ປະຖົມມະການ 8
8
ນໍ້າບົກລົງ
1ພຣະເຈົ້າບໍ່ໄດ້ລືມໂນອາພ້ອມທັງສັດຊະນິດຕ່າງໆທີ່ຢູ່ໃນເຮືອ; ພຣະອົງໄດ້ເຮັດໃຫ້ມີລົມພັດມາ ແລະນໍ້າກໍບົກລົງ. 2ຮູນໍ້າໃຕ້ພື້ນດິນ ແລະປ່ອງນໍ້າເທິງຟ້າສະຫວັນ ຖືກອັດໝົດ ຝົນເຊົາຕົກ 3ແລະນໍ້າກໍຄ່ອຍໆບົກລົງຕາມລຳດັບເປັນເວລາໜຶ່ງຮ້ອຍຫ້າສິບວັນ. 4ໃນວັນທີສິບເຈັດຂອງເດືອນທີເຈັດ ເຮືອຂອງໂນອາໄດ້ຄ້າງຄາຢູ່ທີ່ເທິງພູເຂົາອາຣາຣັດ. 5ນໍ້າໄດ້ບົກລົງເລື້ອຍໆ ຈົນຮອດວັນທີໜຶ່ງຂອງເດືອນທີສິບແລ້ວ ຈອມພູທັງຫລາຍກໍໄດ້ປາກົດຂຶ້ນ.
6ຕໍ່ມາອີກສີ່ສິບວັນ ໂນອາໄດ້ໄຂປ່ອງຢ້ຽມເຮືອອອກ 7ແລະປ່ອຍກາໂຕໜຶ່ງອອກໄປ ກາໂຕນີ້ບໍ່ໄດ້ບິນຄືນມາ ແຕ່ມັນໄດ້ບິນເວີ່ນຢູ່ຈົນນໍ້າໄດ້ແຫ້ງລົງ. 8ໃນເວລາດຽວກັນນັ້ນ ໂນອາໄດ້ປ່ອຍນົກເຂົາໂຕໜຶ່ງອອກໄປອີກ ເພື່ອຈະໄດ້ຮູ້ວ່ານໍ້າບົກແລ້ວຫລືຍັງ 9ແຕ່ນົກເຂົາໂຕນັ້ນບໍ່ມີບ່ອນຈັບ ຈຶ່ງໄດ້ກັບຄືນມາ ເພາະນໍ້າຍັງຖ້ວມພື້ນດິນຢູ່; ພໍເຫັນນົກກັບມາ ໂນອາກໍຟ້າວເດ່ມືອອກໄປຈັບເອົານົກໂຕນັ້ນມາໄວ້ໃນເຮືອນຳໝູ່. 10ເຈັດວັນຕໍ່ມາ ເພິ່ນໄດ້ປ່ອຍນົກເຂົາອອກໄປອີກ. 11ນົກເຂົາໂຕນັ້ນໄດ້ບິນກັບມາໃນຕອນແລງ ພ້ອມທັງຄາບເອົາໃບໝາກກອກເທດ. ສະນັ້ນ ເພິ່ນຈຶ່ງຮູ້ຈັກຄັກແນ່ວ່າ ນໍ້າໄດ້ບົກລົງແລ້ວ. 12ເຈັດວັນຕໍ່ມາ ເພິ່ນໄດ້ປ່ອຍນົກເຂົາອອກໄປອີກ, ແຕ່ໃນເທື່ອນີ້ມັນບໍ່ໄດ້ກັບຄືນມາ.
13ເມື່ອໂນອາອາຍຸໄດ້ 601 ປີ ຄືໃນວັນທີໜຶ່ງຂອງເດືອນທີໜຶ່ງຂອງປີນັ້ນ ນໍ້າກໍໄດ້ບົກ ແລະແຫ້ງລົງໝົດ ເພິ່ນເປີດຫລັງຄາເຮືອອອກເບິ່ງໄປລອບໆ ຈຶ່ງເຫັນວ່າໜ້າດິນແຫ້ງແລ້ວ. 14ໃນວັນທີຊາວເຈັດຂອງເດືອນທີສອງ ພື້ນດິນຈຶ່ງໄດ້ແຫ້ງໝົດ.
15ແລ້ວພຣະເຈົ້າກໍກ່າວແກ່ໂນອາວ່າ, 16“ເຈົ້າແລະເມຍພ້ອມດ້ວຍພວກລູກຊາຍກັບພວກລູກໃພ້ຂອງເຈົ້າ ຈົ່ງພາກັນອອກໄປຈາກເຮືອ. 17ຈົ່ງປ່ອຍນົກ ແລະສັດທັງຫລາຍທີ່ຢູ່ໃນເຮືອອອກໄປໝົດ ເພື່ອໃຫ້ອອກແມ່ແຜ່ລູກຫລາຍຂຶ້ນຢູ່ເທິງແຜ່ນດິນໂລກ.” 18ດັ່ງນັ້ນ ໂນອາ ແລະເມຍພ້ອມທັງພວກລູກຊາຍ ແລະພວກລູກໃພ້ຂອງຕົນ ຈຶ່ງພາກັນອອກໄປຈາກເຮືອ. 19ສັດແລະນົກທຸກຊະນິດຕ່າງກໍອອກມາຈາກເຮືອເປັນໝູ່ໆຕາມຊະນິດຂອງມັນ.
ໂນອາຖວາຍເຄື່ອງບູຊາ
20ແລ້ວໂນອາກໍໄດ້ສ້າງແທ່ນບູຊາແທ່ນໜຶ່ງ ຖວາຍແກ່ພຣະເຈົ້າຢາເວ; ເພິ່ນເອົາສັດແລະນົກແນວລະໂຕ ທີ່ບໍ່ເປັນມົນທິນ ຂ້າເຜົາຖວາຍທັງໂຕເທິງແທ່ນບູຊາ. 21ກິ່ນຫອມຫວນຂອງເຄື່ອງຖວາຍນີ້ເປັນທີ່ພໍໃຈພຣະເຈົ້າຢາເວ ແລະພຣະເຈົ້າຢາເວກໍຊົງກ່າວວ່າ, “ເຮົາຈະບໍ່ໃຫ້ແຜ່ນດິນໂລກຕົກຢູ່ໃຕ້ຄຳສາບແຊ່ງອີກຈັກເທື່ອ ຍ້ອນສິ່ງທີ່ມະນຸດກະທຳ; ເຮົາຮູ້ວ່າ ແຕ່ເວລາມະນຸດຍັງນ້ອຍ ຄວາມຄິດຂອງເຂົາກໍຊົ່ວຢູ່ແລ້ວ. ເຮົາຈະບໍ່ທຳລາຍສິ່ງທີ່ມີຊີວິດ ເໝືອນດັ່ງທີ່ເຮົາໄດ້ທຳລາຍໃນຄັ້ງນີ້ອີກຈັກເທື່ອ.
22ຕາບໃດທີ່ໂລກຍັງຄົງດຳລົງຢູ່
ລະດູຫວ່ານກັບລະດູເກັບກ່ຽວກໍຍັງມີຢູ່ຕໍ່ໄປ
ຈະມີໜາວມີຮ້ອນຮ່ວມກັນຢູ່ສະເໝີໄປ
ຍາມຮ້ອນແລະຍາມໜາວ ກາງເວັນແລະກາງຄືນດ້ວຍ.”
Currently Selected:
ປະຖົມມະການ 8: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.
Videos for ປະຖົມມະການ 8

Episode 36:Are We Near the End? The Bible’s Hidden Pattern
Under The Hood

EP 25. Why Do So Many Cultures Have Flood Myths? The Truth Behind the Stories
Under The Hood

Episode 29: Did a Meteor Really Trigger Noah’s Flood?
Under The Hood

Ep 32. Genesis 6-7: The Flood: A Heartbroken God Brings Justice and Mercy
The Bible Show