ກິດຈະການ 17
17
ເກີດຄວາມບໍ່ສະຫງົບໃນເມືອງເທສະໂລນິກ
1ໂປໂລ ແລະ ຊີລາໄດ້ຜ່ານເມືອງອຳຟີໂປລີ ແລະ ອາໂປໂລນີ ແລະເດີນທາງມາຮອດເມືອງເທສະໂລນິກ ຊຶ່ງໃນທີ່ນີ້ມີທຳມະສາລາຂອງຊາວຢິວ. 2ໂປໂລເຂົ້າໄປໃນທຳມະສາລາ ຕາມທີ່ເຄີຍປະຕິບັດມາ, ໃນທີ່ນັ້ນເພິ່ນໄດ້ຍົກເອົາຂໍ້ຄວາມໃນພຣະຄຳພີຂຶ້ນ ໂຕ້ຕອບກັບປະຊາຊົນເປັນເວລາສາມວັນຊະບາໂຕ 3ໂດຍອະທິບາຍ ແລະພິສູດຈາກຂໍ້ພຣະຄຳພີໃຫ້ພວກເຂົາເຫັນວ່າ, ພຣະຄຣິດຕ້ອງທົນທຸກທໍລະມານ ແລະເປັນຄືນມາຈາກຕາຍ. ໂປໂລກ່າວວ່າ, “ພຣະເຢຊູເຈົ້າຜູ້ທີ່ຂ້າພະເຈົ້າປະກາດແກ່ທ່ານທັງຫລາຍ ຜູ້ນີ້ແຫຼະ ເປັນພຣະຄຣິດ.” 4ບາງຄົນໃນພວກເຂົາໄດ້ຮັບເຊື່ອ ຈຶ່ງເຂົ້າຮ່ວມນຳໂປໂລ ແລະ ຊີລາ ຕະຫລອດທັງຊາວກຣີກກຸ່ມໃຫຍ່ທີ່ນະມັດສະການພຣະເຈົ້າ ແລະເມຍຂອງບັນດາຜູ້ນຳຫລາຍຄົນດ້ວຍ.
5ແຕ່ພວກຢິວເກີດອິດສາ ຈຶ່ງຮ່ວມກຳລັງກັບກຸ່ມນັກເລງບາງຄົນຕາມຖະໜົນຫົນທາງ ໃຫ້ກໍ່ການວຸ້ນວາຍຂຶ້ນໃນທ່າມກາງປະຊາຊົນ ພວກເຂົາສ້າງຄວາມປັ່ນປ່ວນຂຶ້ນໃນຕົວເມືອງ ແລະເຂົ້າບຸກລຸກເຮືອນຂອງຊາຍຄົນໜຶ່ງຊື່ວ່າ ຢາຊົນ ເພື່ອຄົ້ນຫາໂປໂລ ແລະ ຊີລາເພື່ອຈະນຳພວກເພິ່ນອອກມາໃຫ້ປະຊາຊົນ. 6ແຕ່ເມື່ອບໍ່ພົບ ພວກເຂົາຈຶ່ງລາກຢາຊົນກັບຜູ້ທີ່ເຊື່ອບາງຄົນໄປຫາຜູ້ປົກຄອງ ແລະພາກັນຮ້ອງຂຶ້ນວ່າ, “ຄົນເຫຼົ່ານີ້ເປັນພວກຂວໍ້າໂລກມະນຸດ ໄດ້ມາທີ່ນີ້ແລ້ວ 7ແລະຢາຊົນໄດ້ຕ້ອນຮັບພວກເຂົາໄວ້ໃນເຮືອນຂອງຕົນ, ພວກເຂົາຝ່າຝືນກົດໝາຍຂອງຈັກກະພັດໂດຍເວົ້າວ່າ, ມີກະສັດອົງອື່ນອີກຊື່ວ່າ ເຢຊູ.” 8ດ້ວຍຂໍ້ຄວາມເຫຼົ່ານີ້ ພວກເຂົາໄດ້ປຸກລະດົມປະຊາຊົນ ກັບພວກຜູ້ປົກຄອງໃຫ້ຮ້ອນໃຈຫລາຍຂຶ້ນ. 9ພວກເຈົ້າໜ້າທີ່ໄດ້ໃຫ້ຢາຊົນ ກັບຄົນອື່ນໆຈ່າຍເງິນເປັນຄ່າປະກັນຕົວ ແລ້ວກໍປ່ອຍທ່ານທັງສອງໄປ.
ໂປໂລກັບຊີລາທີ່ເມືອງເບເຣຍ
10ພໍເຖິງກາງຄືນໃນວັນດຽວກັນນັ້ນ ຄົນທີ່ເຊື່ອກໍສົ່ງໂປໂລ ແລະ ຊີລາໄປທີ່ເມືອງເບເຣຍ, ເມື່ອມາຮອດ ພວກເພິ່ນກໍເຂົ້າໄປໃນທຳມະສາລາຂອງຊາວຢິວ. 11ຄົນຢິວໃນເມືອງນີ້ມີຈິດໃຈສູງສົ່ງ ຫລາຍກວ່າຄົນຢິວໃນເມືອງເທສະໂລນິກ, ພວກເຂົາມີໃຈເຫຼື້ອມໃສຫລາຍ ແລະຢາກຈະຟັງຖ້ອຍຄຳທີ່ໂປໂລກ່າວ ແລະພວກເຂົາສຶກສາພຣະຄຳພີທຸກໆວັນ ເພື່ອຢາກຮູ້ວ່າຖ້ອຍຄຳທີ່ໂປໂລກ່າວນັ້ນເປັນຄວາມຈິງແທ້ຫລືບໍ່. 12ມີຫລາຍຄົນໃນພວກເຂົາໄດ້ເຊື່ອ ພ້ອມທັງພວກແມ່ຍິງຊາວກຣີກ ທີ່ມີກຽດສູງໃນສັງຄົມ ແລະພວກຜູ້ຊາຍຊາວກຣີກດ້ວຍ. 13ແຕ່ເມື່ອພວກຢິວໃນເມືອງເທສະໂລນິກ ໄດ້ຍິນຂ່າວວ່າໂປໂລປະກາດພຣະທຳທີ່ເມືອງເບເຣຍເໝືອນກັນ ພວກເຂົາຈຶ່ງມາທີ່ເມືອງນີ້ ແລະລົງມືປຸກລະດົມປະຊາຊົນໃຫ້ວຸ້ນວາຍຂຶ້ນ. 14ຝ່າຍຄົນທີ່ເຊື່ອກໍສົ່ງໂປໂລໄປເຖິງແຄມຝັ່ງທະເລໃນທັນທີ, ສ່ວນຊີລາກັບຕີໂມທຽວນັ້ນ ພວກເພິ່ນຍັງພັກຢູ່ໃນເມືອງເບເຣຍ. 15ຄົນທີ່ນຳສົ່ງໂປໂລນັ້ນ ກໍໄປກັບພວກເພິ່ນຈົນເຖິງນະຄອນອາແຖນ ແລະເມື່ອໄດ້ຮັບຄຳສັ່ງຈາກເພິ່ນໃຫ້ບອກຊີລາກັບຕີໂມທຽວໃຫ້ມາຫາເພິ່ນໄວທີ່ສຸດເທົ່າທີ່ຈະໄວໄດ້ ແລ້ວພວກເຂົາກໍຈາກໄປ.
ໂປໂລທີ່ນະຄອນອາແຖນ
16ໃນຂະນະທີ່ໂປໂລລໍຖ້າຊີລາ ແລະ ຕີໂມທຽວ ຢູ່ທີ່ນະຄອນອາແຖນນັ້ນ ເພິ່ນກໍຂຸ່ນເຄືອງໃຈໜັກ ເມື່ອເຫັນວ່ານະຄອນນີ້ເຕັມໄປດ້ວຍຮູບເຄົາຣົບ. 17ດັ່ງນັ້ນ ເພິ່ນຈຶ່ງໂຕ້ຕອບພວກຢິວ ແລະຄົນຕ່າງຊາດໃນທຳມະສາລາ ທີ່ນະມັດສະການພຣະເຈົ້າ ແລະທຸກຄົນທີ່ເພິ່ນພົບ ທຸກວັນຕາມທີ່ສາທາລະນະ. 18ຄົນມີປັນຍາໃນພວກເອປີກູຣຽວ ແລະໃນພວກຊະໂຕອິກ ໄດ້ໂຕ້ຕອບກັບໂປໂລດ້ວຍ, ບາງຄົນເວົ້າວ່າ, “ຄົນເກັບເລັມຄວາມຮູ້ຜູ້ນີ້ຢາກເວົ້າອັນໃດ?”
ຄົນອື່ນເວົ້າວ່າ, “ເບິ່ງເໝືອນເປັນຜູ້ປະກາດພຣະທຳພຣະຕ່າງດ້າວ.” ພວກເຂົາເວົ້າເຊັ່ນນີ້ເພາະວ່າ ໂປໂລປະກາດເຖິງພຣະເຢຊູເຈົ້າ ແລະການເປັນຄືນມາຈາກຕາຍ. 19ດັ່ງນັ້ນ ພວກເຂົາຈຶ່ງຈັບເອົາໂປໂລໄປກັບພວກເຂົາ ແລະນຳເພິ່ນໄປຢູ່ຕໍ່ໜ້າສະພາອາເລໂອປາໂຂ ແລະເວົ້າວ່າ, “ບອກໃຫ້ພວກເຮົາຮູ້ຄຳສັ່ງສອນໃໝ່ ຊຶ່ງເຈົ້າເວົ້າເຖິງນັ້ນໄດ້ບໍ? 20ບາງເລື່ອງທີ່ພວກເຮົາໄດ້ຍິນເຈົ້າເວົ້າ ຟັງຄືແປກໆ ແລະພວກເຮົາຢາກຮູ້ວ່າ ເລື່ອງນັ້ນໝາຍຄວາມວ່າຢ່າງໃດ?” 21ດ້ວຍວ່າ, ປະຊາຊົນຊາວອາແຖນ ແລະຊາວຕ່າງດ້າວ ຊຶ່ງອາໄສຢູ່ທີ່ນັ້ນ ບໍ່ເຄີຍເສຍເວລາກັບສິ່ງອື່ນໃດ ນອກຈາກຈະເວົ້າແລະຟັງສິ່ງໃໝ່ໆ.
22ແລ້ວໂປໂລກໍຢືນຂຶ້ນຕໍ່ໜ້າທີ່ປະຊຸມຂອງສະພາອາເລໂອປາໂຂ ແລະກ່າວວ່າ, “ຊາວນະຄອນອາແຖນທີ່ນັບຖື ຂ້າພະເຈົ້າເຫັນວ່າ ທ່ານທັງຫລາຍເປັນຜູ້ປະຕິບັດພະຕ່າງໆຢ່າງຄົນເຄັ່ງຄັດ. 23ເພາະວ່າ ເມື່ອຂ້າພະເຈົ້າກຳລັງເດີນທາງຜ່ານເມືອງຂອງພວກທ່ານມາ ແລະເບິ່ງຕາມສະຖານທີ່ຕ່າງໆ ທີ່ພວກທ່ານນະມັດສະການ ຂ້າພະເຈົ້າເຫັນແທ່ນບູຊາແທ່ນໜຶ່ງ ຊຶ່ງມີຄຳຈາລຶກວ່າ, ‘ແດ່ພຣະເຈົ້າທີ່ເຮົາບໍ່ຮູ້ຈັກ.’ ພຣະເຈົ້າທີ່ທ່ານທັງຫລາຍນະມັດສະການ ແຕ່ບໍ່ຮູ້ຈັກ ແມ່ນພຣະເຈົ້າອົງນັ້ນແຫຼະ ທີ່ຂ້າພະເຈົ້າມາປະກາດແກ່ພວກທ່ານ. 24ພຣະເຈົ້າອົງທີ່ໄດ້ສ້າງໂລກກັບສິ່ງທັງປວງ ທີ່ຢູ່ໃນໂລກແມ່ນອົງພຣະຜູ້ເປັນເຈົ້າຂອງສະຫວັນ ແລະແຜ່ນດິນໂລກ, ພຣະເຈົ້າອົງນີ້ບໍ່ໄດ້ຢູ່ໃນວິຫານທີ່ສ້າງຂຶ້ນມາດ້ວຍມືຂອງມະນຸດ. 25ພຣະອົງບໍ່ຈຳເປັນໃຫ້ມະນຸດຈັດຫາສິ່ງໃດສິ່ງໜຶ່ງໃຫ້ແກ່ພຣະອົງ ເພາະວ່າແມ່ນພຣະອົງເອງທີ່ເປັນຜູ້ໂຜດປະທານຊີວິດ, ລົມຫາຍໃຈ ແລະສັບພະທຸກສິ່ງແກ່ມະນຸດທຸກຊາດທຸກພາສາ. 26ພຣະອົງໄດ້ສ້າງມະນຸດທຸກຊາດ ໃຫ້ເກີດມາຈາກມະນຸດຄົນດຽວ ແລະໃຫ້ພວກເຂົາຢູ່ທົ່ວພິພົບໂລກ ພຣະອົງໄດ້ຊົງກຳນົດເວລາ ແລະກຳນົດເຂດທີ່ພວກເຂົາຢູ່ນັ້ນ. 27ເພື່ອພວກເຂົາຈະໄດ້ສະແຫວງຫາພຣະເຈົ້າ ຫວັງວ່າພວກເຂົາຈະຊອກຫາຈົນພົບພຣະອົງ, ແຕ່ທີ່ຈິງ ພຣະອົງບໍ່ຊົງຢູ່ໄກຈາກເຮົາທຸກຄົນ, 28ເພາະວ່າ
‘ໃນພຣະອົງນັ້ນ ພວກເຮົາມີຊີວິດເຄື່ອນໄຫວໄປມາ ແລະເປັນຢູ່.’
ດັ່ງນັກແຕ່ງກາບກອນໃນພວກທ່ານບາງຄົນໄດ້ກ່າວວ່າ,
‘ພວກເຮົາເປັນເຊື້ອສາຍຂອງພຣະອົງເໝືອນກັນ.’
29ໃນເມື່ອພວກເຮົາເປັນເຊື້ອສາຍຂອງພຣະເຈົ້າ ພວກເຮົາກໍບໍ່ຄວນຖືວ່າພຣະເຈົ້າເປັນຄືຮູບເຄົາຣົບທີ່ເປັນຄຳ, ທີ່ເປັນເງິນ, ຫລືເປັນຫີນ ທີ່ຖືກແກະສະຫລັກດ້ວຍສິນລະປະ ດ້ວຍສີມືຂອງນາຍຊ່າງຜູ້ຊຳນານ. 30ໃນສະໄໝທີ່ມະນຸດຍັງໂງ່ບໍ່ຮູ້ຈັກພຣະເຈົ້າ ພຣະອົງກໍບໍ່ຊົງຖືໂທດ ແຕ່ບັດນີ້ ພຣະອົງສັ່ງແກ່ມະນຸດທັງປວງໃນທົ່ວທຸກບ່ອນ ໃຫ້ຖິ້ມໃຈເກົ່າເອົາໃຈໃໝ່. 31ເພາະວ່າ ພຣະອົງໄດ້ຊົງກຳນົດວັນໜຶ່ງໄວ້ ຊຶ່ງໃນວັນນັ້ນ ພຣະອົງຈະຊົງພິພາກສາໂລກຕາມຄວາມຍຸດຕິທຳ ໂດຍມະນຸດຜູ້ໜຶ່ງ ຊຶ່ງພຣະອົງໄດ້ຊົງຕັ້ງໄວ້ ແລະພຣະເຈົ້າໄດ້ຊົງໂຜດໃຫ້ຄົນທັງປວງມີຄວາມແນ່ໃຈໃນເລື່ອງນີ້ ໂດຍຊົງບັນດານໃຫ້ມະນຸດຜູ້ນັ້ນເປັນຄືນມາຈາກຕາຍ.”
32ເມື່ອພວກເຂົາໄດ້ຍິນໂປໂລກ່າວເຖິງຄວາມເປັນຄືນມາຈາກຕາຍ ບາງຄົນໃນພວກເຂົາກໍຫົວຂວັນ, ແຕ່ຄົນອື່ນອີກກ່າວວ່າ, “ພວກເຮົາຢາກຟັງເຈົ້າເວົ້າເຖິງເລື່ອງນີ້ອີກ.” 33ດັ່ງນັ້ນ ໂປໂລຈຶ່ງອອກໄປຈາກທີ່ປະຊຸມ. 34ມີຜູ້ຊາຍບາງຄົນເຂົ້າຮ່ວມກັບໂປໂລ ແລະໄດ້ຮັບເຊື່ອ ຄົນເຫຼົ່ານັ້ນມີດັ່ງນີ້: ດີໂອນີຊີໂອ ຜູ້ເປັນສະມາຊິກຄົນໜຶ່ງຂອງສະພາ, ຍິງຄົນໜຶ່ງຊື່ວ່າ ດາມາຣີ ແລະຄົນອື່ນໆອີກດ້ວຍ.
Currently Selected:
ກິດຈະການ 17: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.