YouVersion Logo
Search Icon

ກິດຈະການ 8:29-31

ກິດຈະການ 8:29-31 ພຄພ

ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ສັ່ງ​ແກ່​ຟີລິບ​ວ່າ, “ຈົ່ງ​ຫຍັບ​ເຂົ້າ​ໃກ້​ຕິດ​ລົດມ້າ​ຄັນ​ນີ້​ໄປ.” ຟີລິບ​ຈຶ່ງ​ແລ່ນ​ຫຍັບ​ເຂົ້າ​ໄປ​ໃກ້ ແລະ​ໄດ້ຍິນ​ເພິ່ນ​ກຳລັງ​ອ່ານ​ໜັງສື​ຂອງ​ຜູ້ທຳນວາຍ​ເອຊາຢາ​ຢູ່ ຟີລິບ​ຈຶ່ງ​ຖາມ​ເພິ່ນ​ວ່າ, “ທີ່​ທ່ານ​ອ່ານ​ຢູ່​ນັ້ນ​ທ່ານ​ເຂົ້າໃຈ​ບໍ?” ຂ້າຣາຊການ​ຜູ້​ນີ້​ຕອບ​ວ່າ, “ຂ້ອຍ​ຈະ​ເຂົ້າໃຈ​ໄດ້​ຢ່າງ​ໃດ? ຖ້າ​ບໍ່ມີ​ຜູ້ໃດ​ອະທິບາຍ​ສູ່​ຂ້ອຍ​ຟັງ?” ແລ້ວ​ເພິ່ນ​ກໍ​ເຊີນ​ຟີລິບ​ຂຶ້ນ​ນັ່ງ​ລົດມ້າ​ໄປ​ກັບ​ເພິ່ນ.