YouVersion Logo
Search Icon

ປະຖົມມະການ 15

15
ພຣະເຈົ້າ​ໃຫ້​ພັນທະສັນຍາ​ແກ່​ອັບຣາມ
1ຫລັງຈາກ​ນັ້ນ ອັບຣາມ​ກໍ​ໄດ້​ຍິນ​ພຣະເຈົ້າຢາເວ​ກ່າວ​ແກ່​ຕົນ​ທາງ​ນິມິດ​ວ່າ,
“ອັບຣາມ​ເອີຍ ເຈົ້າ​ຢ່າ​ຢ້ານ​ແຕ່​ຢ່າງໃດ​ເລີຍ
ເຮົາ​ແມ່ນ​ໂລ້​ຕ້ານທານ​ທີ່​ຄອຍ​ຮັກສາ​ເຈົ້າ
ຈາກ​ເຫຼົ່າ​ໂພຍໄພ​ຮ້າຍ​ອັນຕະລາຍ​ຕ່າງໆ
ເຮົາ​ຈະ​ໃຫ້​ບຳເໜັດ​ເຈົ້າ​ຢ່າງ​ຫລວງຫລາຍ.”
2ແຕ່​ອັບຣາມ​ໄດ້​ຕອບ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ຢາກ​ໃຫ້​ບຳເໜັດ​ແກ່​ຂ້ານ້ອຍ​ເຮັດ​ຫຍັງ​ໃນ​ເມື່ອ​ຂ້ານ້ອຍ​ບໍ່ມີ​ລູກ? ຜູ້​ທີ່​ຈະ​ສືບ​ມໍຣະດົກ​ແທນ​ຂ້ານ້ອຍ​ກໍ​ແມ່ນ​ເອລີເອເຊ ຊາວ​ດາມັສກັດ. 3ພຣະອົງ​ບໍ່​ໃຫ້​ຂ້ານ້ອຍ​ມີ​ລູກ ແລະ​ຄົນ​ຮັບໃຊ້​ຄົນ​ໜຶ່ງ​ຂອງ​ຂ້ານ້ອຍ​ຈະ​ເປັນ​ຜູ້​ໄດ້​ຮັບ​ມໍຣະດົກ.”
4ແລ້ວ​ອັບຣາມ​ກໍ​ໄດ້​ຍິນ​ພຣະເຈົ້າຢາເວ​ກ່າວ​ແກ່​ເພິ່ນ​ອີກ​ວ່າ, “ຄົນ​ຮັບໃຊ້​ຜູ້​ນີ້​ຈະ​ບໍ່ໄດ້​ຮັບ​ມໍຣະດົກ​ຂອງ​ເຈົ້າ​ດອກ, ແຕ່​ແມ່ນ​ລູກຊາຍ​ຂອງເຈົ້າ​ເອງ ທີ່​ຈະ​ເປັນ​ຜູ້​ສືບ​ມໍຣະດົກ​ແທນ​ເຈົ້າ.” 5ພຣະອົງ​ພາ​ເພິ່ນ​ຍ່າງ​ອອກ​ໄປ​ຂ້າງ​ນອກ ແລະ​ບອກ​ວ່າ, “ຈົ່ງ​ນັບ​ດວງດາວ​ໃນ​ທ້ອງຟ້າ​ທີ່​ເຈົ້າ​ເຫັນ​ເບິ່ງດູ ເຈົ້າ​ຈະ​ມີ​ເຊື້ອສາຍ​ຫລວງຫລາຍ​ເໝືອນ​ດັ່ງ​ດວງດາວ​ເຫຼົ່ານັ້ນ.”
6ອັບຣາມ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ແລະ​ດ້ວຍເຫດນັ້ນ ພຣະອົງ​ຈຶ່ງ​ພໍໃຈ​ແລະ​ຮັບ​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.
7ຕໍ່ມາ ພຣະອົງ​ກ່າວ​ແກ່​ອັບຣາມ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ ຜູ້​ທີ່​ນຳພາ​ເຈົ້າ​ອອກ​ມາ​ຈາກ​ເມືອງ​ອູເຣ​ໃນ​ບາບີໂລນ ເພື່ອ​ຈະ​ມອບ​ດິນແດນ​ນີ້​ໃຫ້​ເປັນ​ກຳມະສິດ​ຂອງ​ເຈົ້າ.”
8ແຕ່​ອັບຣາມ​ຖາມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂ້ານ້ອຍ​ຈະ​ຮູ້​ວ່າ​ດິນແດນ​ນີ້​ເປັນ​ຂອງ​ຂ້ານ້ອຍ​ໄດ້​ຢ່າງໃດ?”
9ພຣະອົງ​ຕອບ​ວ່າ, “ເຈົ້າ​ຈົ່ງ​ເອົາ​ງົວແມ່​ໂຕໜຶ່ງ ແບ້​ແມ່​ໂຕໜຶ່ງ ແກະເຖິກ​ໂຕໜຶ່ງ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ມີ​ອາຍຸ​ສາມ​ປີ ແລະ​ນົກເຂົາ​ໂຕໜຶ່ງ​ກັບ​ນົກ​ກາງແກ​ໜຸ່ມ​ໂຕໜຶ່ງ ມາ​ຖວາຍ​ແກ່​ເຮົາ.” 10ອັບຣາມ​ເອົາ​ສັດ​ກັບ​ນົກ​ເຫຼົ່ານີ້​ມາ​ຖວາຍ​ແກ່​ພຣະເຈົ້າ. ເພິ່ນ​ເອົາ​ສັດ​ເຫຼົ່ານີ້​ມາ​ຜ່າ​ເຄິ່ງ ແລະ​ລຽນ​ເປັນ​ຖັນ​ເປັນ​ແຖວ ສ່ວນ​ນົກ​ນັ້ນ​ເພິ່ນ​ບໍ່ໄດ້​ຜ່າ​ເຄິ່ງ. 11ຝູງ​ແຮ້ງ​ໄດ້​ມາ​ຈັບ​ຊາກ​ສັດ ແຕ່​ເພິ່ນ​ໄລ່​ພວກ​ມັນ​ໃຫ້​ໜີໄປ.
12ພໍ​ເມື່ອ​ຕາເວັນ​ລັບ​ຂອບ​ຟ້າ​ແລ້ວ ອັບຣາມ​ກໍ​ນອນ​ຫລັບ​ສະໜິດ ແລະ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ກໍ​ຄອບງຳ​ເພິ່ນ. 13ພຣະອົງ​ຈຶ່ງ​ກ່າວ​ແກ່​ເພິ່ນ​ວ່າ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ເປັນ​ຄົນ​ຕ່າງດ້າວ​ຢູ່​ໃນ​ຕ່າງ​ດິນແດນ​ໜຶ່ງ ພວກເຂົາ​ຈະ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ທີ່ນັ້ນ ແລະ​ຈະ​ຖືກ​ກົດຂີ່​ຢ່າງ​ທາລຸນ​ເປັນ​ເວລາ​ສີ່ຮ້ອຍ​ປີ. 14ແຕ່​ເຮົາ​ຈະ​ລົງໂທດ​ປະເທດ​ທີ່​ປະພຶດ​ເຊັ່ນນັ້ນ​ຕໍ່​ພວກເຂົາ. ເມື່ອ​ອອກ​ໜີ​ຈາກ​ປະເທດ​ນັ້ນ​ແລ້ວ ພວກເຂົາ​ຈະ​ໄດ້​ຊັບສົມບັດ​ຢ່າງ​ຫລວງຫລາຍ​ໄປ​ນຳ. 15ເຈົ້າ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ຍືນຍາວ ແລະ​ຕາຍ​ຢ່າງ​ສະຫງົບສຸກ ແລະ​ຊາກສົບ​ຂອງ​ເຈົ້າ​ຈະ​ຖືກ​ຝັງ​ໄວ້. 16ມັນ​ຈະ​ເປັນ​ເວລາ​ເຖິງ​ສີ່​ເຊັ່ນຄົນ ກ່ອນ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ກັບຄືນ​ມາ​ທີ່​ນີ້ ເພາະ​ເຮົາ​ຈະ​ບໍ່​ຂັບໄລ່​ຊາວ​ອາໂມ​ອອກ​ໜີໄປ ຈົນກວ່າ​ພວກເຂົາ​ເຮັດ​ຊົ່ວຮ້າຍ​ໜັກ​ສົມ​ກັບ​ຕ້ອງ​ໄດ້​ຮັບ​ໂທດ.”
17ເມື່ອ​ຕາເວັນ​ຕົກ​ດິນ​ແລ້ວ ໃນທັນໃດ ກໍ​ມີ​ເຕົາ​ໄຟ​ອັນ​ຮ້ອນ​ທີ່​ມີ​ຄວັນ​ພຸ່ງ​ຂຶ້ນ ແລະ​ມີ​ໂຄມໄຟ​ທີ່​ມີ​ແສງ​ຮຸ່ງ​ເຮືອງ​ປາກົດ​ຂຶ້ນ​ໃຫ້​ເຫັນ ຜ່ານ​ກາງ​ຊາກ​ຂອງ​ສັດ​ເຫຼົ່ານັ້ນ​ໄປ. 18ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕັ້ງ​ພັນທະສັນຍາ​ກັບ​ອັບຣາມ ໂດຍ​ກ່າວ​ວ່າ, “ເຮົາ​ສັນຍາ​ວ່າ ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ ຄື​ດິນແດນ​ຕັ້ງແຕ່​ເຂດແດນ​ຂອງ​ເອຢິບ ຈົນ​ໄປ​ເຖິງ​ແມ່ນໍ້າ​ໃຫຍ່​ເອີຟຣັດ 19ລວມທັງ​ດິນແດນ​ຂອງ​ພວກ​ເກນິດ, ເກນິດຊີ, ກັດໂມ, 20ຮິດຕີ, ເປຣີຊີ, ເຣຟາອີມ, 21ອາໂມ, ການາອານ, ກີກາຊີ ແລະ​ເຢບຸດ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in