YouVersion Logo
Search Icon

ໂຢຮັນ 10

10
ພຣະເຢຊູເຈົ້າ​ຊົງ​ເປັນ​ຜູ້​ລ້ຽງ​ທີ່​ດີ
1“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນ​ທີ່​ບໍ່​ເຂົ້າ​ຄອກ​ແກະ​ທາງ​ປະຕູ ແຕ່​ປີນ​ເຂົ້າ​ທາງ​ອື່ນ​ກໍ​ເປັນ​ຂະໂມຍ​ແລະ​ໂຈນ. 2ແຕ່​ຜູ້​ທີ່​ເຂົ້າ​ທາງ​ປະຕູ​ກໍ​ເປັນ​ຄົນ​ລ້ຽງແກະ. 3ຄົນ​ເຝົ້າ​ປະຕູ ກໍ​ໄຂ​ປະຕູ​ໃຫ້​ແກ່​ຜູ້ນັ້ນ ແລະ​ຝູງແກະ​ກໍ​ຟັງ​ສຽງ​ຂອງ​ເພິ່ນ ເພິ່ນ​ເອີ້ນ​ແກະ​ຂອງຕົນ​ຕາມ​ຊື່ ແລະ​ພາ​ອອກ​ໄປ. 4ເມື່ອ​ນຳ​ຝູງແກະ​ຂອງຕົນ ເພິ່ນ​ກໍ​ນຳ​ໜ້າ​ຝູງແກະ​ໄປ ແລະ​ຝູງແກະ​ກໍຕາມ​ເພິ່ນ​ໄປ ເພາະ​ຮູ້ຈັກ​ສຽງ​ຂອງ​ເພິ່ນ. 5ຝູງແກະ​ຈະ​ບໍ່​ຕາມ​ຄົນ​ແປກໜ້າ ແຕ່​ຈະ​ແລ່ນ​ໜີໄປ​ຈາກ​ຄົນ​ນັ້ນ ເພາະ​ບໍ່​ຮູ້ຈັກ​ສຽງ​ຂອງ​ຄົນ​ແປກ​ໜ້າ​ນັ້ນ.”
6ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ນີ້​ແກ່​ພວກເຂົາ ແຕ່​ພວກເຂົາ​ບໍ່​ເຂົ້າໃຈ​ວ່າ ພຣະອົງ​ໝາຍ​ເຖິງ​ຫຍັງ. 7ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ອີກ​ວ່າ, “ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ເຮົາ​ນີ້​ແຫຼະ ເປັນ​ປະຕູ​ຂອງ​ແກະ​ທັງຫລາຍ. 8ບັນດາ​ຜູ້​ທີ່​ມາ​ກ່ອນ​ເຮົາ​ນັ້ນ ເປັນ​ຂະໂມຍ​ແລະ​ໂຈນ ແຕ່​ຝູງແກະ​ບໍ່ໄດ້​ຟັງ​ພວກເຂົາ. 9ເຮົາ​ນີ້​ແຫຼະ ເປັນ​ປະຕູ ຜູ້ໃດ​ກໍຕາມ​ທີ່​ເຂົ້າ​ມາ​ທາງ​ເຮົາ​ກໍ​ຈະ​ໄດ້​ພົ້ນ ແລ້ວ​ຈະ​ເຂົ້າ​ມາ​ແລະ​ອອກ​ໄປ ທັງ​ຈະ​ພົບ​ອາຫານ​ດ້ວຍ. 10ຂະໂມຍ​ມາ ກໍ​ພຽງແຕ່​ຈະ​ລັກ ຈະ​ຂ້າ​ແລະ​ທຳລາຍ​ເທົ່ານັ້ນ ຝ່າຍ​ເຮົາ​ໄດ້​ມາ ເພື່ອ​ເຂົາ​ຈະ​ໄດ້​ຊີວິດ ແລະ​ຈະ​ໄດ້​ຊີວິດ​ຢ່າງ​ຄົບ​ບໍລິບູນ.
11ເຮົາ​ນີ້​ແຫຼະ ເປັນ​ຜູ້​ລ້ຽງແກະ​ທີ່​ດີ ຜູ້​ລ້ຽງ​ທີ່​ດີ​ຍ່ອມ​ສະຫລະ​ຊີວິດ​ຂອງຕົນ​ເພື່ອ​ຝູງແກະ. 12ຜູ້​ຮັບຈ້າງ ຄື​ຜູ້​ທີ່​ບໍ່ແມ່ນ​ຄົນ​ລ້ຽງແກະ ແລະ​ທັງ​ບໍ່​ເປັນ​ເຈົ້າ​ຂອງ​ແກະ ເມື່ອ​ເຫັນ​ໝາໄນ​ມາ ລາວ​ກໍ​ປະຖິ້ມ​ຝູງແກະ ແລະ​ແລ່ນ​ປົບໜີໄປ ໝາໄນ​ຈຶ່ງ​ກັດ ແລະ​ຍາດ​ເອົາ​ຝູງແກະ​ເຮັດ​ໃຫ້​ເຂົາ​ແຕກຊະ​ກັນ​ໄປ. 13ຄົນ​ຮັບຈ້າງ​ແລ່ນ​ປົບໜີ ເພາະວ່າ​ລາວ​ເປັນ​ພຽງແຕ່​ຄົນ​ຮັບຈ້າງ ແລະ​ລາວ​ບໍ່​ຫ່ວງໃຍ​ນຳ​ຝູງແກະ. 14ເຮົາ​ນີ້​ແຫຼະ ເປັນ​ຜູ້​ລ້ຽງ​ທີ່​ດີ ເຮົາ​ຮູ້ຈັກ​ແກະ​ຂອງເຮົາ ແລະ​ແກະ​ຂອງເຮົາ​ກໍ​ຮູ້ຈັກ​ເຮົາ. 15ເໝືອນ​ດັ່ງ​ພຣະບິດາເຈົ້າ​ຮູ້ຈັກ​ເຮົາ ແລະ​ເຮົາ​ກໍ​ຮູ້ຈັກ​ພຣະບິດາເຈົ້າ ເຮົາ​ເຕັມໃຈ​ສະຫລະ​ຊີວິດ​ເພື່ອ​ຝູງແກະ​ຂອງເຮົາ. 16ມີ​ຝູງແກະ​ອື່ນ​ທີ່​ເປັນ​ຝູງແກະ​ຂອງເຮົາ ແຕ່​ບໍ່​ຢູ່​ໃນ​ຄອກ​ນີ້ ເຮົາ​ຈະ​ຕ້ອງ​ພາ​ແກະ​ເຫຼົ່ານັ້ນ​ມາ​ເໝືອນກັນ ພວກເຂົາ​ຈະ​ຟັງ​ສຽງ​ຂອງເຮົາ ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ​ເຂົ້າ​ເປັນ​ຝູງ​ດຽວ​ທີ່​ມີ​ຜູ້​ລ້ຽງ​ແຕ່​ຜູ້​ດຽວ.
17ດ້ວຍເຫດນີ້ ພຣະບິດາເຈົ້າ​ຈຶ່ງ​ຮັກ​ເຮົາ ເພາະ​ເຮົາ​ສະຫລະ​ຊີວິດ​ຂອງເຮົາ ເພື່ອ​ຈະ​ຮັບ​ຊີວິດ​ນັ້ນ​ຄືນ​ມາ. 18ບໍ່ມີ​ຜູ້ໃດ​ຍາດ​ເອົາ​ຊີວິດ​ໄປ​ຈາກ​ເຮົາ, ແຕ່​ເຮົາ​ສະຫລະ​ຊີວິດ​ດ້ວຍ​ໃຈ​ສະໝັກ​ຂອງເຮົາ​ເອງ, ເຮົາ​ມີ​ສິດ​ທີ່​ຈະ​ສະຫລະ​ຊີວິດ​ນັ້ນ ແລະ​ມີ​ສິດ​ທີ່​ຈະ​ຮັບ​ເອົາ​ຄືນ ຄຳສັ່ງ​ນີ້​ເຮົາ​ໄດ້​ຮັບ​ຈາກ​ພຣະບິດາເຈົ້າ​ຂອງເຮົາ.”
19ຍ້ອນ​ຂໍ້ຄວາມ​ເຫຼົ່ານີ້ ຊາວ​ຢິວ​ຈຶ່ງ​ເກີດ​ມີ​ການ​ແຕກແຍກ​ກັນ​ອີກ. 20ມີ​ຫລາຍ​ຄົນ​ໃນ​ພວກເຂົາ​ເວົ້າ​ວ່າ, “ຜີມານຮ້າຍ​ສິງ​ລາວ​ຢູ່ ແລະ​ລາວ​ກຳລັງ​ເປັນ​ບ້າ ຟັງ​ລາວ​ເຮັດ​ຫຍັງ?” 21ແຕ່​ພວກ​ອື່ນ​ເວົ້າ​ວ່າ, “ຄົນ​ມີ​ຜີມານຮ້າຍ​ສິງ​ບໍ່​ເວົ້າ​ຢ່າງ​ນີ້​ດອກ ຜີມານຮ້າຍ​ຈະ​ເຮັດ​ໃຫ້​ຄົນ​ຕາບອດ​ເຫັນຮຸ່ງ​ໄດ້​ຊັ້ນບໍ?”
ພຣະເຢຊູເຈົ້າ​ຖືກ​ພວກ​ຢິວ​ປະຕິເສດ
22ເວລາ​ນັ້ນ​ເປັນ​ລະດູ​ໜາວ ພໍດີ​ເປັນ​ເທດສະການ​ສະຫລອງ​ຖວາຍ​ພຣະວິຫານ​ໃນ​ນະຄອນ​ເຢຣູຊາເລັມ. 23ສ່ວນ​ພຣະເຢຊູເຈົ້າ​ກໍ​ຍ່າງ​ໄປມາ​ໃນ​ພຣະວິຫານ ທີ່​ລະບຽງ​ໂຊໂລໂມນ. 24ປະຊາຊົນ​ໄດ້​ມາ​ອ້ອມ​ພຣະອົງ​ແລ້ວ​ຖາມ​ວ່າ, “ຈະ​ໃຫ້​ພວກເຮົາ​ສົງໄສ​ໄປ​ດົນ​ປານໃດ? ຈົ່ງ​ບອກ​ພວກເຮົາ​ໃຫ້​ຮູ້​ຄັກ​ສາ​ວ່າ ທ່ານ​ເປັນ​ພຣະຄຣິດ​ບໍ?”
25ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ ແຕ່​ພວກເຈົ້າ​ບໍ່​ເຊື່ອ ພາລະກິດ​ທີ່​ເຮົາ​ເຮັດ​ໃນ​ພຣະນາມ​ພຣະບິດາເຈົ້າ​ຂອງເຮົາ​ນັ້ນ ກໍ​ເປັນ​ພະຍານ​ຢືນຢັນ​ໃຫ້​ເຮົາ, 26ແຕ່​ພວກເຈົ້າ​ບໍ່ໄດ້​ເຊື່ອ ເພາະ​ພວກເຈົ້າ​ບໍ່ແມ່ນ​ຝູງແກະ​ຂອງເຮົາ. 27ແກະ​ຂອງເຮົາ​ກໍ​ຟັງ​ສຽງ​ຂອງເຮົາ, ເຮົາ​ຮູ້ຈັກ​ພວກເຂົາ ແລະ​ພວກເຂົາ​ກໍຕາມ​ເຮົາ​ໄປ. 28ເຮົາ​ໃຫ້​ຊີວິດ​ນິຣັນດອນ​ແກ່​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ບໍ່​ຈິບຫາຍ​ຈັກເທື່ອ ບໍ່ມີ​ຜູ້ໃດ​ຍາດ​ເອົາ​ພວກເຂົາ​ອອກ​ຈາກ​ມື​ຂອງເຮົາ​ໄດ້. 29ສິ່ງ​ທີ່​ພຣະບິດາເຈົ້າ​ຂອງເຮົາ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ ກໍ​ໃຫຍ່​ກວ່າ​ທຸກສິ່ງ. ແລະ​ບໍ່ມີ​ຜູ້ໃດ​ຍາດ​ເອົາ​ພວກເຂົາ​ຈາກ​ກຳມື​ພຣະບິດາເຈົ້າ​ຂອງເຮົາ​ໄດ້. 30ເຮົາ​ກັບ​ພຣະບິດາເຈົ້າ​ກໍ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ.”
31ປະຊາຊົນ​ຈຶ່ງ​ຈັບ​ກ້ອນຫີນ​ຈະ​ແກວ່ງ​ໃສ່​ພຣະອົງ. 32ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ເຮົາ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ເຫັນ​ການ​ດີ​ຫລາຍ​ຢ່າງ​ທີ່​ມາ​ຈາກ​ພຣະບິດາເຈົ້າ​ຂອງເຮົາ ພວກເຈົ້າ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ເຮົາ​ຍ້ອນ​ເລື່ອງ​ຫຍັງ?”
33ພວກ​ຢິວ​ຕອບ​ຄືນ​ວ່າ, “ພວກເຮົາ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ເຈົ້າ ບໍ່ແມ່ນ​ຍ້ອນ​ການ​ດີ​ຢ່າງໃດ​ຢ່າງໜຶ່ງ ແຕ່​ຍ້ອນ​ເຈົ້າ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ ເຈົ້າ​ເປັນ​ພຽງ​ມະນຸດ​ເທົ່ານັ້ນ, ແຕ່​ເຈົ້າ​ຕັ້ງ​ເຈົ້າ​ເອງ​ເປັນ​ພຣະເຈົ້າ.”
34ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ພວກເຈົ້າ​ບໍ່ແມ່ນ​ບໍ​ວ່າ, ‘ເຈົ້າ​ທັງຫລາຍ​ເປັນ​ພຣະ.’ 35ຖ້າ​ພຣະອົງ​ຊົງ​ເອີ້ນ​ຜູ້​ຮັບ​ພຣະທຳ​ຂອງ​ພຣະເຈົ້າ​ວ່າ​ເປັນ​ພຣະ ພຣະຄຳພີ​ນັ້ນ​ຈະ​ຖືກ​ລຶບລ້າງ​ເສຍ​ບໍ່ໄດ້. 36ພວກເຈົ້າ​ເວົ້າ​ໃຫ້​ເຮົາ​ວ່າ, ເຮົາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ ຍ້ອນ​ເຮົາ​ໄດ້​ເວົ້າ​ວ່າ, ເຮົາ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ຊັ້ນບໍ? 37ຖ້າ​ເຮົາ​ບໍ່ໄດ້​ເຮັດ​ພາລະກິດ​ຂອງ​ພຣະບິດາເຈົ້າ​ຂອງເຮົາ ພວກເຈົ້າ​ກໍຢ່າ​ເຊື່ອ​ໃນ​ເຮົາ. 38ແຕ່​ຖ້າ​ເຮົາ​ເຮັດ​ພາລະກິດ​ນັ້ນ ເຖິງ​ພວກເຈົ້າ​ບໍ່​ເຊື່ອ​ເຮົາ​ກໍຕາມ ກໍ​ຈົ່ງ​ເຊື່ອ​ໃນ​ພາລະກິດ​ນັ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້ຈັກ ແລະ​ເຊື່ອໝັ້ນ​ວ່າ, ພຣະບິດາເຈົ້າ​ຢູ່​ໃນ​ເຮົາ ແລະ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ.”
39ເຫດສະນັ້ນ ພວກເຂົາ​ໝາຍ​ທີ່​ຈະ​ຈັບ​ພຣະອົງ​ອີກ ແຕ່​ພຣະອົງ​ໜີ​ພົ້ນ​ຈາກ​ມື​ຂອງ​ພວກເຂົາ​ໄປ​ໄດ້.
40ແລ້ວ​ພຣະອົງ​ກໍ​ຂ້າມ​ແມ່ນໍ້າ​ຈໍແດນ ໄປ​ບ່ອນ​ທີ່​ໂຢຮັນ​ໃຫ້​ຮັບ​ບັບຕິສະມາ​ແຕ່​ກ່ອນ​ນັ້ນ ແລະ​ພຣະອົງ​ກໍ​ພັກ​ຢູ່​ທີ່​ນັ້ນ. 41ມີ​ຫລາຍ​ຄົນ​ໄດ້​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ໂຢຮັນ​ບໍ່ໄດ້​ເຮັດ​ໝາຍສຳຄັນ​ການ​ອັດສະຈັນ​ຈັກ​ຢ່າງ, ແຕ່​ທຸກສິ່ງ​ທີ່​ໂຢຮັນ​ເວົ້າ​ເຖິງ​ທ່ານ​ຄົນ​ນີ້ ກໍ​ເປັນ​ຄວາມຈິງ​ທັງໝົດ.” 42ໃນ​ທີ່ນັ້ນ ໄດ້​ມີ​ຫລາຍ​ຄົນ​ເຊື່ອ​ໃນ​ພຣະອົງ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in