YouVersion Logo
Search Icon

ກິດຈະການ 17

17
ເກີດ​ຄວາມ​ບໍ່​ສະຫງົບ​ໃນ​ເມືອງ​ເທສະໂລນິກ
1ໂປໂລ ແລະ ຊີລາ​ໄດ້​ຜ່ານ​ເມືອງ​ອຳຟີໂປລີ ແລະ ອາໂປໂລນີ ແລະ​ເດີນທາງ​ມາ​ຮອດ​ເມືອງ​ເທສະໂລນິກ ຊຶ່ງ​ໃນ​ທີ່​ນີ້​ມີ​ທຳມະສາລາ​ຂອງ​ຊາວ​ຢິວ. 2ໂປໂລ​ເຂົ້າ​ໄປ​ໃນ​ທຳມະສາລາ ຕາມ​ທີ່​ເຄີຍ​ປະຕິບັດ​ມາ, ໃນ​ທີ່ນັ້ນ​ເພິ່ນ​ໄດ້​ຍົກ​ເອົາ​ຂໍ້ຄວາມ​ໃນ​ພຣະຄຳພີ​ຂຶ້ນ ໂຕ້ຕອບ​ກັບ​ປະຊາຊົນ​ເປັນ​ເວລາ​ສາມ​ວັນ​ຊະບາໂຕ 3ໂດຍ​ອະທິບາຍ ແລະ​ພິສູດ​ຈາກ​ຂໍ້​ພຣະຄຳພີ​ໃຫ້​ພວກເຂົາ​ເຫັນ​ວ່າ, ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ ແລະ​ເປັນ​ຄືນ​ມາ​ຈາກ​ຕາຍ. ໂປໂລ​ກ່າວ​ວ່າ, “ພຣະເຢຊູເຈົ້າ​ຜູ້​ທີ່​ຂ້າພະເຈົ້າ​ປະກາດ​ແກ່​ທ່ານ​ທັງຫລາຍ ຜູ້​ນີ້​ແຫຼະ ເປັນ​ພຣະຄຣິດ.” 4ບາງຄົນ​ໃນ​ພວກເຂົາ​ໄດ້​ຮັບ​ເຊື່ອ ຈຶ່ງ​ເຂົ້າ​ຮ່ວມ​ນຳ​ໂປໂລ ແລະ ຊີລາ ຕະຫລອດ​ທັງ​ຊາວ​ກຣີກ​ກຸ່ມ​ໃຫຍ່​ທີ່​ນະມັດສະການ​ພຣະເຈົ້າ ແລະ​ເມຍ​ຂອງ​ບັນດາ​ຜູ້ນຳ​ຫລາຍ​ຄົນ​ດ້ວຍ.
5ແຕ່​ພວກ​ຢິວ​ເກີດ​ອິດສາ ຈຶ່ງ​ຮ່ວມ​ກຳລັງ​ກັບ​ກຸ່ມ​ນັກເລງ​ບາງຄົນ​ຕາມ​ຖະໜົນ​ຫົນທາງ ໃຫ້​ກໍ່​ການ​ວຸ້ນວາຍ​ຂຶ້ນ​ໃນ​ທ່າມກາງ​ປະຊາຊົນ ພວກເຂົາ​ສ້າງ​ຄວາມ​ປັ່ນປ່ວນ​ຂຶ້ນ​ໃນ​ຕົວເມືອງ ແລະ​ເຂົ້າ​ບຸກລຸກ​ເຮືອນ​ຂອງ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ຢາຊົນ ເພື່ອ​ຄົ້ນ​ຫາ​ໂປໂລ ແລະ ຊີລາ​ເພື່ອ​ຈະ​ນຳ​ພວກເພິ່ນ​ອອກ​ມາ​ໃຫ້​ປະຊາຊົນ. 6ແຕ່​ເມື່ອ​ບໍ່​ພົບ ພວກເຂົາ​ຈຶ່ງ​ລາກ​ຢາຊົນ​ກັບ​ຜູ້​ທີ່​ເຊື່ອ​ບາງຄົນ​ໄປ​ຫາ​ຜູ້ປົກຄອງ ແລະ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫຼົ່ານີ້​ເປັນ​ພວກ​ຂວໍ້າໂລກ​ມະນຸດ ໄດ້​ມາ​ທີ່​ນີ້​ແລ້ວ 7ແລະ​ຢາຊົນ​ໄດ້​ຕ້ອນຮັບ​ພວກເຂົາ​ໄວ້​ໃນ​ເຮືອນ​ຂອງຕົນ, ພວກເຂົາ​ຝ່າຝືນ​ກົດໝາຍ​ຂອງ​ຈັກກະພັດ​ໂດຍ​ເວົ້າ​ວ່າ, ມີ​ກະສັດ​ອົງ​ອື່ນ​ອີກ​ຊື່​ວ່າ ເຢຊູ.” 8ດ້ວຍ​ຂໍ້ຄວາມ​ເຫຼົ່ານີ້ ພວກເຂົາ​ໄດ້​ປຸກລະດົມ​ປະຊາຊົນ ກັບ​ພວກ​ຜູ້ປົກຄອງ​ໃຫ້​ຮ້ອນໃຈ​ຫລາຍ​ຂຶ້ນ. 9ພວກ​ເຈົ້າໜ້າທີ່​ໄດ້​ໃຫ້​ຢາຊົນ ກັບ​ຄົນອື່ນໆ​ຈ່າຍ​ເງິນ​ເປັນ​ຄ່າ​ປະກັນຕົວ ແລ້ວ​ກໍ​ປ່ອຍ​ທ່ານ​ທັງສອງ​ໄປ.
ໂປໂລ​ກັບ​ຊີລາ​ທີ່​ເມືອງ​ເບເຣຍ
10ພໍ​ເຖິງ​ກາງຄືນ​ໃນ​ວັນ​ດຽວກັນ​ນັ້ນ ຄົນ​ທີ່​ເຊື່ອ​ກໍ​ສົ່ງ​ໂປໂລ ແລະ ຊີລາ​ໄປ​ທີ່​ເມືອງ​ເບເຣຍ, ເມື່ອ​ມາ​ຮອດ ພວກເພິ່ນ​ກໍ​ເຂົ້າ​ໄປ​ໃນ​ທຳມະສາລາ​ຂອງ​ຊາວ​ຢິວ. 11ຄົນ​ຢິວ​ໃນ​ເມືອງ​ນີ້​ມີ​ຈິດໃຈ​ສູງ​ສົ່ງ ຫລາຍກວ່າ​ຄົນ​ຢິວ​ໃນ​ເມືອງ​ເທສະໂລນິກ, ພວກເຂົາ​ມີ​ໃຈ​ເຫຼື້ອມໃສ​ຫລາຍ ແລະ​ຢາກ​ຈະ​ຟັງ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ ແລະ​ພວກເຂົາ​ສຶກສາ​ພຣະຄຳພີ​ທຸກໆ​ວັນ ເພື່ອ​ຢາກ​ຮູ້​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມຈິງ​ແທ້​ຫລື​ບໍ່. 12ມີ​ຫລາຍ​ຄົນ​ໃນ​ພວກເຂົາ​ໄດ້​ເຊື່ອ ພ້ອມ​ທັງ​ພວກ​ແມ່ຍິງ​ຊາວ​ກຣີກ ທີ່​ມີ​ກຽດ​ສູງ​ໃນ​ສັງຄົມ ແລະ​ພວກ​ຜູ້ຊາຍ​ຊາວ​ກຣີກ​ດ້ວຍ. 13ແຕ່​ເມື່ອ​ພວກ​ຢິວ​ໃນ​ເມືອງ​ເທສະໂລນິກ ໄດ້ຍິນ​ຂ່າວ​ວ່າ​ໂປໂລ​ປະກາດ​ພຣະທຳ​ທີ່​ເມືອງ​ເບເຣຍ​ເໝືອນກັນ ພວກເຂົາ​ຈຶ່ງ​ມາ​ທີ່​ເມືອງ​ນີ້ ແລະ​ລົງ​ມື​ປຸກລະດົມ​ປະຊາຊົນ​ໃຫ້​ວຸ້ນວາຍ​ຂຶ້ນ. 14ຝ່າຍ​ຄົນ​ທີ່​ເຊື່ອ​ກໍ​ສົ່ງ​ໂປໂລ​ໄປ​ເຖິງ​ແຄມ​ຝັ່ງ​ທະເລ​ໃນທັນທີ, ສ່ວນ​ຊີລາ​ກັບ​ຕີໂມທຽວ​ນັ້ນ ພວກເພິ່ນ​ຍັງ​ພັກ​ຢູ່​ໃນ​ເມືອງ​ເບເຣຍ. 15ຄົນ​ທີ່​ນຳ​ສົ່ງ​ໂປໂລ​ນັ້ນ ກໍ​ໄປ​ກັບ​ພວກເພິ່ນ​ຈົນເຖິງ​ນະຄອນ​ອາແຖນ ແລະ​ເມື່ອ​ໄດ້​ຮັບ​ຄຳສັ່ງ​ຈາກ​ເພິ່ນ​ໃຫ້​ບອກ​ຊີລາ​ກັບ​ຕີໂມທຽວ​ໃຫ້​ມາ​ຫາ​ເພິ່ນ​ໄວ​ທີ່ສຸດ​ເທົ່າທີ່ຈະ​ໄວ​ໄດ້ ແລ້ວ​ພວກເຂົາ​ກໍ​ຈາກ​ໄປ.
ໂປໂລ​ທີ່​ນະຄອນ​ອາແຖນ
16ໃນ​ຂະນະທີ່​ໂປໂລ​ລໍ​ຖ້າ​ຊີລາ ແລະ ຕີໂມທຽວ ຢູ່​ທີ່​ນະຄອນ​ອາແຖນ​ນັ້ນ ເພິ່ນ​ກໍ​ຂຸ່ນເຄືອງ​ໃຈ​ໜັກ ເມື່ອ​ເຫັນ​ວ່າ​ນະຄອນ​ນີ້​ເຕັມ​ໄປ​ດ້ວຍ​ຮູບເຄົາຣົບ. 17ດັ່ງນັ້ນ ເພິ່ນ​ຈຶ່ງ​ໂຕ້ຕອບ​ພວກ​ຢິວ ແລະ​ຄົນຕ່າງຊາດ​ໃນ​ທຳມະສາລາ ທີ່​ນະມັດສະການ​ພຣະເຈົ້າ ແລະ​ທຸກຄົນ​ທີ່​ເພິ່ນ​ພົບ ທຸກ​ວັນ​ຕາມ​ທີ່​ສາທາ​ລະນະ. 18ຄົນມີ​ປັນຍາ​ໃນ​ພວກ​ເອປີກູຣຽວ ແລະ​ໃນ​ພວກ​ຊະໂຕອິກ ໄດ້​ໂຕ້ຕອບ​ກັບ​ໂປໂລ​ດ້ວຍ, ບາງຄົນ​ເວົ້າ​ວ່າ, “ຄົນ​ເກັບເລັມ​ຄວາມຮູ້​ຜູ້​ນີ້​ຢາກ​ເວົ້າ​ອັນ​ໃດ?”
ຄົນອື່ນ​ເວົ້າ​ວ່າ, “ເບິ່ງ​ເໝືອນ​ເປັນ​ຜູ້​ປະກາດ​ພຣະທຳ​ພຣະ​ຕ່າງດ້າວ.” ພວກເຂົາ​ເວົ້າ​ເຊັ່ນນີ້​ເພາະວ່າ ໂປໂລ​ປະກາດ​ເຖິງ​ພຣະເຢຊູເຈົ້າ ແລະ​ການ​ເປັນ​ຄືນ​ມາ​ຈາກ​ຕາຍ. 19ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ເອົາ​ໂປໂລ​ໄປ​ກັບ​ພວກເຂົາ ແລະ​ນຳ​ເພິ່ນ​ໄປ​ຢູ່​ຕໍ່ໜ້າ​ສະພາ​ອາເລໂອປາໂຂ ແລະ​ເວົ້າ​ວ່າ, “ບອກ​ໃຫ້​ພວກເຮົາ​ຮູ້​ຄຳສັ່ງສອນ​ໃໝ່ ຊຶ່ງ​ເຈົ້າ​ເວົ້າ​ເຖິງ​ນັ້ນ​ໄດ້​ບໍ? 20ບາງ​ເລື່ອງ​ທີ່​ພວກເຮົາ​ໄດ້ຍິນ​ເຈົ້າ​ເວົ້າ ຟັງ​ຄື​ແປກໆ ແລະ​ພວກເຮົາ​ຢາກ​ຮູ້​ວ່າ ເລື່ອງ​ນັ້ນ​ໝາຍຄວາມວ່າ​ຢ່າງ​ໃດ?” 21ດ້ວຍວ່າ, ປະຊາຊົນ​ຊາວ​ອາແຖນ ແລະ​ຊາວ​ຕ່າງດ້າວ ຊຶ່ງ​ອາໄສ​ຢູ່​ທີ່​ນັ້ນ ບໍ່ເຄີຍ​ເສຍ​ເວລາ​ກັບ​ສິ່ງ​ອື່ນ​ໃດ ນອກຈາກ​ຈະ​ເວົ້າ​ແລະ​ຟັງ​ສິ່ງ​ໃໝ່ໆ.
22ແລ້ວ​ໂປໂລ​ກໍ​ຢືນ​ຂຶ້ນ​ຕໍ່​ໜ້າທີ່​ປະຊຸມ​ຂອງ​ສະພາ​ອາເລໂອປາໂຂ ແລະ​ກ່າວ​ວ່າ, “ຊາວ​ນະຄອນ​ອາແຖນ​ທີ່​ນັບຖື ຂ້າພະເຈົ້າ​ເຫັນ​ວ່າ ທ່ານ​ທັງຫລາຍ​ເປັນ​ຜູ້​ປະຕິບັດ​ພະ​ຕ່າງໆ​ຢ່າງ​ຄົນ​ເຄັ່ງຄັດ. 23ເພາະວ່າ ເມື່ອ​ຂ້າພະເຈົ້າ​ກຳລັງ​ເດີນທາງ​ຜ່ານ​ເມືອງ​ຂອງ​ພວກທ່ານ​ມາ ແລະ​ເບິ່ງ​ຕາມ​ສະຖານທີ່​ຕ່າງໆ ທີ່​ພວກທ່ານ​ນະມັດສະການ ຂ້າພະເຈົ້າ​ເຫັນ​ແທ່ນບູຊາ​ແທ່ນ​ໜຶ່ງ ຊຶ່ງ​ມີ​ຄຳ​ຈາລຶກ​ວ່າ, ‘ແດ່​ພຣະເຈົ້າ​ທີ່​ເຮົາ​ບໍ່​ຮູ້ຈັກ.’ ພຣະເຈົ້າ​ທີ່​ທ່ານ​ທັງຫລາຍ​ນະມັດສະການ ແຕ່​ບໍ່​ຮູ້ຈັກ ແມ່ນ​ພຣະເຈົ້າ​ອົງ​ນັ້ນ​ແຫຼະ ທີ່​ຂ້າພະເຈົ້າ​ມາ​ປະກາດ​ແກ່​ພວກທ່ານ. 24ພຣະເຈົ້າ​ອົງ​ທີ່​ໄດ້​ສ້າງ​ໂລກ​ກັບ​ສິ່ງ​ທັງປວງ ທີ່​ຢູ່​ໃນ​ໂລກ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ສະຫວັນ ແລະ​ແຜ່ນດິນ​ໂລກ, ພຣະເຈົ້າ​ອົງ​ນີ້​ບໍ່ໄດ້​ຢູ່​ໃນ​ວິຫານ​ທີ່​ສ້າງ​ຂຶ້ນ​ມາ​ດ້ວຍ​ມື​ຂອງ​ມະນຸດ. 25ພຣະອົງ​ບໍ່​ຈຳເປັນ​ໃຫ້​ມະນຸດ​ຈັດ​ຫາ​ສິ່ງໃດສິ່ງໜຶ່ງ​ໃຫ້​ແກ່​ພຣະອົງ ເພາະວ່າ​ແມ່ນ​ພຣະອົງ​ເອງ​ທີ່​ເປັນ​ຜູ້​ໂຜດ​ປະທານ​ຊີວິດ, ລົມຫາຍໃຈ ແລະ​ສັບພະທຸກສິ່ງ​ແກ່​ມະນຸດ​ທຸກ​ຊາດ​ທຸກ​ພາສາ. 26ພຣະອົງ​ໄດ້​ສ້າງ​ມະນຸດ​ທຸກ​ຊາດ ໃຫ້​ເກີດ​ມາ​ຈາກ​ມະນຸດ​ຄົນ​ດຽວ ແລະ​ໃຫ້​ພວກເຂົາ​ຢູ່​ທົ່ວ​ພິພົບ​ໂລກ ພຣະອົງ​ໄດ້​ຊົງ​ກຳນົດ​ເວລາ ແລະ​ກຳນົດ​ເຂດ​ທີ່​ພວກເຂົາ​ຢູ່​ນັ້ນ. 27ເພື່ອ​ພວກເຂົາ​ຈະ​ໄດ້​ສະແຫວງ​ຫາ​ພຣະເຈົ້າ ຫວັງ​ວ່າ​ພວກເຂົາ​ຈະ​ຊອກຫາ​ຈົນ​ພົບ​ພຣະອົງ, ແຕ່​ທີ່ຈິງ ພຣະອົງ​ບໍ່​ຊົງ​ຢູ່​ໄກ​ຈາກ​ເຮົາ​ທຸກຄົນ, 28ເພາະວ່າ
‘ໃນ​ພຣະອົງ​ນັ້ນ ພວກເຮົາ​ມີ​ຊີວິດ​ເຄື່ອນໄຫວ​ໄປມາ ແລະ​ເປັນ​ຢູ່.’
ດັ່ງ​ນັກ​ແຕ່ງ​ກາບກອນ​ໃນ​ພວກທ່ານ​ບາງຄົນ​ໄດ້​ກ່າວ​ວ່າ,
‘ພວກເຮົາ​ເປັນ​ເຊື້ອສາຍ​ຂອງ​ພຣະອົງ​ເໝືອນກັນ.’
29ໃນ​ເມື່ອ​ພວກເຮົາ​ເປັນ​ເຊື້ອສາຍ​ຂອງ​ພຣະເຈົ້າ ພວກເຮົາ​ກໍ​ບໍ່ຄວນ​ຖື​ວ່າ​ພຣະເຈົ້າ​ເປັນ​ຄື​ຮູບເຄົາຣົບ​ທີ່​ເປັນ​ຄຳ, ທີ່​ເປັນ​ເງິນ, ຫລື​ເປັນ​ຫີນ ທີ່​ຖືກ​ແກະສະຫລັກ​ດ້ວຍ​ສິນລະປະ ດ້ວຍ​ສີມື​ຂອງ​ນາຍຊ່າງ​ຜູ້​ຊຳນານ. 30ໃນ​ສະໄໝ​ທີ່​ມະນຸດ​ຍັງ​ໂງ່​ບໍ່​ຮູ້ຈັກ​ພຣະເຈົ້າ ພຣະອົງ​ກໍ​ບໍ່​ຊົງ​ຖື​ໂທດ ແຕ່​ບັດນີ້ ພຣະອົງ​ສັ່ງ​ແກ່​ມະນຸດ​ທັງປວງ​ໃນ​ທົ່ວ​ທຸກ​ບ່ອນ ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່. 31ເພາະວ່າ ພຣະອົງ​ໄດ້​ຊົງ​ກຳນົດ​ວັນ​ໜຶ່ງ​ໄວ້ ຊຶ່ງ​ໃນ​ວັນ​ນັ້ນ ພຣະອົງ​ຈະ​ຊົງ​ພິພາກສາ​ໂລກ​ຕາມ​ຄວາມ​ຍຸດຕິທຳ ໂດຍ​ມະນຸດ​ຜູ້ໜຶ່ງ ຊຶ່ງ​ພຣະອົງ​ໄດ້​ຊົງ​ຕັ້ງ​ໄວ້ ແລະ​ພຣະເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ຄົນ​ທັງປວງ​ມີ​ຄວາມ​ແນ່ໃຈ​ໃນ​ເລື່ອງ​ນີ້ ໂດຍ​ຊົງ​ບັນດານ​ໃຫ້​ມະນຸດ​ຜູ້ນັ້ນ​ເປັນ​ຄືນ​ມາ​ຈາກ​ຕາຍ.”
32ເມື່ອ​ພວກເຂົາ​ໄດ້ຍິນ​ໂປໂລ​ກ່າວ​ເຖິງ​ຄວາມ​ເປັນ​ຄືນ​ມາ​ຈາກ​ຕາຍ ບາງຄົນ​ໃນ​ພວກເຂົາ​ກໍ​ຫົວຂວັນ, ແຕ່​ຄົນອື່ນ​ອີກ​ກ່າວ​ວ່າ, “ພວກເຮົາ​ຢາກ​ຟັງ​ເຈົ້າ​ເວົ້າ​ເຖິງ​ເລື່ອງ​ນີ້​ອີກ.” 33ດັ່ງນັ້ນ ໂປໂລ​ຈຶ່ງ​ອອກ​ໄປ​ຈາກ​ທີ່​ປະຊຸມ. 34ມີ​ຜູ້ຊາຍ​ບາງຄົນ​ເຂົ້າ​ຮ່ວມ​ກັບ​ໂປໂລ ແລະ​ໄດ້​ຮັບ​ເຊື່ອ ຄົນ​ເຫຼົ່ານັ້ນ​ມີ​ດັ່ງນີ້: ດີໂອນີຊີໂອ ຜູ້​ເປັນ​ສະມາຊິກ​ຄົນ​ໜຶ່ງ​ຂອງ​ສະພາ, ຍິງ​ຄົນ​ໜຶ່ງ​ຊື່​ວ່າ ດາມາຣີ ແລະ​ຄົນອື່ນໆ​ອີກ​ດ້ວຍ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in