ກິດຈະການ 2
2
ການສະເດັດມາຂອງພຣະວິນຍານບໍຣິສຸດເຈົ້າ
1ເມື່ອເຖິງວັນເພັນເຕຄໍສະເຕ ບັນດາພີ່ນ້ອງຜູ້ທີ່ເຊື່ອທັງໝົດໃນທີ່ນັ້ນ ກໍມາເຕົ້າໂຮມກັນຢູ່ບ່ອນດຽວ. 2ໃນທັນໃດນັ້ນ ກໍເກີດມີສຽງໜຶ່ງດັງມາຈາກຟ້າ ເໝືອນສຽງລົມພະຍຸແຮງກ້າ ດັງກ້ອງສະໜັ່ນທົ່ວເຮືອນທີ່ພວກເພິ່ນນັ່ງຢູ່ນັ້ນ. 3ມີລີ້ນເປັນຮູບເໝືອນແປວໄຟໄດ້ປາກົດໃຫ້ພວກເພິ່ນເຫັນ ແລະລິ້ນນັ້ນໄດ້ແຕກກະຈາຍອອກໄປຢູ່ເທິງພວກເພິ່ນທຸກຄົນຜູ້ລະລິ້ນ. 4ທຸກຄົນໃນທີ່ນັ້ນ ຈຶ່ງເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະເລີ່ມປາກພາສາຕ່າງໆ ຕາມທີ່ພຣະວິນຍານຊົງໂຜດໃຫ້ພວກເພິ່ນເວົ້າ.
5ຂະນະນັ້ນ ນະຄອນເຢຣູຊາເລັມມີຊາວຢິວ ຈາກທຸກໆປະເທດໃນໂລກມາພັກອາໄສຢູ່ ແລະຊາວຢິວເຫຼົ່ານີ້ເປັນຄົນຢຳເກງພຣະເຈົ້າ. 6ເມື່ອພວກເຂົາໄດ້ຍິນສຽງນີ້ແລ້ວ ກໍມີປະຊາຊົນມາເຕົ້າໂຮມກັນຢ່າງໜາແໜ້ນ ພວກເຂົາທັງໝົດຕ່າງກໍຕື່ນເຕັ້ນປະຫລາດໃຈ ເພາະໄດ້ຍິນບັນດາຄົນເຫຼົ່ານັ້ນ ເວົ້າພາສາທ້ອງຖິ່ນຂອງຕົນ. 7ດ້ວຍຄວາມງຶດປະຫລາດໃຈ ພວກເຂົາຈຶ່ງເວົ້າກັນວ່າ, “ຄົນທີ່ເວົ້າກັນຢູ່ນີ້ ເປັນຊາວຄາລີເລທັງໝົດບໍ່ແມ່ນບໍ? 8ແຕ່ເຫດໃດ ພວກເຮົາທຸກຄົນຈຶ່ງໄດ້ຍິນພວກເຂົາເວົ້າເປັນພາສາບ້ານເກີດເມືອງນອນຂອງພວກເຮົາ? 9ຄືພາສາປາເທຍ, ເມເດຍ ແລະ ເອລາມ ມາຈາກເມໂຊໂປຕາເມຍ, ຢູດາ, ກາປາໂດເກຍ ມາຈາກປົນໂຕ ແລະ ເອເຊຍ, 10ມາຈາກຟີເຄຍ ແລະ ປຳຟີເລຍ, ມາຈາກເອຢິບ ແລະຂົງເຂດຕ່າງໆໃນລີເບຍ ຊຶ່ງໃກ້ກັບເມືອງກີເຣເນ ກັບພວກທີ່ມາຈາກນະຄອນໂຣມ ທີ່ເປັນແຂກທີ່ມາຢ້ຽມຢາມ 11ທັງເປັນຄົນຢິວ ແລະຄົນຕ່າງຊາດທີ່ນັບຖືລັດທິຢິວ ແລະບາງຄົນໃນພວກເຮົາມາຈາກກະເຣເຕ ແລະປະຊາຊົນຊາວອາຣັບ, ແຕ່ພວກເຮົາຕ່າງກໍໄດ້ຍິນພວກເຂົາເວົ້າພາສາຂອງພວກເຮົາເອງ ເຖິງພາລະກິດອັນຍິ່ງໃຫຍ່ທີ່ພຣະເຈົ້າໄດ້ກະທຳ.” 12ເມື່ອຕ່າງຄົນຕ່າງກໍງຶດປະຫລາດໃຈ ແລະສັບສົນຢູ່ນັ້ນ ພວກເຂົາຈຶ່ງສືບຕໍ່ຖາມກັນແລະກັນວ່າ, “ເຫດການເຊັ່ນນີ້ໝາຍຄວາມວ່າຢ່າງໃດໜໍ?”
13ແຕ່ຄົນອື່ນໆໄດ້ເຢາະເຢີ້ຍໂດຍເວົ້າວ່າ, “ຄົນເຫຼົ່ານີ້ເມົາເຫຼົ້າ.”
ຄຳປາໄສຂອງເປໂຕໃນວັນເພັນເຕຄໍສະເຕ
14ແລ້ວເປໂຕພ້ອມກັບພວກອັກຄະສາວົກສິບເອັດຄົນນັ້ນ ກໍໄດ້ຢືນຂຶ້ນ ແລະເພິ່ນເລີ່ມກ່າວດ້ວຍສຽງດັງແກ່ປະຊາຊົນວ່າ, “ຊາວຢິວທັງຫລາຍພ້ອມກັບທຸກໆຄົນ ທີ່ມາພັກອາໄສຢູ່ໃນນະຄອນເຢຣູຊາເລັມເອີຍ ຈົ່ງເຂົ້າໃຈເລື່ອງນີ້ ແລະໂຜດຟັງຂ້າພະເຈົ້າກ່າວໃຫ້ດີ. 15ຄົນເຫຼົ່ານີ້ບໍ່ໄດ້ເມົາເຫຼົ້າດັ່ງທີ່ພວກທ່ານຄິດ ເພາະຍັງເປັນເວລາເກົ້າໂມງເຊົ້າ. 16ແຕ່ເຫດການທີ່ພວກທ່ານໄດ້ເຫັນແລະໄດ້ຍິນນີ້ ແມ່ນເປັນໄປຕາມທີ່ຜູ້ທຳນວາຍໂຢເອນໄດ້ກ່າວໄວ້ວ່າ,
17 ‘ພຣະເຈົ້າຊົງກ່າວວ່າ, ໃນຍຸກສຸດທ້າຍນັ້ນ
ເຮົາຈະຖອກເທພຣະວິນຍານຂອງເຮົາລົງໃສ່ມະນຸດທັງປວງ.
ລູກຊາຍ ແລະ ລູກຍິງຂອງພວກເຈົ້າ
ຈະທຳນວາຍ
ຊາຍໜຸ່ມຂອງພວກເຈົ້າຈະເຫັນ
ນິມິດ ແລະພວກຊາຍເຖົ້າຂອງພວກເຈົ້າຈະຝັນເຫັນ.
18 ຝ່າຍເຮົາໃນຄາວນັ້ນ ເຮົາຈະປະທານ
ພຣະວິນຍານຂອງເຮົາໃຫ້ແກ່
ຜູ້ຮັບໃຊ້ຊາຍຍິງຂອງເຮົາ
ແລະພວກເຂົາຈະທຳນວາຍ.
19 ເຮົາຈະບັນດານໃຫ້
ມີການອັດສະຈັນໃນທ້ອງຟ້າເບື້ອງເທິງ
ແລະໝາຍສຳຄັນໃນໂລກເບື້ອງລຸ່ມ
ຈະມີເລືອດ ມີໄຟ ແລະມີອາຍຄວັນ,
20 ກ່ອນວັນສຳຄັນ ແລະວັນຮຸ່ງເຮືອງ
ຂອງອົງພຣະຜູ້ເປັນເຈົ້າຈະມາເຖິງ
ດວງຕາເວັນຈະເກີດມືດມົວໄປ
ດວງຈັນຈະກາຍເປັນເລືອດ.
21 ແລ້ວກໍຈະເປັນດັ່ງນີ້
ຄືບຸກຄົນໃດ ທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າ ກໍຈະໄດ້ລອດພົ້ນ.”’
22“ຊາວອິດສະຣາເອນທັງຫລາຍເອີຍ, ຈົ່ງຟັງຖ້ອຍຄຳເຫຼົ່ານີ້ ພຣະເຢຊູເຈົ້າໄທນາຊາເຣັດ ເປັນຜູ້ທີ່ພຣະເຈົ້າໄດ້ຊົງສຳແດງໃຫ້ພວກທ່ານຮູ້ເຫັນຢ່າງຈະແຈ້ງແລ້ວ ດ້ວຍການອັດສະຈັນ, ດ້ວຍການອິດທິຣິດ ແລະດ້ວຍໝາຍສຳຄັນຕ່າງໆ ຊຶ່ງພຣະເຈົ້າໄດ້ກະທຳດ້ວຍພຣະອົງ, ພວກທ່ານກໍຮູ້ເລື່ອງນີ້ຢູ່ແລ້ວ. ດ້ວຍວ່າ, ເຫດການໄດ້ເກີດຂຶ້ນຢູ່ໃນທ່າມກາງພວກທ່ານ. 23ໂດຍສອດຄ່ອງກັບແຜນການຂອງພຣະເຈົ້າ ທີ່ພຣະອົງໄດ້ກຳນົດຄາດໝາຍໄວ້ລ່ວງໜ້າກ່ອນແລ້ວວ່າ ພຣະເຢຊູເຈົ້າຈຳຕ້ອງຖືກມອບໃຫ້ພວກທ່ານ ແລະພວກທ່ານໄດ້ມອບໃຫ້ບັນດາຄົນນອກສາສະໜາ ຄຶງພຣະອົງໄວ້ທີ່ໄມ້ກາງແຂນ ແລະປະຫານຊີວິດເສຍ. 24ແຕ່ພຣະເຈົ້າໄດ້ບັນດານໃຫ້ພຣະອົງເປັນຄືນມາຈາກຕາຍ ໂດຍປົດປ່ອຍພຣະອົງອອກຈາກຄວາມເຈັບປວດຂອງອຳນາດແຫ່ງຄວາມຕາຍ ເພາະຄວາມຕາຍບໍ່ສາມາດກັກຈ່ອງພຣະອົງໄວ້ໄດ້. 25ເພາະວ່າກະສັດດາວິດໄດ້ກ່າວເຖິງພຣະອົງວ່າ,
‘ຂ້ານ້ອຍໄດ້ເຫັນອົງພຣະຜູ້ເປັນເຈົ້າ
ຕໍ່ໜ້າຂ້ານ້ອຍຕະຫລອດເວລາ,
ເພາະພຣະອົງຢູ່ເບື້ອງຂວາຂອງຂ້ານ້ອຍ
ຂ້ານ້ອຍຈະບໍ່ສະທ້ານຫວັ່ນໄຫວ.
26 ດ້ວຍເຫດນີ້ ຂ້ານ້ອຍຈຶ່ງເຕັມໄປດ້ວຍ
ຄວາມປິຕິຍິນດີ
ເມື່ອຂ້ານ້ອຍເວົ້າຈາ
ແລະລິ້ນຂອງຂ້ານ້ອຍຈຶ່ງຮ້ອງ
ດ້ວຍຄວາມຊົມຊື່ນຍິນດີ.
ສຳລັບຂ້ານ້ອຍແລ້ວ
ເນື້ອກາຍຂອງຂ້ານ້ອຍ
ກໍຈະພັກຜ່ອນດ້ວຍຄວາມຫວັງ
ດ້ວຍຄວາມໝັ້ນໃຈໃນພັນທະສັນຍາ
ຂອງພຣະເຈົ້າ
27 ເພາະພຣະອົງຈະບໍ່ປະຖິ້ມຂ້ານ້ອຍໄວ້
ໃນແດນມໍຣະນາ ບ່ອນທີ່ຄົນຕາຍຢູ່ນັ້ນ,
ທັງຈະບໍ່ໃຫ້ຜູ້ຮັບໃຊ້ຂອງພຣະອົງ
ຜູ້ທີ່ບໍຣິສຸດເປື່ອຍເນົ່າໃນຂຸມຝັງສົບ.
28 ພຣະອົງຊົງໂຜດໃຫ້ຂ້ານ້ອຍໄດ້ຮູ້
ເຫັນທາງນຳໄປສູ່ຊີວິດ
ແລະພຣະອົງຈະຊົງໃຫ້ຂ້ານ້ອຍ
ຊົມຊື່ນຍິນດີຢ່າງເຕັມບໍຣິບູນ
ຢູ່ຊ້ອງໜ້າພຣະອົງ.’
29ພີ່ນ້ອງທັງຫລາຍເອີຍ, ຂ້າພະເຈົ້າມີສິດທີ່ຈະກ່າວຢ່າງເຊື່ອໝັ້ນຕໍ່ພວກທ່ານ ເຖິງກະສັດດາວິດບັນພະບຸລຸດຂອງພວກເຮົາ ເພິ່ນໄດ້ຕາຍໄປ ແລະຖືກຝັງໄວ້ໃນອຸບມຸງຂອງເພິ່ນເອງ ຊຶ່ງຢູ່ທ່າມກາງພວກເຮົາຈົນເຖິງທຸກວັນນີ້. 30ເພາະເພິ່ນເປັນຜູ້ທຳນວາຍ ແລະໄດ້ຮູ້ພຣະສັນຍາຂອງພຣະເຈົ້າທີ່ມີໄວ້ກັບເພິ່ນເອງຄື: ພຣະເຈົ້າໄດ້ສັນຍາໄວ້ວ່າ ພຣະອົງຈະໃຫ້ຜູ້ໜຶ່ງໃນເຊື້ອສາຍຂອງເພິ່ນ ຂຶ້ນເປັນກະສັດເທິງພຣະທີ່ນັ່ງຂອງເພິ່ນ. 31ກະສັດດາວິດຮູ້ເຫດການທີ່ພຣະເຈົ້າຈະໃຫ້ເກີດຂຶ້ນໃນອະນາຄົດ. ດັ່ງນັ້ນ ເພິ່ນຈຶ່ງກ່າວເຖິງຄວາມເປັນຄືນມາຈາກຕາຍຂອງພຣະຄຣິດວ່າ,
‘ເພິ່ນບໍ່ໄດ້ຖືກປະຖິ້ມໄວ້ໃນແດນມໍຣະນາ
ເນື້ອຕົວຂອງເພິ່ນກໍບໍ່ເປື່ອຍເນົ່າ.’
32ພຣະເຈົ້າໄດ້ບັນດານໃຫ້ພຣະເຢຊູເຈົ້າອົງນີ້ ເປັນຄືນມາຈາກຕາຍ ແລະພວກຂ້າພະເຈົ້າທຸກຄົນ ຕ່າງກໍເປັນພະຍານໃນເລື່ອງຄວາມຈິງນີ້. 33ພຣະເຈົ້າໄດ້ຍົກພຣະເຢຊູເຈົ້າຂຶ້ນສູ່ເບື້ອງຂວາພຣະຫັດຂອງພຣະອົງ ແລະເພິ່ນໄດ້ຮັບພຣະວິນຍານບໍຣິສຸດເຈົ້າຈາກພຣະບິດາເຈົ້າຕາມພຣະສັນຍາໄວ້, ພຣະເຢຊູເຈົ້າໄດ້ຊົງຖອກພຣະວິນຍານນັ້ນລົງມາ ຊຶ່ງພວກເຈົ້າໄດ້ເຫັນ ແລະໄດ້ຍິນແລ້ວນັ້ນ. 34ດ້ວຍເຫດວ່າ ດາວິດບໍ່ໄດ້ຂຶ້ນໄປເທິງສະຫວັນ ແຕ່ເພິ່ນໄດ້ກ່າວວ່າ,
‘ອົງພຣະຜູ້ເປັນເຈົ້າຊົງກ່າວແກ່
ພຣະອົງເຈົ້າຂອງຂ້ານ້ອຍວ່າ,
ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາ
35 ຈົນກວ່າເຮົາໄດ້ປາບເຫຼົ່າສັດຕູຂອງເຈົ້າ
ໃຫ້ຢູ່ໃຕ້ພື້ນຕີນຂອງເຈົ້າ.’
36ເຫດສະນັ້ນ ປະຊາຊົນອິດສະຣາເອນທຸກຄົນເອີຍ ພວກທ່ານຈຳເປັນຕ້ອງຮູ້ຢ່າງຄັກແນ່ວ່າ ພຣະເຢຊູເຈົ້າອົງນີ້ ຜູ້ທີ່ພວກທ່ານໄດ້ຕອກຄຶງໄວ້ທີ່ໄມ້ກາງແຂນນັ້ນແຫຼະ ແມ່ນຜູ້ທີ່ຖືກຕັ້ງໄວ້ໃຫ້ເປັນທັງພຣະອົງເຈົ້າ ແລະເປັນພຣະຄຣິດ.”
37ເມື່ອປະຊາຊົນໄດ້ຍິນເຊັ່ນນີ້ແລ້ວ ຕ່າງກໍເຈັບຊໍ້າກິນແໜງໃຈຫລາຍທີ່ສຸດ ແລະເວົ້າແກ່ເປໂຕກັບອັກຄະສາວົກຄົນອື່ນໆວ່າ, “ພີ່ນ້ອງເອີຍ ພວກເຮົາຈະຕ້ອງເຮັດຢ່າງໃດ?”
38ເປໂຕກ່າວແກ່ພວກເຂົາວ່າ, “ແຕ່ລະຄົນໃນພວກທ່ານ ຕ້ອງຖິ້ມໃຈເກົ່າເອົາໃຈໃໝ່ ແລະຮັບບັບຕິສະມາໃນນາມຂອງພຣະເຢຊູຄຣິດເຈົ້າ ເພື່ອວ່າບາບກຳຂອງພວກທ່ານຈະໄດ້ຮັບການອະໄພ ແລະພວກທ່ານກໍຈະໄດ້ຮັບຂອງປະທານຈາກພຣະເຈົ້າ ຄືພຣະວິນຍານບໍຣິສຸດເຈົ້າ. 39ດ້ວຍວ່າ, ຄຳສັນຍາຂອງພຣະເຈົ້າ ແມ່ນໄດ້ມີໄວ້ກັບພວກທ່ານທັງລູກຂອງພວກທ່ານ ແລະກັບຄົນທັງປວງທີ່ຢູ່ຫ່າງໄກ ຄືແກ່ທຸກຄົນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ໄດ້ເອີ້ນໃຫ້ມາຫາພຣະອົງນັ້ນ.”
40ແລ້ວເປໂຕກໍສັ່ງ ແລະຕັກເຕືອນໜູນໃຈພວກເຂົາຕື່ມອີກຫລາຍປະການ ເພິ່ນກ່າວວ່າ, “ຈົ່ງເອົາຕົວລອດພົ້ນຈາກເຊື້ອຊາດອັນຄົດໂກງນີ້ເສຍ.” 41ຫລາຍຄົນໃນພວກເຂົາໄດ້ເຊື່ອຖ້ອຍຄຳຂອງເປໂຕ ແລະໄດ້ຮັບບັບຕິສະມາ ແລະໃນວັນນັ້ນມີຄົນເພີ່ມເຂົ້າມາຕື່ມເປັນລູກສິດປະມານສາມພັນຄົນ. 42ພວກເຂົາໄດ້ຕັ້ງໝັ້ນຢູ່ໃນຄຳສອນຂອງພວກອັກຄະສາວົກ ເຂົ້າຮ່ວມໃນກຸ່ມສາມັກຄີທຳ ໃນການຫັກເຂົ້າຈີ່ ແລະຮ່ວມໃຈກັນໃນການພາວັນນາອະທິຖານ.
ຊີວິດການເປັນຢູ່ຂອງພວກສິດ
43ທຸກຄົນເກີດມີຄວາມຢ້ານຢຳນັບຖື ສ່ວນພວກອັກຄະສາວົກກໍໄດ້ເຮັດການອັດສະຈັນ ແລະໝາຍສຳຄັນຫລາຍປະການ. 44ຄົນທີ່ເຊື່ອທັງໝົດກໍສືບຕໍ່ຢູ່ຮ່ວມກັນ ແລະໄດ້ນຳເອົາຊັບສິ່ງຂອງທີ່ຕົນມີຢູ່ນັ້ນ ມາເປັນຂອງສ່ວນລວມ. 45ພວກເຂົາໄດ້ຂາຍທີ່ດິນກັບຊັບສິ່ງຂອງ ແລະແຈກຢາຍໃຫ້ແກ່ຄົນທັງປວງ ຕາມຄວາມຈຳເປັນຂອງທຸກໆຄົນ. 46ແຕ່ລະວັນ ພວກເຂົາໄດ້ໝັ່ນເຕົ້າໂຮມກັນນະມັດສະການໃນບໍລິເວນພຣະວິຫານ ແລະຫັກເຂົ້າຈີ່ ຮ່ວມຮັບປະທານອາຫານນຳກັນ ຕາມບ້ານເຮືອນຂອງພວກຕົນດ້ວຍຄວາມຊົມຊື່ນຍິນດີ ແລະດ້ວຍໃຈສັດຊື່ 47ທັງສັນລະເສີນພຣະເຈົ້າ ແລະຄົນທັງປວງຕ່າງກໍພໍໃຈນຳບັນດາຄົນທີ່ເຊື່ອນັ້ນ ຝ່າຍອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ມີຄົນທີ່ເຊື່ອ ເພີ່ມຈຳນວນຂຶ້ນທຸກໆວັນ.
Currently Selected:
ກິດຈະການ 2: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.