YouVersion Logo
Search Icon

ປະຖົມມະການ 31

31
ຢາໂຄບ​ປົບໜີ​ຈາກ​ລາບານ
1ຢາໂຄບ​ໄດ້ຍິນ​ພວກ​ລູກຊາຍ​ຂອງ​ລາບານ​ເວົ້າ​ວ່າ, “ຢາໂຄບ​ໄດ້​ເອົາ​ຊັບສົມບັດ​ທຸກສິ່ງ​ທີ່​ເປັນ​ຂອງ​ພໍ່​ພວກເຮົາ​ໄປ. ຊັບສົມບັດ​ທັງໝົດ​ທີ່​ລາວ​ມີ​ນັ້ນ​ເປັນ​ຂອງ​ພໍ່​ພວກເຮົາ.” 2ຢາໂຄບ​ເຫັນ​ໄດ້​ອີກ​ວ່າ ທ່າທີ​ຂອງ​ລາບານ​ທີ່​ມີ​ຕໍ່​ຕົນ​ນັ້ນ​ບໍ່​ດີ​ຄື​ແຕ່​ກ່ອນ. 3ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ລາວ​ວ່າ, “ຈົ່ງ​ກັບຄືນ​ເມືອ​ສູ່​ດິນແດນ​ຂອງ​ບັນພະບຸລຸດ ແລະ​ຍາດຕິພີ່ນ້ອງ​ຂອງ​ເຈົ້າ​ສາ ເຮົາ​ຈະ​ຢູ່​ກັບ​ເຈົ້າ.”
4ສະນັ້ນ ຢາໂຄບ​ຈຶ່ງ​ສັ່ງ​ຄວາມ​ໄປ​ຫາ​ນາງ​ຣາເຊັນ ແລະ​ນາງ​ເລອາ ໃຫ້​ມາ​ພົບ​ຕົນ​ທີ່​ທົ່ງ​ລ້ຽງ​ສັດ. 5ລາວ​ເວົ້າ​ກັບ​ເມຍ​ທັງສອງ​ວ່າ, “ອ້າຍ​ສັງເກດ​ເຫັນ​ວ່າ​ພໍ່​ຂອງ​ພວກ​ນ້ອງ​ນັ້ນ ບໍ່ມີ​ທ່າທີ​ດີ​ຕໍ່​ອ້າຍ​ເໝືອນ​ດັ່ງ​ແຕ່​ກ່ອນ, ແຕ່​ພຣະເຈົ້າ​ຂອງ​ພໍ່​ອ້າຍ​ສະຖິດ​ຢູ່​ນຳ​ອ້າຍ. 6ພວກ​ນ້ອງ​ທັງສອງ​ກໍ​ຮູ້​ແລ້ວ​ວ່າ ອ້າຍ​ໄດ້​ເຮັດ​ວຽກ​ໃຫ້​ເພິ່ນ​ເຕັມ​ກຳລັງ. 7ນອກ​ນີ້​ເພິ່ນ​ຍັງ​ໂກງ​ອ້າຍ ແລະ​ປ່ຽນ​ຄ່າຈ້າງ​ຂອງ​ອ້າຍ​ເຖິງ​ສິບ​ເທື່ອ. ແຕ່​ພຣະເຈົ້າ​ບໍ່​ອະນຸຍາດ​ໃຫ້​ເພິ່ນ​ທຳຮ້າຍ​ອ້າຍ​ແຕ່​ຢ່າງ​ໃດ. 8ເມື່ອໃດ​ທີ່​ພໍ່​ຂອງ​ນ້ອງ​ເວົ້າ​ວ່າ, ‘ແບ້​ທີ່​ມີ​ຂົນ​ກ່ານ​ຈະ​ເປັນ​ຄ່າຈ້າງ​ຂອງ​ອ້າຍ’ ແລະ​ແບ້​ທຸກ​ໂຕ​ໄດ້​ອອກລູກ​ມາ​ເປັນ​ສີ​ກ່ານ. ເມື່ອໃດ​ທີ່​ເພິ່ນ​ເວົ້າ​ວ່າ ‘ແບ້​ທີ່​ມີ​ຂົນ​ດ່າງ​ດາວ​ຈະ​ເປັນ​ຄ່າຈ້າງ​ຂອງ​ອ້າຍ’ ແບ້​ທຸກ​ໂຕ​ໄດ້​ອອກລູກ​ມາ​ເປັນ​ສີ​ດ່າງດາວ. 9ພຣະເຈົ້າ​ໄດ້​ເອົາ​ຝູງສັດ​ຂອງ​ພໍ່​ພວກ​ນ້ອງ​ມາ​ໃຫ້​ອ້າຍ.
10ໃນ​ລະດູ​ປະສົມພັນ​ຂອງ​ສັດ​ນັ້ນ ອ້າຍ​ໄດ້​ຝັນ​ເຫັນ​ແບ້​ປະສົມພັນ​ກັນ ມີ​ຂົນ​ເປັນ​ສີ​ກ່ານ, ເປັນ​ຈຸດ ແລະ​ດ່າງ​ດາວ. 11ເທວະດາ​ຂອງ​ພຣະເຈົ້າ​ໄດ້​ກ່າວ​ແກ່​ອ້າຍ​ທາງ​ຄວາມຝັນ​ວ່າ, ‘ຢາໂຄບ​ເອີຍ’ ອ້າຍ​ຕອບ​ວ່າ, ‘ຂ້ານ້ອຍ​ຢູ່​ທີ່​ນີ້.’ 12ແລະ​ເພິ່ນ​ກ່າວ​ຕໍ່ໄປ​ວ່າ, ‘ຈົ່ງ​ເບິ່ງ​ພຸ້ນ​ດູ ແບ້ເຖິກ​ທີ່​ປະສົມພັນ​ກັນ​ຢູ່​ນັ້ນ ເປັນ​ຈຸດ​ດ່າງດາວ​ແລະ​ກ່ານ. ເຮົາ​ບັນດານ​ໃຫ້​ເປັນ​ເຊັ່ນນີ້ ເພາະ​ເຮົາ​ຮູ້ຈັກ​ທຸກໆ​ສິ່ງ​ທີ່​ລາບານ​ກຳລັງ​ເຮັດ​ກັບ​ເຈົ້າ. 13ເຮົາ​ແມ່ນ​ພຣະເຈົ້າ​ຜູ້​ທີ່​ປາກົດ​ໃຫ້​ເຈົ້າ​ເຫັນ​ທີ່​ເບັດເອນ ບ່ອນ​ທີ່​ເຈົ້າ​ໄດ້​ຖວາຍ​ເສົາ​ອະນຸສອນ ໂດຍ​ຖອກ​ນໍ້າມັນ​ຫອມ​ຖວາຍ ແລະ​ສາບານ​ໄວ້​ກັບ​ເຮົາ​ນັ້ນ. ບັດນີ້ ຈົ່ງ​ຕຽມຕົວ​ອອກ​ໜີ​ຈາກ​ດິນແດນ​ນີ້ ແລະ​ກັບຄືນ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ເຈົ້າ.”’
14ນາງ​ຣາເຊັນ ແລະ​ນາງ​ເລອາ​ຈຶ່ງ​ຕອບ​ເພິ່ນ​ວ່າ, “ພໍ່​ຂອງ​ພວກເຮົາ​ບໍ່ມີ​ມໍຣະດົກ​ຫຍັງ​ເຫຼືອ​ໄວ້​ໃຫ້​ພວກເຮົາ​ແລ້ວ. 15ເພິ່ນ​ຖື​ພວກເຮົາ​ຄື​ຄົນອື່ນ ເພິ່ນ​ຂາຍ​ພວກເຮົາ ແລະ​ດຽວ​ນີ້ ເພິ່ນ​ກໍ​ຈ່າຍ​ຄືນ​ສິ່ງ​ທີ່​ເພິ່ນ​ໄດ້​ມາ​ຈາກ​ການ​ຂາຍ​ພວກເຮົາ​ນັ້ນ. 16ຊັບສົມບັດ​ທຸກຢ່າງ​ທີ່​ພຣະເຈົ້າ​ໄດ້​ເອົາ​ມາ​ຈາກ​ພໍ່​ຂອງ​ພວກ​ນ້ອງ ເປັນ​ຂອງ​ພວກເຮົາ​ແລະ​ລູກໆ. ຈົ່ງ​ເຮັດ​ຕາມ​ທີ່​ພຣະເຈົ້າ​ໄດ້​ບອກ​ອ້າຍ​ເຖີດ.”
17ດັ່ງນັ້ນ ຢາໂຄບ​ຈຶ່ງ​ຕຽມຕົວ​ກັບຄືນ​ເມືອ​ຫາ​ພໍ່​ຂອງຕົນ​ທີ່​ການາອານ. ລາວ​ຕຽມ​ເອົາ​ລູກ​ກັບ​ເມຍ​ຂຶ້ນ​ຂີ່​ຫລັງ​ອູດ ແລະ​ມ້ຽນ​ມັດ​ເອົາ​ສິ່ງຂອງ​ທຸກຢ່າງ ຊຶ່ງ​ຕົນ​ໄດ້​ທີ່​ເມໂຊໂປຕາເມຍ 18ແລະ​ປ້ອງ​ຝູງສັດ​ນຳ​ໜ້າ​ອອກ​ເດີນທາງ​ກັບຄືນ​ເມືອ​ຫາ​ເມືອງ​ພໍ່​ຂອງຕົນ. 19ລາບານ​ອອກ​ໄປ​ຕັດ​ຂົນແກະ ແລະ​ໃນ​ຂະນະທີ່​ເພິ່ນ​ບໍ່​ຢູ່​ນັ້ນ ນາງ​ຣາເຊັນ​ໄດ້​ເຂົ້າ​ໄປ​ລັກ​ເອົາ​ຮູບເຄົາຣົບ​ປະຈຳ​ຄອບຄົວ​ຂອງ​ພໍ່​ຕົນ​ໄປ​ນຳ. 20ຢາໂຄບ​ໄດ້​ຫລອກລວງ​ລາບານ​ຊາວ​ອາຣາມ​ດ້ວຍ​ການ​ໜີໄປ​ໂດຍ​ບໍ່​ຄອບ. 21ລາວ​ໄດ້​ເອົາ​ຊັບສົມບັດ​ທັງໝົດ​ໜີ​ຂ້າມ​ແມ່ນໍ້າ​ເອີຟຣັດ ແລະ​ມຸ່ງໜ້າ​ໄປ​ສູ່​ເຂດ​ເນີນພູ​ກີເລອາດ.
ລາບານ​ໄລ່​ຕິດຕາມ​ຢາໂຄບ
22ສາມ​ວັນ​ຕໍ່ມາ ລາບານ​ຈຶ່ງ​ຮູ້​ວ່າ​ຢາໂຄບ​ໄດ້​ໜີໄປ​ແລ້ວ. 23ສະນັ້ນ ເພິ່ນ​ຈຶ່ງ​ພາ​ຄົນ​ໄລ່​ຕິດຕາມ​ຢາໂຄບ​ໄປ​ເປັນ​ເວລາ​ເຈັດ​ວັນ ແລະ​ທັນ​ລາວ​ທີ່​ເຂດ​ເນີນພູ​ກີເລອາດ. 24ໃນ​ຄືນ​ນັ້ນ ພຣະເຈົ້າ​ໄດ້​ປາກົດ​ໃນ​ຄວາມຝັນ​ຂອງ​ລາບານ​ຊາວ​ອາຣາມ ແລະ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ລະວັງ ເຈົ້າ​ຢ່າ​ຂູ່ເຂັນ​ຢາໂຄບ​ແຕ່​ຢ່າງ​ໃດ​ເລີຍ.” 25ຢາໂຄບ​ຕັ້ງ​ຄ້າຍພັກ​ຂອງຕົນ​ຢູ່​ເທິງ​ເນີນພູ; ສ່ວນ​ລາບານ​ແລະ​ພວກ​ທີ່​ຕິດຕາມ​ຕົນ​ມາ​ນັ້ນ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ເນີນພູ​ກີເລອາດ.
26ລາບານ​ເວົ້າ​ຕໍ່​ຢາໂຄບ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ຫຼອກລວງ​ຂ້ອຍ ແລະ​ພາ​ລູກສາວ​ຂ້ອຍ​ໜີໄປ​ເໝືອນ​ດັ່ງ​ຍິງ​ຊະເລີຍເສິກ? 27ເປັນຫຍັງ​ເຈົ້າ​ຈຶ່ງ​ປົບໜີ​ຂ້ອຍ​ມາ​ຢ່າງ​ລັບໆ ແລະ​ໜີ​ມາ​ໂດຍ​ບໍ່​ຄອບ​ຂ້ອຍ? ຖ້າ​ເຈົ້າ​ບອກ ຂ້ອຍ​ກໍ​ຈະ​ໄປ​ສົ່ງ​ເຖິງ​ທາງ​ດ້ວຍ​ຄວາມ​ຍິນດີ ໂດຍ​ມີ​ຂະບວນ​ແຫ່​ທັງ​ສຽງ​ຄ້ອງ, ສຽງ​ກອງ, ສຽງ​ພິນ ແລະ​ສຽງ​ຮ້ອງລຳ​ທຳເພງ. 28ເຈົ້າ​ບໍ່​ໃຫ້​ຂ້ອຍ​ຈູບ​ສັ່ງ​ລາ​ແມ່ນແຕ່​ລູກສາວ ແລະ​ຫລານໆ​ຂອງຂ້ອຍ​ເລີຍ. ເຈົ້າ​ຄື​ມາ​ເຮັດ​ແບບ​ໂງ່ໆ​ເຊັ່ນນີ້ 29ຂ້ອຍ​ມີ​ສິດ​ທີ່​ຈະ​ທຳຮ້າຍ​ເຈົ້າ, ແຕ່​ຄືນ​ນີ້​ພຣະເຈົ້າ​ຂອງ​ພໍ່​ເຈົ້າ​ໄດ້​ບອກ​ຂ້ອຍ ບໍ່​ໃຫ້​ຂູ່ເຂັນ​ເຈົ້າ​ແຕ່​ປະການ​ໃດ. 30ຂ້ອຍ​ຮູ້​ວ່າ​ເຈົ້າ​ປົບໜີ ເພາະ​ຢາກ​ກັບ​ເມືອ​ບ້ານ​ແຮງ, ແຕ່​ເປັນຫຍັງ ເຈົ້າ​ຈຶ່ງ​ເອົາ​ຮູບເຄົາຣົບ​ປະຈຳ​ຄອບຄົວ​ຂອງຂ້ອຍ​ມາ​ນຳ.”
31ຢາໂຄບ​ຕອບ​ວ່າ, “ຂ້ອຍ​ຄິດ​ຢ້ານ​ເຈົ້າ ແລະ​ຢ້ານ​ວ່າ​ເຈົ້າ​ຈະ​ເອົາ​ລູກສາວ​ຂອງ​ເຈົ້າ​ຄືນ. 32ແຕ່​ຖ້າ​ເຈົ້າ​ພົບ​ຮູບເຄົາຣົບ​ນຳ​ຜູ້ໃດ​ຜູ້ໜຶ່ງ​ໃນ​ທີ່​ນີ້ ໃຫ້​ຂ້າ​ຜູ້ນັ້ນ​ຖິ້ມ​ໂລດ. ຄົນ​ຂອງເຮົາ​ກໍ​ຢູ່​ທີ່​ນີ້​ເພື່ອ​ເປັນ​ພະຍານ. ຈົ່ງ​ຄົ້ນ​ຫາ​ເອົາ​ທຸກສິ່ງ​ທີ່​ເປັນ​ຂອງ​ເຈົ້າ​ຄືນ​ໄປ.” ຢາໂຄບ​ບໍ່​ຮູ້​ວ່າ ຣາເຊັນ​ໄດ້​ລັກ​ເອົາ​ຮູບເຄົາຣົບ​ມາ​ນຳ.
33ລາບານ​ເຂົ້າ​ໄປ​ຄົ້ນ​ໃນ​ຜ້າເຕັນ​ຂອງ​ຢາໂຄບ. ແລ້ວ​ເຂົ້າ​ໄປ​ໃນ​ຜ້າເຕັນ​ຂອງ​ເລອາ ແລະ​ຜ້າເຕັນ​ຂອງ​ຄົນ​ຮັບໃຊ້​ຍິງ​ສອງ​ຄົນ ແຕ່​ບໍ່​ພົບ​ຮູບ​ພະ​ນັ້ນ​ເລີຍ. ແລ້ວ​ເພິ່ນ​ກໍໄດ້​ເຂົ້າ​ໄປ​ໃນ​ຜ້າເຕັນ​ຂອງ​ນາງ​ຣາເຊັນ. 34ນາງ​ຣາເຊັນ​ເອົາ​ຮູບ​ພະ​ປະຈຳ​ຄອບຄົວ​ເຫຼົ່ານັ້ນ ເຊື່ອງ​ໄວ້​ໃນ​ຖົງ​ອານ​ໃສ່​ຫລັງ​ອູດ ແລະ​ນັ່ງ​ເທິງ​ອານ​ນັ້ນ. ລາບານ​ຊອກ​ເບິ່ງ​ໝົດ​ໃນ​ຜ້າເຕັນ​ແຕ່​ບໍ່​ພົບ. 35ນາງ​ຣາເຊັນ​ເວົ້າ​ຕໍ່​ພໍ່​ຂອງຕົນ​ວ່າ, “ພໍ່​ຢ່າ​ຮ້າຍ​ລູກ​ເດີ ທີ່​ລູກ​ບໍ່​ອາດ​ລຸກ​ຢືນ​ຂຶ້ນ​ໄດ້​ເມື່ອ​ພໍ່​ເຂົ້າ​ມາ ຍ້ອນ​ວ່າ​ລູກ​ເປັນ​ປະຈຳເດືອນ.” ລາບານ​ຊອກ​ຄົ້ນ​ເບິ່ງ​ໝົດ​ທຸກ​ບ່ອນ ແຕ່​ເພິ່ນ​ບໍ່​ພົບ​ຮູບ​ພະ​ນັ້ນ.
36ແລ້ວ​ຢາໂຄບ​ກໍ​ຮ້າຍ​ຂຶ້ນ​ຈຶ່ງ​ຖາມ​ວ່າ, “ຂ້ອຍ​ໄດ້​ເຮັດ​ຫຍັງ​ຜິດ? ຂ້ອຍ​ໄດ້​ສ້າງ​ອາດຊະຍາກຳ​ຫຍັງ​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ຕ້ອງ​ຕາມ​ຂ້ອຍ​ມາ? 37ບັດນີ້ ເຈົ້າ​ໄດ້​ຄົ້ນ​ເບິ່ງ​ສິ່ງຂອງ​ຂອງຂ້ອຍ​ທັງໝົດ​ແລ້ວ ມີ​ສິ່ງໃດ​ແດ່​ທີ່​ເຈົ້າ​ເຫັນ​ວ່າ​ມັນ​ເປັນ​ຂອງ​ເຈົ້າ? ເອົາ​ອອກ​ມາ​ໃຫ້​ຄົນ​ຂອງ​ເຈົ້າ ແລະ​ຄົນ​ຂອງຂ້ອຍ​ເບິ່ງດູ ແລະ​ໃຫ້​ພວກເຂົາ​ຕັດສິນ​ວ່າ​ລະຫວ່າງ​ເຈົ້າ​ກັບ​ຂ້ອຍ​ແມ່ນ​ຜູ້ໃດ​ຜິດ​ຜູ້ໃດ​ຖືກ. 38ເບິ່ງດູ ຂ້ອຍ​ໄດ້​ອາໄສ​ຢູ່​ກັບ​ເຈົ້າ​ເປັນ​ເວລາ​ຊາວ​ປີ ແລະ​ແກະ​ກັບ​ແບ້​ຂອງ​ເຈົ້າ​ໄດ້​ອອກ​ແມ່​ແຜ່​ລູກ​ຢູ່​ບໍ່​ຂາດ, ແຕ່​ຂ້ອຍ​ບໍ່ໄດ້​ກິນ​ແກະເຖິກ​ຢູ່​ໃນ​ຝູງ​ຂອງ​ເຈົ້າ​ແມ່ນແຕ່​ໂຕ​ດຽວ. 39ເທື່ອໃດ​ທີ່​ແກະ​ຂອງ​ເຈົ້າ​ຖືກ​ສັດປ່າ​ກັດ​ຕາຍ ຂ້ອຍ​ກໍ​ຈ່າຍ​ຄ່າ​ເສຍຫາຍ​ເອງ​ເທື່ອນັ້ນ. ຂ້ອຍ​ບໍ່ໄດ້​ເອົາ​ມາ​ໃຫ້​ເຈົ້າ​ເບິ່ງ ແລະ​ບອກ​ວ່າ​ມັນ​ບໍ່ແມ່ນ​ຄວາມຜິດ​ຂອງຂ້ອຍ. ເຈົ້າ​ໄດ້​ທວງ​ຄືນ​ສິ່ງ​ທີ່​ຖືກ​ລັກ​ໄປ​ຍາມ​ກາງເວັນ​ແລະ​ຍາມ​ກາງຄືນ. 40ມີ​ຫລາຍ​ເທື່ອ​ທີ່​ຂ້ອຍ​ຕ້ອງ​ທົນ​ຕໍ່​ແສງ​ແດດ​ເຜົາຜານ​ໃນ​ເວລາ​ກາງເວັນ ແລະ​ທົນ​ຕໍ່​ຄວາມ​ໜາວ​ໃນ​ເວລາ​ກາງຄືນ ຈົນ​ຂ້ອຍ​ບໍ່​ອາດ​ຈະ​ນອນ​ຕາ​ຫລັບ​ໄດ້. 41ແມ່ນ​ແບບ​ນີ້​ແຫຼະ ທີ່​ຂ້ອຍ​ໄດ້​ອາໄສ​ຢູ່​ນຳ​ເຈົ້າ​ເປັນ​ເວລາ​ສິບສີ່​ປີ ເພື່ອ​ຈະ​ໄດ້​ລູກສາວ​ຂອງ​ເຈົ້າ​ສອງ​ຄົນ​ມາ​ເປັນ​ເມຍ ແລະ​ອີກ​ຫົກ​ປີ​ເພື່ອ​ມີ​ຝູງສັດ​ເປັນ​ຂອງ​ຕົນເອງ, ແຕ່​ເຖິງ​ປານ​ນັ້ນ ເຈົ້າ​ຍັງ​ປ່ຽນ​ຄ່າຈ້າງ​ຂອງຂ້ອຍ​ເຖິງ​ສິບ​ເທື່ອ. 42ຖ້າ​ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງຂ້ອຍ ຄື​ພຣະເຈົ້າ​ຂອງ​ອັບຣາຮາມ​ແລະ​ອີຊາກ ບໍ່ໄດ້​ສະຖິດ​ຢູ່​ນຳ​ຂ້ອຍ; ປານ​ນີ້​ເຈົ້າ​ຄົງ​ໄລ່​ຂ້ອຍ​ໜີໄປ​ມື​ເປົ່າ​ແລ້ວ. ແຕ່​ພຣະເຈົ້າ​ເຫັນ​ຄວາມ​ທຸກ​ລຳບາກ​ຂອງຂ້ອຍ ທັງ​ຮູ້ຈັກ​ວຽກງານ​ທີ່​ຂ້ອຍ​ໄດ້​ເຮັດ ແລະ​ໃນ​ຄືນ​ວານ​ນີ້ ພຣະອົງ​ຈຶ່ງ​ຕັດສິນ​ຄວາມ​ໃຫ້.”
ຢາໂຄບ​ແລະ​ລາບານ​ຕົກລົງ​ກັນ
43ລາບານ​ຕອບ​ຢາໂຄບ​ວ່າ, “ຍິງ​ພວກ​ນີ້​ເປັນ​ຂອງຂ້ອຍ ແລະ​ລູກ​ຂອງ​ພວກເຂົາ​ກໍ​ເປັນ​ຂອງຂ້ອຍ ຕະຫລອດ​ທັງ​ຝູງສັດ​ກໍ​ເປັນ​ຂອງຂ້ອຍ​ດ້ວຍ. ທີ່​ຈິງ​ແລ້ວ​ທຸກສິ່ງ​ທີ່​ເຈົ້າ​ເຫັນ​ຢູ່​ນີ້​ເປັນ​ຂອງຂ້ອຍ​ໝົດ, ແຕ່​ໃນ​ເມື່ອ​ຂ້ອຍ​ບໍ່​ສາມາດ​ກີດກັ້ນ ລູກສາວ​ກັບ​ພວກ​ຫລານໆ​ຂອງຂ້ອຍ​ບໍ່​ໃຫ້​ໄປ​ກັບ​ເຈົ້າ​ໄດ້ 44ຂ້ອຍ​ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ຂໍ້​ຕົກລົງ​ກັບ​ເຈົ້າ. ພວກເຮົາ​ຈົ່ງ​ພາກັນ​ຂົນ​ຫີນ​ມາ​ກອງ​ໄວ້ ເພື່ອ​ໃຫ້​ເປັນ​ສິ່ງ​ເຕືອນໃຈ​ພວກເຮົາ​ໃນ​ເລື່ອງ​ນີ້.”
45ສະນັ້ນ ຢາໂຄບ​ຈຶ່ງ​ຕັ້ງ​ເສົາ​ຫີນ​ເສົາ​ໜຶ່ງ​ຂຶ້ນ​ເປັນ​ທີ່ລະນຶກ. 46ລາວ​ບອກ​ຄົນ​ຂອງຕົນ​ຂົນ​ຫີນ​ມາ​ກອງ​ໄວ້ ແລະ​ພວກເຂົາ​ໄດ້​ກິນ​ລ້ຽງ​ໃກ້​ກອງ​ຫີນ​ນັ້ນ. 47ລາບານ​ໃສ່​ຊື່​ກອງ​ຫີນ​ນັ້ນ​ວ່າ ເຢກາ​ສາຮາດູທາ; ໃນຂະນະ​ດຽວກັນ​ນັ້ນ ຢາໂຄບ​ໃສ່​ຊື່​ກອງ​ຫີນ​ນັ້ນ​ວ່າ ຄາລີເອັດ. 48ລາບານ​ເວົ້າ​ວ່າ, “ກອງ​ຫີນ​ນີ້​ຈະ​ເປັນ​ສິ່ງ​ເຕືອນໃຈ​ລະຫວ່າງ​ພວກເຮົາ​ທັງສອງ.” ດ້ວຍເຫດນີ້ ບ່ອນ​ນັ້ນ​ຈຶ່ງ​ມີ​ຊື່​ວ່າ ຄາລີເອັດ. 49ລາບານ​ອວຍພອນ​ອີກ​ວ່າ,
“ຂໍ​ໃຫ້​ພຣະເຈົ້າຢາເວ​ເຝົ້າ​ຄອຍ​ເບິ່ງ​ພວກເຮົາ
ເວລາ​ຫ່າງ​ຈາກ​ກັນ​ໄປ.”
ດັ່ງນັ້ນ ບ່ອນ​ນີ້​ຈຶ່ງ​ມີ​ຊື່​ອີກ​ວ່າ, “ມີຊະປາ.” 50ລາບານ​ເວົ້າ​ຕໍ່ໄປ​ວ່າ, “ຖ້າ​ເຈົ້າ​ຂົ່ມເຫັງ​ລູກສາວ​ຂອງຂ້ອຍ ຫລື​ແຕ່ງງານ​ກັບ​ຍິງ​ອື່ນ​ອີກ; ເຖິງ​ແມ່ນ​ຂ້ອຍ​ບໍ່​ຮູ້​ກໍຕາມ ຈົ່ງ​ຈົດຈຳ​ໄວ້​ວ່າ​ພຣະເຈົ້າ​ຄອຍ​ເຝົ້າ​ເບິ່ງ​ພວກເຮົາ​ສະເໝີ.” ລາບານ​ເວົ້າ​ຕໍ່​ຢາໂຄບ​ວ່າ, 51“ອັນ​ນີ້​ແມ່ນ​ກອງ​ຫີນ​ທີ່​ຂ້ອຍ​ກອງ​ຂຶ້ນ​ກັ້ນ​ເຂດແດນ​ລະຫວ່າງ​ພວກເຮົາ​ທັງສອງ ເພື່ອ​ໃຫ້​ເປັນ​ທີ່​ຄິດຮອດ​ຄິດເຖິງ. 52ເສົາ​ຫີນ​ທັງສອງ​ນີ້​ຈະ​ເປັນ​ສິ່ງ​ເຕືອນໃຈ​ວ່າ ຂ້ອຍ​ຈະ​ບໍ່​ຂ້າມ​ເຂດແດນ​ໄປ​ໂຈມຕີ​ເຈົ້າ ແລະ​ເຈົ້າ​ກໍ​ຈະ​ບໍ່​ຂ້າມ​ເຂດແດນ​ມາ​ໂຈມຕີ​ຂ້ອຍ. 53ພຣະເຈົ້າ​ຂອງ​ອັບຣາຮາມ ແລະ​ພຣະເຈົ້າ​ຂອງ​ນາໂຮ ຈະ​ເປັນ​ຜູ້ຕັດສິນ​ລະຫວ່າງ​ພວກເຮົາ​ທັງສອງ.” ແລ້ວ​ຢາໂຄບ​ກໍ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າ ອົງ​ທີ່​ອີຊາກ​ພໍ່​ຂອງຕົນ​ນະມັດສະການ. 54ຢາໂຄບ​ໄດ້​ຖວາຍ​ເຄື່ອງ​ບູຊາ​ທີ່​ເນີນພູ ແລະ​ໄດ້ເຊີນ​ພີ່ນ້ອງ​ຂອງຕົນ​ມາ​ຮ່ວມ​ກິນ​ເຂົ້າຈີ່​ນຳກັນ. ຫລັງຈາກ​ກິນ​ເຂົ້າຈີ່​ແລ້ວ ພວກເຂົາ​ກໍໄດ້​ນອນ​ຄ້າງຄືນ​ຢູ່​ທີ່​ນັ້ນ. 55ວັນ​ຕໍ່ມາ​ແຕ່​ເຊົ້າໆ ລາບານ​ໄດ້​ຈູບ​ສັ່ງ​ລາ​ລູກສາວ​ກັບ​ພວກ​ຫລານໆ​ຂອງຕົນ ແລ້ວ​ເພິ່ນ​ກໍ​ກັບຄືນ​ເມືອ​ບ້ານ​ເມືອງ​ຂອງຕົນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Free Reading Plans and Devotionals related to ປະຖົມມະການ 31

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy