ກິດຈະການ 26
26
ໂປໂລກ່າວແກ້ຄະດີຕໍ່ໜ້າອັກຄຼີປາ
1ແລ້ວກະສັດອັກຄຼີປາກໍກ່າວແກ່ໂປໂລວ່າ, “ບັດນີ້ ເຮົາອະນຸຍາດໃຫ້ເຈົ້າກ່າວແກ້ຄະດີໄດ້.” ດັ່ງນັ້ນ ໂປໂລຈຶ່ງຢຽດມືອອກ ແລະກ່າວແກ້ຄະດີວ່າ,
2“ຂໍກາບຮຽນກະສັດອັກຄຼີປາ ຂ້ານ້ອຍຖືວ່າວັນນີ້ ຂ້ານ້ອຍເອງມີຄວາມສຸກທີ່ສຸດທີ່ໄດ້ກ່າວແກ້ຄະດີຕໍ່ໜ້າກະສັດໃນເລື່ອງທັງໝົດທີ່ພວກຢິວກ່າວຫາຂ້ານ້ອຍນັ້ນ, 3ໂດຍສະເພາະຢ່າງຍິ່ງ ກະສັດເອງກໍເປັນຜູ້ຮອບຮູ້ດີ ເຖິງທຳນຽມທັງໝົດຂອງຊາວຢິວ ແລະບັນຫາຕ່າງໆຂອງພວກເຂົາ. ດັ່ງນັ້ນ ຂ້ານ້ອຍຈຶ່ງຂໍກາບຮຽນກະສັດໄດ້ອົດທົນຟັງຂ້ານ້ອຍກ່າວດ້ວຍເຖີດ.”
4“ພວກຢິວທຸກຄົນຮູ້ວ່າ, ຊີວິດຂອງຂ້ານ້ອຍເປັນຢ່າງໃດຕັ້ງແຕ່ຂ້ານ້ອຍຍັງເປັນໜຸ່ມນ້ອຍພຸ້ນ, ພວກເຂົາຮູ້ວ່າ ຂ້ານ້ອຍໃຊ້ຊີວິດຢ່າງໃດ ຄືເບື້ອງຕົ້ນຢູ່ທ່າມກາງຊົນຊາດຂອງຂ້ານ້ອຍເອງ ແລະຢູ່ໃນນະຄອນເຢຣູຊາເລັມ. 5ພວກເຂົາຮູ້ຂ້ານ້ອຍແຕ່ໃດໆມາ ແລະພວກເຂົາກໍຍ່ອມເປັນພະຍານໄດ້ວ່າ, ເປັນຄວາມຈິງ ໃນຕອນທຳອິດ ຂ້ານ້ອຍດຳເນີນຊີວິດໃນຖານະເປັນສະມາຊິກຂອງຄະນະຟາຣີຊາຍ ຄືພວກທີ່ຖືສາສະໜາຢ່າງເຄັ່ງຄັດທີ່ສຸດ. 6ບັດນີ້ ທີ່ຂ້ານ້ອຍຖືກນຳມາພິພາກສາກໍ ເພາະຄວາມຫວັງທີ່ຂ້ານ້ອຍມີໃນພຣະສັນຍາ ຊຶ່ງພຣະເຈົ້າໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກຂ້ານ້ອຍ. 7ປະຊາຊົນຂອງພວກຂ້ານ້ອຍທັງສິບສອງເຜົ່າ ຫວັງໄດ້ຮັບຕາມທີ່ພຣະເຈົ້າໄດ້ສັນຍາໄວ້ນັ້ນ ຈຶ່ງນະມັດສະການພຣະເຈົ້າດ້ວຍໃຈຮ້ອນຮົນທັງເວັນທັງຄືນ, ກະສັດອັກຄຼີປາທີ່ນັບຖື ຍ້ອນຄວາມຫວັງອັນນີ້ ທີ່ພວກຢິວກ່າວຫາຂ້ານ້ອຍ. 8ດ້ວຍເຫດໃດ ທ່ານທັງຫລາຍຈຶ່ງຖືວ່າ ການທີ່ພຣະເຈົ້າຊົງບັນດານໃຫ້ຄົນຕາຍເປັນຄືນມານັ້ນ ເປັນເລື່ອງທີ່ເຫລືອເຊື່ອ?”
9“ຝ່າຍຂ້ານ້ອຍເອງກໍເຄີຍຄິດຢູ່ໃນໃຈວ່າ, ຕ້ອງເຮັດທຸກວິທີທາງ ເພື່ອຂັດຂວາງພຣະນາມຂອງພຣະເຢຊູເຈົ້າໄທນາຊາເຣັດ. 10ການຂັດຂວາງເຊັ່ນນັ້ນ ຂ້ານ້ອຍໄດ້ເຮັດໃນນະຄອນເຢຣູຊາເລັມ ເມື່ອຂ້ານ້ອຍໄດ້ຮັບສິດອຳນາດພິເສດຈາກພວກມະຫາປະໂຣຫິດ ແລະໄດ້ຈັບກຸມໄພ່ພົນຂອງພຣະເຈົ້າຫລາຍຄົນເຂົ້າຄຸກ ແລະເມື່ອພວກເຂົາຖືກຕັດສິນລົງໂທດໃຫ້ປະຫານຊີວິດ ຂ້ານ້ອຍກໍເຫັນພ້ອມດ້ວຍ. 11ຫລາຍເທື່ອທີ່ຂ້ານ້ອຍໄດ້ລົງໂທດພວກເຂົາໃນທຳມະສາລາຕ່າງໆ ແລະພະຍາຍາມບັງຄັບພວກເຂົາໃຫ້ກ່າວຄຳທີ່ໝິ່ນປະໝາດຕໍ່ພຣະເຈົ້າ, ຂ້ານ້ອຍໂກດແຄ້ນພວກເຂົາແຮງ ຈົນວ່າຂ້ານ້ອຍໄດ້ໄປຂົ່ມເຫັງພວກເຂົາ ຕາມເມືອງຕ່າງໆໃນຕ່າງປະເທດ.”
ໂປໂລເລົ່າເຖິງການກັບໃຈຂອງຕົນ
(ກຈກ 9:1-19; 22:6-16)
12“ດ້ວຍເຫດນີ້, ຂ້ານ້ອຍຈຶ່ງໄດ້ເດີນທາງໄປທີ່ເມືອງດາມັສກັດ ໂດຍອາໄສສິດອຳນາດ ແລະຄຳສັ່ງຂອງມະຫາປະໂຣຫິດ. 13ກະສັດອັກຄຼີປາທີ່ນັບຖື ໃນເວລາທ່ຽງວັນ ເມື່ອກຳລັງເດີນທາງໄປນັ້ນ ຂ້ານ້ອຍໄດ້ເຫັນແສງສະຫວ່າງກ້າກວ່າແສງຕາເວັນ ຈາກທ້ອງຟ້າສ່ອງລົງມາອ້ອມຂ້ານ້ອຍ ກັບຄົນທີ່ເດີນທາງໄປນຳຂ້ານ້ອຍ. 14ເມື່ອທຸກຄົນລົ້ມລົງທີ່ພື້ນດິນ ແລະຂ້ານ້ອຍໄດ້ຍິນສຽງໜຶ່ງກ່າວເປັນພາສາເຮັບເຣີວ່າ, ‘ໂຊໂລ ໂຊໂລເອີຍ ເປັນຫຍັງເຈົ້າຈຶ່ງຂົ່ມເຫັງເຮົາ? ເຈົ້າເຮັດໃຫ້ເຈັບຕົວເອງລ້າໆ ດັ່ງສັດທີ່ລູ່ໃສ່ໄມ້ແສ້ຂອງຜູ້ເປັນນາຍ.’ 15ຂ້ານ້ອຍຈຶ່ງຖາມວ່າ, ‘ພຣະອົງເຈົ້າເອີຍ ພຣະອົງແມ່ນຜູ້ໃດ?’ ອົງພຣະຜູ້ເປັນເຈົ້າຕອບວ່າ, ‘ເຮົາແມ່ນເຢຊູ ຜູ້ທີ່ເຈົ້າກຳລັງຂົ່ມເຫັງ. 16ແຕ່ຈົ່ງລຸກຂຶ້ນ ແລະຢືນຢູ່, ເຮົາໄດ້ປາກົດແກ່ເຈົ້າເພື່ອແຕ່ງຕັ້ງເຈົ້າ ໃຫ້ເປັນຜູ້ຮັບໃຊ້ຂອງເຮົາ, ເຈົ້າຈະເປັນພະຍານຂອງເຮົາ ເພື່ອບອກຄົນອື່ນວ່າໃນວັນນີ້ ເຈົ້າໄດ້ເຫັນເຮົາ ແລະບອກເຖິງສິ່ງທີ່ເຮົາຈະສຳແດງໃຫ້ຮູ້ໃນອະນາຄົດ. 17ເຮົາຈະຊ່ວຍກອບກູ້ເອົາເຈົ້າຈາກປະຊາຊົນອິດສະຣາເອນ ແລະປະຊາຊົນອື່ນໆທີ່ເຮົາຈະໃຊ້ເຈົ້າໄປຫາ. 18ເຮົາໃຊ້ເຈົ້າໄປກໍເພື່ອວ່າ ເຈົ້າຈະໄຂຕາຄົນເຫຼົ່ານັ້ນ ແລະເພື່ອວ່າ ເຈົ້າຈະນຳພວກເຂົາອອກຈາກຄວາມມືດ ມາຫາຄວາມສະຫວ່າງ ແລະຈາກອຳນາດຂອງມານຊາຕານ ມາຫາພຣະເຈົ້າ ໂດຍວາງໃຈເຊື່ອໃນເຮົາບາບກຳຂອງພວກເຂົາຈະໄດ້ຮັບການອະໄພ ແລະຮັບສ່ວນໃນທ່າມກາງປະຊາຊົນທີ່ພຣະເຈົ້າໄດ້ເລືອກໄວ້.”’
ໂປໂລເລົ່າເຖິງພາລະກິດຂອງຕົນ
19“ກະສັດອັກຄຼີປາທີ່ນັບຖື ເມື່ອເປັນເຊັ່ນນັ້ນ ຂ້ານ້ອຍບໍ່ໄດ້ຂັດຂືນຕໍ່ນິມິດຈາກສະຫວັນທີ່ມາເຖິງຂ້ານ້ອຍ. 20ກ່ອນອື່ນ ຂ້ານ້ອຍໄດ້ປະກາດແກ່ປະຊາຊົນຢູ່ໃນເມືອງດາມັສກັດ ແລະຕໍ່ມາ ໃນນະຄອນເຢຣູຊາເລັມ ແລະໃນທົ່ວເຂດແຂວງຢູດາຍ ແລະແກ່ຄົນຕ່າງຊາດດ້ວຍ ໂດຍຮຽກຮ້ອງພວກເຂົາໃຫ້ຖິ້ມໃຈເກົ່າເອົາໃຈໃໝ່, ຫັນມາຫາພຣະເຈົ້າ ແລະປະພຶດຕົນສົມກັບການກັບໃຈໃໝ່. 21ດ້ວຍເຫດຜົນດັ່ງກ່າວມານີ້ແຫຼະ, ທີ່ພວກຢິວໄດ້ຈັບກຸມຂ້ານ້ອຍ ໃນຂະນະທີ່ຂ້ານ້ອຍຢູ່ໃນບໍລິເວນພຣະວິຫານ ແລະພວກເຂົາພະຍາຍາມທີ່ຈະສັງຫານຂ້ານ້ອຍເສຍ. 22ແຕ່ຂ້ານ້ອຍໄດ້ຮັບຄວາມຊ່ວຍເຫລືອມາຈາກພຣະເຈົ້າເທົ່າເຖິງທຸກວັນນີ້. ດັ່ງນັ້ນ ຂ້ານ້ອຍຈຶ່ງຢືນຢູ່ໃນທີ່ນີ້ ເປັນພະຍານແກ່ທຸກຄົນບໍ່ວ່າຜູ້ໃຫຍ່ ຫລືຜູ້ນ້ອຍກໍດີ, ຂ້ານ້ອຍບໍ່ໄດ້ເວົ້າເລື່ອງອື່ນໃດ ນອກຈາກຢືນຢັນເລື່ອງທີ່ພວກຜູ້ທຳນວາຍ ແລະໂມເຊໄດ້ກ່າວໄວ້ເທົ່ານັ້ນວ່າ ຈະຕ້ອງເກີດຂຶ້ນຄື: 23ພຣະຄຣິດຕ້ອງທົນທຸກທໍລະມານ ແລະເປັນຜູ້ທຳອິດ ທີ່ເປັນຄືນມາຈາກຕາຍ ເພື່ອຈະປະກາດຄວາມສະຫວ່າງທີ່ນຳໄປສູ່ຄວາມລອດພົ້ນແກ່ຄົນຢິວ ແລະແກ່ຄົນຕ່າງຊາດ.”
ໂປໂລຊວນໃຫ້ອັກຄຼີປາຮັບເຊື່ອ
24ຂະນະທີ່ໂປໂລກຳລັງກ່າວແກ້ຄະດີຢ່າງນັ້ນ ເຟຊະໂຕກໍຮ້ອງຂຶ້ນວ່າ, “ໂປໂລເອີຍ ເຈົ້າເປັນບ້າໄປແລ້ວ ການຮຽນຮູ້ຫລາຍຂອງເຈົ້າ ພາໃຫ້ເຈົ້າເປັນບ້າ.”
25ໂປໂລຕອບວ່າ, “ພະນະທ່ານ ຂ້ານ້ອຍບໍ່ໄດ້ເປັນບ້າ ຂ້ານ້ອຍກຳລັງກ່າວຄວາມຈິງອັນສົມເຫດສົມຜົນ. 26ກະສັດເອງກໍສືບຮູ້ຂໍ້ຄວາມຈິງເຫຼົ່ານີ້ແລ້ວ. ດັ່ງນັ້ນ ຂ້ານ້ອຍຈຶ່ງກ້າກ່າວເລື່ອງນີ້ຕໍ່ໜ້າກະສັດດ້ວຍຄວາມໝັ້ນໃຈ, ຂ້ານ້ອຍເຊື່ອແນ່ວ່າ ກະສັດຮູ້ເຫດການຕ່າງໆແຕ່ລະຢ່າງໝົດແລ້ວ. ດ້ວຍວ່າ, ເຫດການເຫຼົ່ານີ້ບໍ່ໄດ້ເກີດຂຶ້ນໃນບ່ອນລັບລີ້ທີ່ຄົນບໍ່ຮູ້. 27ກະສັດອັກຄຼີປາທີ່ນັບຖື ພຣະອົງເຊື່ອບັນດາຜູ້ທຳນວາຍຫລືບໍ່? ຂ້ານ້ອຍຮູ້ວ່າພຣະອົງເຊື່ອ.” 28ອັກຄຼີປາກ່າວແກ່ໂປໂລວ່າ, “ໃນເວລາສັ້ນໆນີ້ ເຈົ້າຄິດວ່າເຈົ້າຈະເຮັດໃຫ້ເຮົາເປັນຄຣິສຕຽນຊັ້ນບໍ?”
29ໂປໂລຕອບວ່າ, “ຊ້ອງພຣະພັກພຣະເຈົ້າ ຂ້ານ້ອຍປາຖະໜາບໍ່ວ່າຄຳຊັກຊວນໜ້ອຍ ຫລືຫລາຍກໍຕາມ ຝ່າຍຂ້ານ້ອຍຂໍພາວັນນາອະທິຖານພຣະເຈົ້າ ບໍ່ແມ່ນເພື່ອພຣະອົງເທົ່ານັ້ນ, ແຕ່ເພື່ອທຸກໆຄົນທີ່ຟັງຂ້ານ້ອຍກ່າວຢູ່ໃນວັນນີ້ ເພື່ອໃຫ້ກາຍເປັນດັ່ງທີ່ຂ້ານ້ອຍເປັນ ເວັ້ນແຕ່ການເປັນນັກໂທດ.”
30ແລ້ວກະສັດກັບຜູ້ປົກຄອງ, ນາງເບນີເກ ແລະຄົນອື່ນໆທຸກຄົນກໍລຸກຂຶ້ນ, 31ແລະເມື່ອອອກໄປແລ້ວ ພວກເຂົາຕ່າງກໍເວົ້າແກ່ກັນແລະກັນວ່າ, “ຊາຍຄົນນີ້ ບໍ່ໄດ້ເຮັດຫຍັງ ພໍທີ່ລາວສົມຄວນຕ້ອງຕາຍ ຫລືຖືກຄຸກ.” 32ຝ່າຍອັກຄຼີປາກໍກ່າວແກ່ເຟຊະໂຕວ່າ, “ຊາຍຄົນນີ້ ສົມຄວນໃຫ້ປ່ອຍຕົວໄປ ຖ້າລາວບໍ່ອຸທອນໄປເຖິງຈັກກະພັດ.”
Currently Selected:
ກິດຈະການ 26: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.