາຍຄົນທີ່ມາຢ້ຽມຢາມນາງມາຣີ ໄດ້ເຫັນເຫດການທີ່ພຣະເຢຊູເຈົ້າເຮັດນັ້ນ ພວກເຂົາກໍເຊື່ອໃນພຣະອົງ. 46ແຕ່ບາງຄົນໃນພວກເຂົາໄດ້ໄປຫາພວກຟາຣີຊາຍ ແລະເລົ່າເຫດການທີ່ພຣະເຢຊູເຈົ້າໄດ້ເຮັດນັ້ນໃຫ້ພວກເຂົາຟັງ. 47ດັ່ງນັ້ນ ພວກຫົວໜ້າປະໂຣຫິດແລະພວກຟາຣີຊາຍ ຈຶ່ງເອີ້ນສະມາຊິກສະພາມາປະຊຸມກັນວ່າ, “ພວກເຮົາຈະເຮັດຢ່າງໃດ? ເພາະວ່າຊາຍຄົນນີ້ກຳລັງເຮັດໝາຍສຳຄັນຫລາຍຢ່າງ. 48ຖ້າພວກເຮົາປ່ອຍໃຫ້ລາວເຮັດຢູ່ຢ່າງນີ້ແລ້ວ ຄົນທັງຫລາຍກໍຈະເຊື່ອລາວ ແລະພວກໂຣມກໍຈະມາ ທຳລາຍພຣະວິຫານກັບປະເທດຊາດຂອງພວກເຮົາ.”
49ແຕ່ມີຜູ້ໜຶ່ງໃນພວກເຂົາຊື່ວ່າກາຢະຟາ ຜູ້ທີ່ເປັນມະຫາປະໂຣຫິດປະຈຳການໃນປີນັ້ນ ໄດ້ກ່າວຕໍ່ພວກເຂົາວ່າ, “ພວກທ່ານບໍ່ຮູ້ຈັກຫຍັງເລີຍ 50ບໍ່ຄິດເຫັນບໍວ່າ ມັນຈະເປັນປະໂຫຍດສຳລັບພວກທ່ານ ທີ່ໃຫ້ຄົນໜຶ່ງຕາຍເພື່ອປະຊາຊົນ ແທນທີ່ຈະໃຫ້ຄົນທັງຊາດຕ້ອງພິນາດຈິບຫາຍ?” 51ແທ້ຈິງແລ້ວ ເພິ່ນບໍ່ໄດ້ເວົ້າຕາມລຳພັງຕົນເອງ, ແຕ່ເພິ່ນເປັນມະຫາປະໂຣຫິດປະຈຳການໃນປີນັ້ນ ເພິ່ນຈຶ່ງໄດ້ທຳນວາຍວ່າ ພຣະເຢຊູເຈົ້າຈະຕາຍເພື່ອປະເທດຊາດ 52ແລະບໍ່ແມ່ນເພື່ອແທນປະເທດຊາດເທົ່ານັ້ນ ແຕ່ເພື່ອເຕົ້າໂຮມປະຊາຊົນທັງຫລາຍຂອງພຣະເຈົ້າ ທີ່ໄດ້ແຕກກະຈັດກະຈາຍກັນໄປນັ້ນ ໃຫ້ເຂົ້າເປັນອັນໜຶ່ງອັນດຽວກັນ.
53ຕັ້ງແຕ່ວັນນັ້ນມາ ພວກເຂົາກໍໄດ້ວາງແຜນຂ້າພຣະເຢຊູເຈົ້າ. 54ດ້ວຍເຫດນີ້ ພຣະເຢຊູເຈົ້າຈຶ່ງບໍ່ໄດ້ໄປທາງໃດຢ່າງເປີດເຜີຍໃນແຂວງຢູດາຍ, ແຕ່ພຣະອົງໄດ້ໜີໄປບ່ອນໜຶ່ງ ໃກ້ກັບຖິ່ນແຫ້ງແລ້ງກັນດານ ເຖິງເມືອງໜຶ່ງຊື່ວ່າເອຟຣາອິມ ແລະຢູ່ທີ່ນັ້ນກັບພວກສາວົກຂອງພຣະອົງ.
55ເວລາສະຫລອງເທດສະການປັດສະຄາໃກ້ຈະມາເຖິງແລ້ວ ມີຫລາຍຄົນໄດ້ຈາກບ້ານເມືອງຂອງຕົນ ຂຶ້ນໄປສູ່ນະຄອນເຢຣູຊາເລັມ ເພື່ອປະກອບພິທີຊຳລະຕົວກ່ອນວັນເທດສະການ. 56ພວກເຂົາກຳລັງຊອກຫາພຣະເຢຊູເຈົ້າ ແລະເມື່ອຢືນຢູ່ໃນພຣະວິຫານ ພວກເຂົາຈຶ່ງຖາມກັນວ່າ, “ເຈົ້າຄິດເຫັນຢ່າງໃດ? ເພິ່ນຄົງຈະບໍ່ມາໃນເທດສະການນີ້ແມ່ນຫລືບໍ່?” 57ຝ່າຍພວກຫົວໜ້າປະໂຣຫິດແລະພວກຟາຣີຊາຍ ກໍອອກຄຳສັ່ງໄວ້ວ່າ ຖ້າຜູ້ໃດຮູ້ວ່າພຣະເຢຊູເຈົ້າຢູ່ໃສ ໃຫ້ມາລາຍງານພວກຕົນເພື່ອຈະໄປຈັບພຣະອົງ.
Currently Selected:
ໂຢຮັນ 11: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.