YouVersion Logo
Search Icon

ກິດຈະການ 4

4
ເປໂຕ​ກັບ​ໂຢຮັນ​ຕໍ່ໜ້າ​ສະພາ​ສູງສຸດ
1ຂະນະທີ່​ເປໂຕ​ກັບ​ໂຢຮັນ​ຍັງ​ກ່າວ​ແກ່​ປະຊາຊົນ​ຢູ່​ນັ້ນ ພວກ​ປະໂຣຫິດ ພວກ​ເຈົ້າໜ້າທີ່​ເຝົ້າ​ຍາມ​ພຣະວິຫານ ແລະ​ພວກ​ຊາດູກາຍ​ກໍ​ມາ​ຫາ​ທ່ານ​ທັງສອງ. 2ພວກເຂົາ​ຂັດເຄືອງ​ໃຈ​ໃນ​ການ​ທີ່​ທ່ານ​ທັງສອງ​ໄດ້​ສັ່ງສອນ ແລະ​ປະກາດ​ແກ່​ພົນລະເມືອງ ເຖິງ​ເລື່ອງ​ການ​ເປັນ​ຄືນ​ມາ​ຈາກ​ຕາຍ ໂດຍ​ອ້າງ​ວ່າ ພຣະເຢຊູເຈົ້າ​ຄືນພຣະຊົນ​ແລ້ວ. 3ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ທ່ານ​ທັງສອງ​ໄປ​ຄຸມຂັງ​ໄວ້​ໃນ​ຄຸກ ຈົນເຖິງ​ວັນ​ໜ້າ​ເພາະ​ຄໍ່າ​ແລ້ວ. 4ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ເມື່ອ​ໄດ້ຍິນ​ຄຳສັ່ງສອນ​ນັ້ນ ແລະ​ມີ​ພວກ​ຜູ້ຊາຍ​ເພີ່ມ​ຂຶ້ນ​ປະມານ​ຫ້າພັນ​ຄົນ.
5ຕົກ​ວັນ​ໜ້າ​ມາ ບັນດາ​ຜູ້ນຳ​ກັບ​ພວກ​ເຖົ້າແກ່ ແລະ​ພວກ​ທຳມະຈານ​ໄດ້​ປະຊຸມ​ກັນ​ທີ່​ນະຄອນ​ເຢຣູຊາເລັມ. 6ທັງ​ໄດ້​ພົບ​ກັບ​ອັນນາ ຜູ້​ທີ່​ເຄີຍ​ເປັນ​ມະຫາ​ປະໂຣຫິດ ແລະ​ກັບ​ກາຢະຟາ, ໂຢຮັນ, ອາເລັກຊັນເດີ ແລະ​ຄົນອື່ນ​ອີກ​ທີ່​ເປັນ​ສະມາຊິກ​ໃນ​ຄອບຄົວ​ຂອງ​ມະຫາ​ປະໂຣຫິດ. 7ເມື່ອ​ພວກເຂົາ​ໄດ້​ໃຫ້​ທ່ານ​ທັງສອງ​ຢືນ​ຢູ່​ທ່າມກາງ​ພວກ​ຕົນ​ແລ້ວ ຈຶ່ງ​ໂຈດ​ຖາມ​ວ່າ, “ແມ່ນ​ໂດຍ​ຣິດອຳນາດ ແລະ​ນາມ​ຂອງ​ຜູ້ໃດ​ທີ່​ພວກເຈົ້າ​ທຳ​ການ​ນີ້?”
8ເປໂຕ​ຜູ້​ທີ່​ເຕັມລົ້ນ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ​ຕອບ​ວ່າ, “ບັນດາ​ທ່ານ​ຜູ້ນຳ​ປະຊາຊົນ​ກັບ​ບັນດາ​ເຖົ້າແກ່​ທີ່​ນັບຖື: 9ວັນ​ນີ້ ຖ້າ​ທ່ານ​ທັງຫລາຍ​ໂຈດ​ຖາມ​ຂ້າພະເຈົ້າ​ທັງສອງ​ເຖິງ​ຄຸນງາມ​ຄວາມດີ ທີ່​ມີ​ແກ່​ຄົນເປ້ຍ​ວ່າ ລາວ​ໄດ້​ດີ​ປົກກະຕິ​ດ້ວຍ​ຢ່າງ​ໃດ, 10ກໍ​ຂໍ​ໃຫ້​ພວກທ່ານ​ທຸກຄົນ ຄື​ປະຊາຊົນ​ອິດສະຣາເອນ​ທັງໝົດ​ຮູ້​ວ່າ: ທີ່​ຊາຍ​ຄົນ​ນີ້​ຖືກ​ຊົງ​ໂຜດ​ໃຫ້​ຫາຍ​ດີ​ເປັນ​ປົກກະຕິ​ນັ້ນ ກໍ​ໂດຍ​ຣິດເດດ​ແຫ່ງ​ນາມຊື່​ຂອງ​ພຣະເຢຊູ​ຄຣິດເຈົ້າ​ໄທ​ນາຊາເຣັດ ຜູ້​ທີ່​ທ່ານ​ທັງຫລາຍ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແລະ​ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ. 11ພຣະເຢຊູເຈົ້າ​ອົງ​ນີ້​ແຫຼະ ແມ່ນ​ຜູ້​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,
‘ຫີນ​ທີ່​ພວກທ່ານ​ຜູ້​ເປັນ​ຊ່າງ​ກໍ່​ໄດ້​ປະຖິ້ມ​ບໍ່​ຍອມ​ໃຊ້​ຖື​ວ່າ​ບໍ່ມີ​ຄຸນຄ່າ​ຫຍັງ
ກໍ​ໄດ້​ກາຍເປັນ​ຫີນ​ເສົາ​ເອກ.’
12ໃນ​ຜູ້​ອື່ນ​ຄວາມ​ລອດພົ້ນ​ບໍ່ມີ ດ້ວຍວ່າ, ບໍ່ມີ​ນາມຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ ທີ່​ຊົງ​ປະທານ​ແກ່​ມະນຸດ ເພື່ອ​ໃຫ້​ເຮົາ​ທັງຫລາຍ​ຕ້ອງ​ໄດ້​ພົ້ນ.”
13ບັນດາ​ສະມາຊິກ​ຂອງ​ສະພາ​ສູງສຸດ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ເມື່ອ​ເຫັນ​ເປໂຕ​ກັບ​ໂຢຮັນ​ມີ​ຄວາມ​ກ້າຫານ​ເຊັ່ນນີ້ ແລະ​ຮູ້​ວ່າ​ທ່ານ​ທັງສອງ​ເປັນ​ຄົນ​ສາມັນ​ທຳມະດາ ແລະ​ຂາດ​ການ​ສຶກສາ ພວກເຂົາ​ຮູ້​ວ່າ​ທ່ານ​ທັງສອງ​ເຄີຍ​ເປັນ​ຜູ້​ໃກ້ຊິດ​ກັບ​ພຣະເຢຊູເຈົ້າ. 14ແຕ່​ພວກເຂົາ​ບໍ່​ອາດ​ປະຕິເສດ​ໄດ້ ເພາະ​ໄດ້​ເຫັນ​ຊາຍ​ທີ່​ຖືກ​ຊົງ​ໂຜດ​ໃຫ້​ຫາຍ​ດີ​ນັ້ນ ຢືນ​ຢູ່​ກັບ​ເປໂຕ ແລະ ໂຢຮັນ. 15ດັ່ງນັ້ນ ພວກເຂົາ​ຈຶ່ງ​ສັ່ງ​ໃຫ້​ທ່ານ​ທັງສອງ​ອອກ​ໄປ​ຈາກ​ຫ້ອງ​ປະຊຸມ​ຂອງ​ສະພາ​ສູງສຸດ ແລະ​ໃນ​ຂະນະ​ນັ້ນ ພວກເຂົາ​ໄດ້​ສືບຕໍ່​ປຶກສາ​ກັນ 16ວ່າ, “ພວກເຮົາ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ​ກັບ​ຄົນ​ທັງສອງ​ນີ້? ເພາະ​ທຸກຄົນ​ໃນ​ນະຄອນ​ເຢຣູຊາເລັມ ຕ່າງ​ກໍ​ຮູ້​ວ່າ​ແມ່ນ​ພວກເຂົາ​ທີ່​ໄດ້​ເຮັດ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ນີ້ ແລະ​ພວກເຮົາ​ກໍ​ປະຕິເສດ​ການ​ນີ້​ບໍ່ໄດ້. 17ແຕ່​ເພື່ອ​ບໍ່​ໃຫ້​ເລື່ອງ​ນີ້​ແຜ່​ອອກ​ໄປ​ຕື່ມ​ອີກ ໃນ​ທ່າມກາງ​ຄົນ​ທັງຫລາຍ ຈົ່ງ​ສັ່ງ​ຫ້າມ​ແລະ​ຂູ່​ຄົນ​ເຫຼົ່ານີ້ ບໍ່​ໃຫ້​ກ່າວ​ອອກ​ນາມຊື່​ຂອງ​ພຣະເຢຊູເຈົ້າ​ເປັນ​ເດັດຂາດ.”
18ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອີ້ນ​ເປໂຕ ແລະ ໂຢຮັນ​ກັບຄືນ​ເຂົ້າ​ມາ ແລະ​ສັ່ງ​ຢ່າງ​ເດັດຂາດ​ບໍ່​ໃຫ້​ກ່າວ ຫລື​ສັ່ງສອນ​ສິ່ງໃດ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ. 19ແຕ່​ເປໂຕ​ກັບ​ໂຢຮັນ​ຕອບ​ພວກເຂົາ​ວ່າ, “ພວກທ່ານ​ຈົ່ງ​ພິຈາລະນາ​ເອົາ​ເອງ​ວ່າ ທີ່​ຈະ​ຟັງຄວາມ​ຂອງ​ພວກທ່ານ ຫລື​ຈະ​ຟັງຄວາມ​ຂອງ​ພຣະເຈົ້າ ອັນ​ໃດ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າ. 20ດ້ວຍວ່າ, ເປັນ​ໄປ​ບໍ່ໄດ້​ທີ່​ຈະ​ໃຫ້​ພວກ​ຂ້າພະເຈົ້າ​ປິດບັງ ບໍ່​ໃຫ້​ເວົ້າ​ສິ່ງ​ທີ່​ໄດ້​ເຫັນ​ແລະ​ໄດ້ຍິນ.” 21ເມື່ອ​ຂູ່ເຂັນ​ທ່ານ​ທັງສອງ​ຢ່າງ​ແຂງແຮງ​ຕື່ມ​ອີກ​ແລ້ວ​ກໍ​ປ່ອຍ​ໄປ ເພາະ​ເຫັນ​ວ່າ​ບໍ່ມີ​ເລື່ອງ​ອັນ​ໃດ​ທີ່​ຈະ​ໃສ່​ໂທດ​ພວກເພິ່ນ​ໄດ້ ເພາະ​ປະຊາຊົນ​ທັງໝົດ​ພາກັນ​ສັນລະເສີນ​ພຣະເຈົ້າ ຍ້ອນ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ. 22ຊາຍ​ຜູ້​ທີ່​ຖືກ​ຮັກສາ​ໃຫ້​ຫາຍ​ດີ​ຍ້ອນ​ການ​ອັດສະຈັນ​ນີ້ ມີ​ອາຍຸ​ເກີນ​ກວ່າ​ສີ່ສິບ​ປີ​ແລ້ວ.
ພວກ​ສິດ​ພາວັນນາ​ອະທິຖານ​ຂໍ​ຄວາມ​ກ້າຫານ
23ຫລັງຈາກ​ເປໂຕ ແລະ ໂຢຮັນ​ໄດ້​ຮັບ​ການ​ປ່ອຍຕົວ​ແລ້ວ ທ່ານ​ທັງສອງ​ກໍ​ກັບຄືນ​ໄປ​ຫາ​ເພື່ອນຝູງ​ຂອງ​ພວກເພິ່ນ ແລະ​ເລົ່າ​ເລື່ອງ​ທັງໝົດ​ທີ່​ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ເຖົ້າແກ່​ໄດ້​ເວົ້າ​ແກ່​ພວກເພິ່ນ​ນັ້ນ. 24ເມື່ອ​ໄດ້ຍິນ​ດັ່ງນັ້ນ, ແລ້ວ​ພວກເຂົາ​ທຸກຄົນ​ກໍ​ຮ່ວມ​ໃຈ​ກັນ ຍົກ​ສຽງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ວ່າ, “ຂ້າແດ່​ພຣະອົງເຈົ້າ ອົງ​ຄຸ້ມ​ຄອງ​ຈັກກະວານ ອົງ​ທີ່​ໄດ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ​ກັບ​ນໍ້າ​ທະເລ ແລະ​ທຸກໆ​ສິ່ງ​ທີ່​ມີ​ຢູ່​ໃນ​ບ່ອນ​ເຫຼົ່ານັ້ນ 25ໂດຍ​ທາງ​ອົງ​ພຣະວິນຍານ​ບໍຣິສຸດເຈົ້າ ພຣະອົງ​ໄດ້​ກ່າວ​ຜ່ານ​ດາວິດ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ແລະ​ຜູ້ຮັບໃຊ້​ຂອງ​ພຣະອົງ​ວ່າ,
‘ດ້ວຍເຫດໃດ​ຄົນຕ່າງຊາດ
ຈຶ່ງ​ໂກດຮ້າຍ​ຢ່າງ​ຮຸນແຮງ,
ດ້ວຍເຫດໃດ​ຄົນ​ທັງຫລາຍ
ຈຶ່ງ​ກໍ່​ອຸບາຍ​ອັນ​ໄຮ້​ປະໂຫຍດ?
26 ບັນດາ​ກະສັດ​ແຫ່ງ​ໂລກນີ້
ກໍ​ຕຽມພ້ອມ​ກັບ​ພວກ​ຜູ້​ປົກຄອງ
ເພື່ອ​ຕໍ່ສູ້​ອົງພຣະ​ຜູ້​ເປັນເຈົ້າ
ແລະ ຕໍ່ສູ້​ພຣະຄຣິດ​ຂອງ​ພຣະອົງ.’
27ຈິງ​ແທ້ ດ້ວຍວ່າ, ເຮໂຣດ​ກັບ​ປົນທຽວປີລາດ​ໄດ້​ມາ​ໃນ​ເມືອງ​ນີ້ ປະຊຸມ​ກັນ​ກັບ​ຄົນຕ່າງຊາດ ແລະ​ປະຊາຊົນ​ອິດສະຣາເອນ ເພື່ອ​ຕໍ່ສູ້​ພຣະເຢຊູເຈົ້າ ພຣະ​ຜູ້ຮັບໃຊ້​ອົງ​ບໍຣິສຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ຫົດສົງ​ໄວ້​ແລ້ວ. 28ເພື່ອ​ໃຫ້​ສິ່ງສາລະພັດ​ຕາມ​ທີ່​ພຣະຫັດ ແລະ​ພຣະໄທ​ຂອງ​ພຣະອົງ ຊົງ​ກຳນົດ​ຕັ້ງແຕ່​ກ່ອນ​ມາ​ແລ້ວ​ນັ້ນ​ເກີດຂຶ້ນ. 29ຂ້າແດ່​ພຣະອົງເຈົ້າ ບັດນີ້​ຂໍໂຜດ​ຫລຽວ​ເບິ່ງ​ການ​ຂົ່ມຂູ່​ຂອງ​ພວກເຂົາ ແລະ​ຂໍໂຜດ​ໃຫ້​ພວກ​ຂ້ານ້ອຍ ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ກ່າວ​ພຣະທຳ​ຂອງ​ພຣະອົງ​ດ້ວຍ​ໃຈ​ກ້າຫານ​ຂຶ້ນ​ແດ່ທ້ອນ. 30ຂໍໂຜດ​ຢຽດ​ພຣະຫັດ​ຂອງ​ພຣະອົງ​ອອກ ເພື່ອ​ເຮັດ​ໃຫ້​ດີ​ພະຍາດ ແລະ​ຂໍໂຜດ​ໃຫ້​ໝາຍສຳຄັນ ແລະ​ການ​ອັດສະຈັນ​ເກີດຂຶ້ນ ໂດຍ​ພຣະນາມ​ຂອງ​ພຣະເຢຊູເຈົ້າ ພຣະ​ຜູ້ຮັບໃຊ້​ອົງ​ບໍຣິສຸດ​ຂອງ​ພຣະອົງ.”
31ເມື່ອ​ພາວັນນາ​ອະທິຖານ​ຈົບ​ແລ້ວ ບ່ອນ​ທີ່​ພວກເຂົາ​ປະຊຸມ​ກັນ​ນັ້ນ​ກໍ​ສະທ້ານ​ຫວັ່ນໄຫວ ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ຈຶ່ງ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ດ້ວຍ​ໃຈ​ກ້າຫານ.
ທຸກສິ່ງ​ເປັນ​ຂອງ​ກາງ
32ຄົນ​ທັງຫລາຍ​ທີ່​ເຊື່ອ​ນັ້ນ ກໍ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ແລະ​ບໍ່ມີ​ຜູ້ໃດ​ຈັກ​ຄົນ ອ້າງ​ວ່າ​ສິ່ງ​ຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ​ເປັນ​ຂອງ​ສ່ວນ​ຕົວ, ແຕ່​ຖື​ວ່າ​ສິ່ງ​ຂອງ​ທັງໝົດ​ເປັນ​ຂອງ​ກາງ. 33ຝ່າຍ​ພວກ​ອັກຄະສາວົກ​ໄດ້​ເຕັມ​ໄປ​ດ້ວຍ​ຣິດເດດ​ອັນ​ຍິ່ງໃຫຍ່ ແລະ​ໄດ້​ເປັນ​ພະຍານ​ເຖິງ​ຄວາມ​ເປັນ​ຄືນ​ມາ​ຈາກ​ຕາຍ​ຂອງ​ອົງ​ພຣະເຢຊູເຈົ້າ ແລະ​ກໍໄດ້​ຖອກເທ​ພຣະຄຸນ​ອັນ​ໃຫຍ່​ຂອງ​ພຣະອົງ ລົງ​ເທິງ​ພວກເຂົາ​ທຸກຄົນ. 34ໃນ​ກຸ່ມ​ຄົນ​ທີ່​ເຊື່ອ ບໍ່ມີ​ຈັກ​ຄົນ​ຂັດສົນ ບຸກຄົນ​ໃດ​ມີ​ດິນ​ນາ ຫລື​ມີ​ເຮືອນ​ຫລາຍ​ຫລັງ​ກໍໄດ້​ຂາຍ ແລະ​ນຳ​ເອົາ​ເງິນ​ທີ່​ໄດ້​ຈາກ​ການ​ຂາຍ​ນັ້ນ 35ມາ​ມອບ​ໃຫ້​ພວກ​ອັກຄະສາວົກ ແລະ​ເພິ່ນ​ກໍ​ແຈກຢາຍ​ເງິນ​ນັ້ນ​ໃຫ້​ແຕ່ລະຄົນ ຕາມ​ຄວາມ​ຈຳເປັນ​ຂອງ​ໃຜ​ລາວ.
36ໄດ້​ມີ​ຊາຍ​ເລວີ​ຜູ້ໜຶ່ງ​ເປັນ​ຄົນ​ພື້ນເມືອງ​ໃນ​ເກາະ​ໄຊປຣັດ ຊື່​ວ່າ ໂຢເຊັບ ພວກ​ອັກຄະສາວົກ​ເອີ້ນ​ລາວ​ວ່າ ບາຣະນາບາ (ຊຶ່ງ​ໝາຍຄວາມວ່າ ຜູ້​ມີ​ໃຈ​ອຸດໜູນ) 37ລາວ​ໄດ້​ຂາຍ​ນາ​ຂອງຕົນ​ທົ່ງ​ໜຶ່ງ ແລະ​ນຳ​ເອົາ​ເງິນ​ມາ​ມອບ​ໃຫ້​ແກ່​ພວກ​ອັກຄະສາວົກ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in