ກິດຈະການ 18
18
ໂປໂລທີ່ເມືອງໂກຣິນໂທ
1ຫລັງຈາກນັ້ນ ໂປໂລໄດ້ອອກຈາກນະຄອນອາແຖນ ແລະໄປທີ່ເມືອງໂກຣິນໂທ. 2ໃນທີ່ນີ້ ເພິ່ນໄດ້ພົບຄົນຢິວຜູ້ໜຶ່ງຊື່ວ່າ ອາກີລາ ຊຶ່ງເກີດຢູ່ທີ່ແຂວງປົນໂຕ ແລະຫາກໍມາແຕ່ອີຕາລີກັບເມຍຂອງລາວຊື່ວ່າ ປີຊະກີລາ, ເພາະຈັກກະພັດກະລາວດີໂອ ໄດ້ອອກຄຳສັ່ງໃຫ້ຊາວຢິວທຸກຄົນໜີອອກຈາກນະຄອນໂຣມ, ໂປໂລຈຶ່ງໄປຫາສອງຜົວເມຍນີ້ ແລະຢູ່ກັບພວກເຂົາ 3ພ້ອມທັງຊ່ວຍວຽກພວກເຂົາ ເພາະເພິ່ນມີອາຊີບເປັນຊ່າງເຮັດຜ້າເຕັນເໝືອນກັນກັບພວກເຂົາ. 4ທຸກວັນຊະບາໂຕ ໂປໂລໄດ້ສົນທະນາໂຕ້ຕອບກັບພວກຢິວ ແລະພວກກຣີກໃນທຳມະສາລາ ແລະພະຍາຍາມໃຫ້ພວກເຂົາຮັບເຊື່ອ.
5ເມື່ອຊີລາ ແລະ ຕີໂມທຽວກັບມາຈາກແຂວງມາເກໂດເນຍແລ້ວ ໂປໂລກໍໃຊ້ເວລາທັງໝົດຂອງເພິ່ນ ປະກາດພຣະທຳໂດຍເປັນພະຍານແກ່ພວກຢິວວ່າ ພຣະເຢຊູເຈົ້າແມ່ນພຣະຄຣິດ. 6ແຕ່ເມື່ອພວກເຫຼົ່ານັ້ນຂັດຂວາງ ແລະກ່າວຄຳຫຍາບຊ້າ ໂປໂລຈຶ່ງສັ່ນເສື້ອຜ້າຕໍ່ສູ້ພວກເຂົາ ແລ້ວເວົ້າວ່າ, “ຂໍໃຫ້ໂທດຂອງພວກເຈົ້າຕົກໃສ່ຫົວຂອງພວກເຈົ້າເອງ ຝ່າຍເຮົາ, ເຮົາບໍ່ມີໂທດ ຕັ້ງແຕ່ນີ້ໄປ ເຮົາຈະໄປຫາພວກຕ່າງຊາດ.” 7ດັ່ງນັ້ນ ເພິ່ນຈຶ່ງໜີຈາກພວກເຂົາ ແລະໄປອາໄສຢູ່ທີ່ເຮືອນຂອງຄົນຕ່າງຊາດຜູ້ໜຶ່ງຊື່ວ່າ ຕີໂຢ-ຢູຊະໂຕ, ຜູ້ນີ້ນະມັດສະການພຣະເຈົ້າ ແລະເຮືອນຂອງລາວກໍຢູ່ໃກ້ທຳມະສາລາ. 8ກີສະໂປຜູ້ທີ່ເປັນຫົວໜ້າທຳມະສາລາ ກໍໄດ້ເຊື່ອໃນອົງພຣະຜູ້ເປັນເຈົ້າກັບທຸກຄົນໃນຄອບຄົວຂອງຕົນ, ຊາວໂກຣິນໂທຫລາຍຄົນຜູ້ໄດ້ຍິນພຣະທຳທີ່ໂປໂລກ່າວ ກໍໄດ້ເຊື່ອແລະຮັບບັບຕິສະມາ.
9ມີຄືນໜຶ່ງ ໂປໂລໄດ້ເຫັນນິມິດ ແລະໃນນິມິດນັ້ນອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ເພິ່ນວ່າ, “ຢ່າສູ່ຢ້ານຄົນເຫຼົ່ານີ້ ແຕ່ຈົ່ງກ່າວແກ່ພວກເຂົາຕໍ່ໄປບໍ່ຕ້ອງຢຸດ 10ເພາະເຮົາຢູ່ກັບເຈົ້າ, ບໍ່ມີຜູ້ໃດຈະເຮັດຮ້າຍໃຫ້ເຈົ້າໄດ້ ເພາະປະຊາຊົນຂອງພຣະເຈົ້າໃນເມືອງນີ້ກໍມີຫລາຍ.” 11ດັ່ງນັ້ນ ໂປໂລຈຶ່ງຢູ່ໃນເມືອງນີ້ປີໜຶ່ງກັບຫົກເດືອນ ສັ່ງສອນພຣະທຳຂອງພຣະເຈົ້າໃຫ້ແກ່ປະຊາຊົນ.
12ເມື່ອຄາລີໂອໄດ້ຮັບແຕ່ງຕັ້ງໃຫ້ເປັນຜູ້ປົກຄອງແຂວງອະຂາຢາ ພວກຢິວກໍຮ່ວມກັນຕໍ່ຕ້ານໂປໂລ ແລະນຳເພິ່ນໄປຂຶ້ນສານ. 13ກ່າວຫາວ່າ, “ຄົນນີ້ຊັກຊວນປະຊາຊົນ ໃຫ້ນະມັດສະການພຣະເຈົ້າໃນທາງທີ່ຜິດກົດໝາຍ.”
14ເມື່ອໂປໂລກຳລັງຈະອອກປາກ ຝ່າຍຄາລີໂອກໍກ່າວແກ່ພວກຢິວວ່າ, “ໂອ ຊາວຢິວທັງຫລາຍເອີຍ ຖ້າເປັນເລື່ອງຜິດຫລືການຊົ່ວຊ້າປະການໃດປະການໜຶ່ງ ສົມຄວນທີ່ເຮົາຈະອົດຟັງພວກເຈົ້າ 15ແຕ່ໃນເມື່ອເປັນການ ໂຕ້ຖຽງກັນເຖິງເລື່ອງຖ້ອຍຄຳກັບຊື່ຕ່າງໆ ແລະເລື່ອງກົດບັນຍັດຂອງເຈົ້າທັງຫລາຍແລ້ວ ກໍໃຫ້ເປັນທຸລະຂອງພວກເຈົ້າເອງ, ເຮົາບໍ່ຢາກເປັນຜູ້ຕັດສິນໃນເລື່ອງຢ່າງນີ້.” 16ແລ້ວເພິ່ນກໍໄລ່ພວກເຂົາໃຫ້ອອກໄປຈາກສານ. 17ຈາກນັ້ນ ພວກເຂົາກໍຈັບໂຊຊະເຖນຫົວໜ້າທຳມະສາລາ ແລະຂ້ຽນຕີລາວຕໍ່ໜ້າສານ, ແຕ່ຄາລີໂອກໍບໍ່ເຂົ້າຫຍຸ້ງກ່ຽວນຳເລື່ອງນັ້ນຈັກຢ່າງ.
ໂປໂລກັບຄືນໄປເມືອງອັນຕີໂອເຂຍ
18ຫລັງຈາກທີ່ໂປໂລໄດ້ພັກຢູ່ນຳຄົນທີ່ເຊື່ອອີກຫລາຍວັນ ເພິ່ນກໍອຳລາພວກເຂົາ ແລ້ວລົງເຮືອເດີນທາງໄປສູ່ແຂວງຊີເຣຍ ປີຊະກີລາ ແລະ ອາກີລາກໍເດີນທາງໄປນຳດ້ວຍ ຢູ່ທີ່ເມືອງເກັນເຂໄອ ກ່ອນລົງເຮືອອອກເດີນທາງໂປໂລໄດ້ແຖຫົວ ເພາະໄດ້ບະບົນຕົວໄວ້. 19ເມື່ອເດີນທາງມາເຖິງເມືອງເອເຟໂຊ ໂປໂລກໍປະປີຊະກີລາ ແລະອາກີລາໄວ້ຢູ່ໃນເມືອງນີ້, ສ່ວນເພິ່ນນັ້ນເຂົ້າໄປໃນທຳມະສາລາ ແລະສົນທະນາ ໂຕ້ຕອບກັບພວກຢິວ. 20ເມື່ອບາງຄົນໄດ້ຂໍຮ້ອງໃຫ້ເພິ່ນຢູ່ກັບພວກເຂົາດົນກວ່ານີ້ ເພິ່ນກໍບໍ່ຍິນຍອມ. 21ແຕ່ເພິ່ນຊໍ້າພັດອຳລາພວກເຂົາໄປໂດຍກ່າວວ່າ, “ຖ້າແມ່ນນໍ້າພຣະໄທຂອງພຣະເຈົ້າ ເຮົາຈະກັບມາຫາພວກເຈົ້າອີກ.” ແລ້ວໂປໂລກໍລົງເຮືອໄປຈາກເມືອງເອເຟໂຊ.
22ເມື່ອໂປໂລມາຮອດເມືອງກາຍຊາເຣຍ ເພິ່ນກໍຂຶ້ນໄປທີ່ນະຄອນເຢຣູຊາເລັມ ເພື່ອຄຳນັບພີ່ນ້ອງໃນຄຣິສຕະຈັກ ແລ້ວໄດ້ເດີນທາງໄປທີ່ເມືອງອັນຕີໂອເຂຍ. 23ຫລັງຈາກພັກຢູ່ໃນເມືອງນີ້ໄລຍະໜຶ່ງແລ້ວ ເພິ່ນກໍເດີນທາງຜ່ານແຂວງຄາລາເຕຍ ແລະຟີເຄຍເປັນລຳດັບໄປ ເພື່ອໜູນໃຈພວກຄົນທີ່ເຊື່ອທັງໝົດໃຫ້ເຂັ້ມແຂງຂຶ້ນໃນຄວາມເຊື່ອ.
ພັນທະກິດຂອງໂປໂລ
24ມີຄົນຢິວຜູ້ໜຶ່ງຊື່ວ່າ ອາໂປໂລ, ລາວເກີດໃນເມືອງອາເລັກຊັນເດຍ ແລະໄດ້ມາທີ່ເມືອງເອເຟໂຊ, ລາວເປັນຄົນມີໂວຫານດີດ້ານການເວົ້າ ແລະມີຄວາມຊຳນານທາງພຣະຄຳພີດ້ວຍ. 25ລາວໄດ້ຮັບການຝຶກຝົນໃນທາງຂອງອົງພຣະຜູ້ເປັນເຈົ້າ ແລະກ່າວສັ່ງສອນເຖິງເລື່ອງຂອງພຣະເຢຊູເຈົ້າຢ່າງຖືກຕ້ອງ ແລະໜັກແໜ້ນ. ເຖິງປານນັ້ນເພິ່ນເອງກໍຮູ້ພຽງແຕ່ບັບຕິສະມາຂອງໂຢຮັນເທົ່ານັ້ນ. 26ລາວກ່າວສັ່ງສອນດ້ວຍໃຈກ້າຫານໃນທຳມະສາລາ ເມື່ອປີຊະກີລາ ແລະ ອາກີລາຟັງລາວສັ່ງສອນແລ້ວ ພວກເຂົາຈຶ່ງຕ້ອນຮັບລາວໄວ້ໃນເຮືອນຂອງຕົນ ແລະອະທິບາຍທາງຂອງພຣະເຈົ້າໃຫ້ລາວຮູ້ຢ່າງຖືກຕ້ອງຕື່ມຂຶ້ນ. 27ເມື່ອອາໂປໂລຕັດສິນໃຈຈະຂ້າມໄປແຂວງອະຂາຢາ ພວກພີ່ນ້ອງໄດ້ໜູນໃຈລາວ ແລະໄດ້ຂຽນຈົດໝາຍຝາກໄປເຖິງພີ່ນ້ອງທີ່ເຊື່ອໃນແຂວງອະຂາຢາໃຫ້ຕ້ອນຮັບລາວໄວ້ ເມື່ອລາວເດີນທາງມາຮອດ ລາວກໍຊ່ວຍເຫລືອຄົນທີ່ໄດ້ເຊື່ອ ຍ້ອນພຣະຄຸນຂອງພຣະເຈົ້າຢ່າງຫລວງຫລາຍ. 28ເພາະລາວໄດ້ໂຕ້ຕອບກັບພວກຢິວຢ່າງແຂງແຮງຕໍ່ໜ້າຄົນທັງຫລາຍ ໂດຍອ້າງຂໍ້ພຣະຄຳພີທີ່ພິສູດໃຫ້ເຫັນວ່າ ພຣະເຢຊູເຈົ້າຊົງເປັນພຣະຄຣິດ.
Currently Selected:
ກິດຈະການ 18: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.