YouVersion Logo
Search Icon

ກິດຈະການ 15

15
ການ​ປະຊຸມ​ໃນ​ນະຄອນ​ເຢຣູຊາເລັມ
1ມີ​ບາງຄົນ​ຈາກ​ແຂວງ​ຢູດາຍ​ເລີ່ມ​ສັ່ງສອນ​ພີ່ນ້ອງ​ວ່າ, “ຖ້າ​ເຈົ້າ​ທັງຫລາຍ​ບໍ່​ຮັບ​ພິທີຕັດ​ຕາມ​ຮີດຄອງ​ຂອງ​ໂມເຊ ພວກເຈົ້າ​ຈະ​ພົ້ນ​ບໍ່ໄດ້.” 2ເມື່ອ​ໂປໂລ​ກັບ​ບາຣະນາບາ ເກີດ​ມີ​ການ​ໂຕ້ຖຽງ​ກັບ​ພວກເຂົາ​ຢ່າງ​ຮຸນແຮງ​ກ່ຽວກັບ​ເລື່ອງ​ນີ້ ດັ່ງນັ້ນ ຈຶ່ງ​ມີ​ການ​ຕົກລົງ​ໃຫ້​ໂປໂລ​ກັບ​ບາຣະນາບາ ແລະ​ບາງຄົນ​ໃນ​ເມືອງ​ອັນຕີໂອເຂຍ ໄປ​ປຶກສາ​ກັບ​ພວກ​ອັກຄະສາວົກ ແລະ​ພວກ​ເຖົ້າແກ່​ໃນ​ນະຄອນ​ເຢຣູຊາເລັມ​ກ່ຽວກັບ​ບັນຫາ​ນີ້.
3ດັ່ງນັ້ນ ຄຣິສຕະຈັກ​ໄດ້​ຈັດ​ສົ່ງ​ທ່ານ​ເຫຼົ່ານີ້​ໄປ, ເມື່ອ​ຜ່ານ​ແຂວງ​ໂຟນີເຊຍ ແລະ​ແຂວງ​ຊາມາເຣຍ​ໄປ​ນັ້ນ ເພິ່ນ​ໄດ້​ເລົ່າ​ເລື່ອງ​ການ​ທີ່​ຄົນຕ່າງຊາດ​ກັບໃຈ​ໃໝ່​ຫັນ​ມາ​ຫາ​ພຣະເຈົ້າ, ຂ່າວ​ນີ້​ໄດ້​ນຳ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່​ມາ​ສູ່​ພີ່ນ້ອງ​ທັງໝົດ. 4ເມື່ອ​ເພິ່ນ​ມາ​ຮອດ​ນະຄອນ​ເຢຣູຊາເລັມ ກໍໄດ້​ຖືກ​ຮັບຕ້ອນ​ຈາກ​ພີ່ນ້ອງ​ໃນ​ຄຣິສຕະຈັກ, ຈາກ​ພວກ​ອັກຄະສາວົກ ແລະ​ຈາກ​ບັນດາ​ເຖົ້າແກ່ ແລະ​ພວກເພິ່ນ​ໄດ້​ເລົ່າ​ເລື່ອງ​ທັງໝົດ ທີ່​ພຣະເຈົ້າ​ໄດ້​ກະທຳ​ການ​ຜ່ານ​ພວກເພິ່ນ​ສູ່​ຄົນ​ເຫຼົ່ານັ້ນ​ຟັງ. 5ແຕ່​ມີ​ບາງຄົນ​ໃນ​ຄະນະ​ຟາຣີຊາຍ ທີ່​ໄດ້​ເຊື່ອ​ແລ້ວ ລຸກ​ຂຶ້ນ​ເວົ້າ​ວ່າ, “ຄົນຕ່າງຊາດ​ນັ້ນ ຕ້ອງ​ໃຫ້​ພວກເຂົາ​ຮັບ​ພິທີຕັດ ແລະ​ສັ່ງ​ໃຫ້​ພວກເຂົາ​ຖື​ຮັກສາ​ກົດບັນຍັດ​ຂອງ​ໂມເຊ.”
6ຝ່າຍ​ພວກ​ອັກຄະສາວົກ​ກັບ​ພວກ​ເຖົ້າແກ່ ກໍໄດ້​ປະຊຸມ​ກັນ​ພິຈາລະນາ​ບັນຫາ​ນີ້. 7ຫລັງຈາກ ໂຕ້ຖຽງ​ກັນ​ເປັນ​ເວລາ​ຍືດຍາວ​ແລ້ວ ເປໂຕ​ກໍ​ລຸກ​ຂຶ້ນ ແລະ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ ເມື່ອ​ເລີ່ມຕົ້ນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ຂ້າພະເຈົ້າ​ຈາກ​ທ່າມກາງ​ພວກເຈົ້າ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້ຍິນ ແລະ​ຈະ​ໄດ້​ເຊື່ອ. 8ພຣະເຈົ້າ​ຜູ້​ທີ່​ຢັ່ງຮູ້​ຄວາມ​ຄິດ​ຈິດໃຈ​ຂອງ​ທຸກຄົນ ໄດ້​ຊົງ​ສຳແດງ​ການ​ຕ້ອນຮັບ​ຄົນຕ່າງຊາດ ໂດຍ​ຊົງ​ປະທານ​ພຣະວິນຍານ​ບໍຣິສຸດ​ໃຫ້​ແກ່​ພວກເຂົາ ເໝືອນ​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ. 9ພຣະອົງ​ບໍ່ໄດ້​ປະຕິບັດ​ກັບ​ພວກເຮົາ​ແຕກຕ່າງ​ຈາກ​ພວກເຂົາ, ພຣະອົງ​ອະໄພ​ບາບກຳ​ຂອງ​ພວກເຂົາ​ດ້ວຍ​ຄວາມເຊື່ອ. 10ເມື່ອ​ເປັນ​ດັ່ງນັ້ນ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ທົດລອງ​ພຣະເຈົ້າ, ໂດຍ​ວາງ​ພາລະ​ອັນ​ໜັກ​ໃສ່​ເທິງ​ຫລັງ​ຂອງ​ພີ່ນ້ອງ ຊຶ່ງ​ທັງ​ບັນພະບຸລຸດ​ຂອງ​ພວກເຮົາ ແລະ​ພວກເຮົາ​ເອງ​ກໍ​ບໍ່​ສາມາດ​ແບກ​ໄດ້? 11ແຕ່​ພວກເຮົາ​ເຊື່ອ​ວ່າ ພວກເຮົາ​ພົ້ນ​ດ້ວຍ​ພຣະຄຸນ​ຂອງ​ອົງ​ພຣະເຢຊູເຈົ້າ ເໝືອນກັນ​ກັບ​ພວກເຂົາ.”
12ດັ່ງນັ້ນ ພີ່ນ້ອງ​ທັງໝົດ​ຈຶ່ງ​ມິດງຽບ ແລະ​ຟັງ​ບາຣະນາບາ​ກັບ​ໂປໂລ ເລົ່າ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ຕ່າງໆ ທີ່​ພຣະເຈົ້າ​ໄດ້​ກະທຳ​ຜ່ານ​ພວກເພິ່ນ ໃນ​ທ່າມກາງ​ຄົນຕ່າງຊາດ. 13ຫລັງຈາກ​ເລົ່າ​ຈົບ​ແລ້ວ ຢາໂກໂບ ກໍ​ກ່າວ​ຂຶ້ນ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ ຈົ່ງ​ຟັງ​ຂ້າພະເຈົ້າ​ກ່ອນ 14ຊີໂມນ ໄດ້​ອະທິບາຍ​ສູ່​ພວກເຮົາ​ຟັງ​ແລ້ວ​ວ່າ ພຣະເຈົ້າ​ໄດ້​ສຳແດງ​ຄວາມ​ເປັນຫ່ວງ​ຄົນຕ່າງຊາດ​ເທື່ອ​ທຳອິດ ໂດຍ​ໄດ້​ເລືອກ​ເອົາ​ຄົນ​ກຸ່ມ​ໜຶ່ງ ຈາກ​ທ່າມກາງ​ພວກເຂົາ​ໃຫ້​ເປັນ​ຂອງ​ພຣະອົງ. 15ຖ້ອຍຄຳ​ຂອງ​ພວກ​ຜູ້ທຳນວາຍ ກໍ​ສອດຄ່ອງ​ກັນ​ຢ່າງ​ຄົບຖ້ວນ​ກ່ຽວກັບ​ເລື່ອງ​ນີ້, ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,
16 ‘ພາຍ​ຫລັງ​ເຫດການ​ນີ້​ແລ້ວ​ເຮົາ​ຈະ​ກັບ​ມາ
ແລະ​ສ້າງ​ຫໍເຕັນ​ຂອງ​ດາວິດ
ທີ່​ເພພັງ​ນັ້ນ​ໃຫ້​ຟື້ນ​ຂຶ້ນ​ໃໝ່.
ເຮົາ​ຈະ​ສ້າງ​ບ່ອນ​ທີ່
ຮົກຮ້າງ​ເພພັງ​ຂຶ້ນ​ໃໝ່
ແລະ​ຈະ​ຕັ້ງ​ຂຶ້ນ​ມາ​ອີກ.
17 ເພື່ອ​ຄົນອື່ນໆ​ຈະ​ໄດ້
ສະແຫວງ​ຫາ​ອົງພຣະ​ຜູ້​ເປັນເຈົ້າ
ຄື​ບັນດາ​ຕ່າງຊາດ​ທີ່​ເຮົາ​ໄດ້​ເອີ້ນ​ມາ
ເປັນ​ພົນລະເມືອງ​ຂອງເຮົາ​ນັ້ນ.
18 ອົງພຣະ​ຜູ້​ເປັນເຈົ້າ​ໄດ້
ຊົງ​ແຈ້ງ​ເຫດການ​ເຫຼົ່ານີ້​ໃຫ້​ຮູ້
ຕັ້ງແຕ່​ບູຮານນະການ​
ໄດ້​ຊົງ​ກ່າວ​ໄວ້​ດັ່ງນີ້ແຫລະ.”’
19ຢາໂກໂບ​ກ່າວ​ອີກ​ວ່າ, “ຕາມ​ຄວາມ​ເຫັນ​ຂອງ​ຂ້າພະເຈົ້າ​ແລ້ວ ພວກເຮົາ​ບໍ່ຄວນ​ລົບກວນ​ຄົນຕ່າງຊາດ ທີ່​ກຳລັງ​ຕ່າວຄືນ​ມາ​ຫາ​ພຣະເຈົ້າ. 20ແຕ່​ເຮົາ​ຈົ່ງ​ສັ່ງ​ພວກເຂົາ​ເປັນ​ລາຍລັກ​ອັກສອນ ໃຫ້​ເວັ້ນເສຍ​ຈາກ​ສິ່ງ​ຊົ່ວ​ມົວໝອງ ເນື່ອງ​ດ້ວຍ​ພະທຽມ, ຈາກ​ການ​ຫລິ້ນຊູ້, ຈາກ​ການ​ກິນ​ສັດ​ຕາຍ​ຮັດ​ຄໍ ແລະ​ຈາກ​ການ​ກິນ​ເລືອດ. 21ເພາະວ່າ​ຕັ້ງແຕ່​ດົນນານ​ມາ​ແລ້ວ, ກໍ​ມີ​ຜູ້​ປະກາດ​ກົດບັນຍັດ​ຂອງ​ໂມເຊ​ໃນ​ທຸກ​ເມືອງ ແລະ​ເພິ່ນ​ໄດ້​ອ່ານ​ເລື່ອງ​ນີ້​ໃນ​ທຳມະສາລາ​ຕ່າງໆ ໃນ​ທຸກ​ວັນ​ຊະບາໂຕ.”
ຈົດໝາຍ​ຈາກ​ທີ່​ປະຊຸມ​ສົ່ງ​ໄປ​ເຖິງ​ຄົນຕ່າງຊາດ
22ແລ້ວ​ພວກ​ອັກຄະສາວົກ​ກັບ​ບັນດາ​ເຖົ້າແກ່ ພ້ອມ​ກັບ​ທັງໝົດ​ຄຣິສຕະຈັກ, ກໍ​ຕັດສິນໃຈ​ເລືອກ​ເອົາ​ບາງຄົນ​ໃນ​ພວກເພິ່ນ ໃຫ້​ເດີນທາງ​ໄປ​ທີ່​ເມືອງ​ອັນຕີໂອເຂຍ​ກັບ​ໂປໂລ ແລະ ບາຣະນາບາ. ພວກເພິ່ນ​ໄດ້​ເລືອກ​ເອົາ​ຢູດາ (ຜູ້​ທີ່​ມີ​ຊື່​ອີກ​ວ່າ​ບາຣະຊັບບາ) ກັບ​ຊີລາ, ຊາຍ​ສອງ​ຄົນ​ນີ້​ເປັນ​ຜູ້ນຳ​ຄົນ​ສຳຄັນ​ໃນ​ພວກ​ພີ່ນ້ອງ. 23ພວກເພິ່ນ​ໄດ້​ຂຽນ​ຈົດໝາຍ​ມອບ​ໃຫ້​ທ່ານ​ທັງສອງ​ຖື​ໄປ ແລະ​ໃນ​ຈົດໝາຍ​ນັ້ນ​ມີ​ເນື້ອຄວາມ​ວ່າ,
“ພວກເຮົາ ອັກຄະສາວົກ​ກັບ​ເຖົ້າແກ່ ຜູ້​ເປັນ​ພີ່ນ້ອງ​ຂອງ​ພວກທ່ານ ຂໍ​ສົ່ງ​ຄວາມ​ຄຳນັບ​ມາ​ເຖິງ​ທ່ານ​ທັງຫລາຍ ທີ່​ເປັນ​ພີ່ນ້ອງ​ຕ່າງຊາດ​ທຸກຄົນ ທີ່​ຢູ່​ໃນ​ເມືອງ​ອັນຕີໂອເຂຍ, ໃນ​ແຂວງ​ຊີເຣຍ ແລະ​ໃນ​ແຂວງ​ກີລີເກຍ. 24ພວກເຮົາ​ໄດ້ຍິນ​ຂ່າວ​ວ່າ ມີ​ບາງຄົນ​ໃນ​ພວກເຮົາ ໄດ້​ອອກ​ໄປ​ລົບກວນ​ຈິດໃຈ ແລະ​ເຮັດ​ໃຫ້​ພີ່ນ້ອງ​ເກີດ​ຄວາມ​ສັບສົນ​ໄປ ດ້ວຍ​ຄຳ​ເວົ້າ​ຂອງ​ພວກເຂົາ, ພວກເຮົາ​ບໍ່ໄດ້​ອອກ​ຄຳສັ່ງ​ໃດໆ ໃຫ້​ພວກເຂົາ​ເຮັດ​ສິ່ງ​ນີ້​ເລີຍ. 25ສະນັ້ນ ພວກເຮົາ​ຈຶ່ງ​ໄດ້​ມາ​ປະຊຸມ​ຕົກລົງ​ກັນ ແລະ​ເຫັນພ້ອມພຽງ​ກັນ​ວ່າ ໃຫ້​ເລືອກ​ເອົາ​ບາງຄົນ​ມາ​ຫາ​ພວກທ່ານ, ພ້ອມ​ກັບ​ບາຣະນາບາ ແລະ ໂປໂລ. 26ຜູ້​ເປັນ​ທີ່ຮັກ​ຂອງ​ພວກເຮົາ ຊຶ່ງ​ສະຫລະ​ຊີວິດ​ຂອງຕົນ ເພື່ອ​ຮັບໃຊ້​ພາລະກິດ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ. 27ດ້ວຍເຫດນັ້ນ ພວກເຮົາ​ຈຶ່ງ​ໄດ້​ໃຊ້​ຢູດາ​ກັບ​ຊີລາ​ມາ​ຫາ​ພວກທ່ານ ແລະ​ທັງສອງ​ຄົນ​ນີ້​ຈະ​ກ່າວ​ຂໍ້ຄວາມ​ອັນ​ດຽວກັນ​ກັບ​ທີ່​ພວກເຮົາ​ຂຽນ​ມາ​ນີ້. 28ດ້ວຍວ່າ, ພຣະວິນຍານ​ບໍຣິສຸດເຈົ້າ​ເຫັນດີ​ເຫັນພ້ອມ​ກັບ​ພວກເຮົາ​ແລ້ວ​ວ່າ ບໍ່​ໃຫ້​ວາງ​ພາລະໜັກ​ອັນ​ໃດ​ເທິງ​ພວກທ່ານ ນອກຈາກ​ສິ່ງ​ທີ່​ຈຳເປັນ​ເຫຼົ່ານີ້ 29ຄື​ໃຫ້​ງົດເວັ້ນ​ເສຍ​ຈາກ​ກິນ​ອາຫານ​ທີ່​ຖວາຍບູຊາ​ແກ່​ຮູບເຄົາຣົບ​ແລ້ວ, ໃຫ້​ງົດ​ຈາກ​ການ​ກິນ​ເລືອດ, ໃຫ້​ງົດ​ຈາກ​ການ​ກິນ​ສັດ​ທີ່​ຕາຍ​ເພາະ​ຖືກ​ຮັດ​ຄໍ ແລະ​ໃຫ້​ຫລີກເວັ້ນ​ຈາກ​ການ​ຫລິ້ນຊູ້, ຖ້າ​ພວກທ່ານ​ງົດ​ຈາກ​ສິ່ງ​ເຫຼົ່ານີ້​ໄດ້ ພວກທ່ານ​ກໍ​ຢູ່ເຢັນ​ເປັນສຸກ ຈົ່ງ​ຈະເລີນ​ເທີ້ນ.”
30ດັ່ງນັ້ນ ບັນດາ​ຜູ້​ຕາງໜ້າ​ຈຶ່ງ​ເດີນທາງ​ລົງໄປ​ທີ່​ເມືອງ​ອັນຕີໂອເຂຍ, ເມື່ອ​ໄດ້​ເອີ້ນ​ພີ່ນ້ອງ​ທັງໝົດ​ມາ​ແລ້ວ ຈຶ່ງ​ມອບ​ຈົດໝາຍ​ສະບັບ​ນັ້ນ​ໃຫ້​ພວກເພິ່ນ. 31ເມື່ອ​ອ່ານ​ແລ້ວ​ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເພາະ​ຄຳ​ໜູນໃຈ​ໃນ​ຈົດໝາຍ​ນັ້ນ. 32ຢູດາ​ກັບ​ຊີລາ ກໍ​ເປັນ​ຜູ້​ປະກາດ​ພຣະທຳ​ເໝືອນກັນ ໄດ້​ກ່າວ​ຢ່າງ​ຍືດຍາວ​ແກ່​ພວກ​ພີ່ນ້ອງ​ເພື່ອ​ໜູນໃຈ ແລະ​ເຕືອນ​ສະຕິ​ພວກເຂົາ​ໃຫ້​ເຂັ້ມແຂງ​ຂຶ້ນ​ໃນ​ຄວາມເຊື່ອ. 33ເມື່ອ​ພັກ​ຢູ່​ເປັນ​ເວລາ​ພໍສົມຄວນ​ແລ້ວ, ທ່ານ​ທັງສອງ​ກໍ​ຖືກ​ສົ່ງ​ກັບຄືນ​ດ້ວຍ​ຄວາມສຸກ ເມືອ​ຫາ​ຜູ້​ທີ່​ໃຊ້​ຕົນ​ມາ​ນັ້ນ [34ຝ່າຍ​ຊີລາ​ກໍ​ເຫັນດີ​ຍັງ​ຈະ​ພັກ​ຢູ່​ທີ່​ນັ້ນ​ອີກ​ຕໍ່ໄປ.]
35ຝ່າຍ​ໂປໂລ​ກັບ​ບາຣະນາບາ ກໍ​ຢູ່​ໃນ​ເມືອງ​ອັນຕີໂອເຂຍ​ຊົ່ວ​ໄລຍະ​ໜຶ່ງ, ທ່ານ​ທັງສອງ​ພ້ອມ​ກັບ​ຄົນອື່ນໆ​ໄດ້​ຮ່ວມກັນ​ສັ່ງສອນ ແລະ​ປະກາດ​ຂ່າວປະເສີດ ຄື​ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.
ໂປໂລ​ກັບ​ບາຣະນາບາ​ແຍກກັນ
36ຫລັງຈາກ​ນັ້ນ​ບໍ່​ດົນ ໂປໂລ​ກໍ​ເວົ້າ​ກັບ​ບາຣະນາບາ​ວ່າ, “ໃຫ້​ພວກເຮົາ​ກັບ​ໄປ​ຢ້ຽມຢາມ​ພີ່ນ້ອງ​ໃນ​ເມືອງ​ອື່ນໆ ທີ່​ພວກເຮົາ​ໄດ້​ປະກາດ​ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ຈະ​ຮູ້​ວ່າ​ພວກເຂົາ​ຢູ່​ຢ່າງ​ໃດ?” 37ສ່ວນ​ບາຣະນາບາ​ຢາກ​ເອົາ​ໂຢຮັນ​ມາຣະໂກ​ໄປ​ນຳ 38ແຕ່​ໂປໂລ​ຄິດ​ວ່າ​ບໍ່ຄວນ​ເອົາ​ຜູ້​ກ່ຽວ​ໄປ​ນຳ ເພາະ​ລາວ​ບໍ່ໄດ້​ຢູ່​ຮ່ວມ​ງານ​ຈົນ​ສິ້ນສຸດ​ພາລະກິດ, ແຕ່​ໄດ້​ກັບຄືນ​ໄປ ແລະ​ປະ​ພວກເພິ່ນ​ໄວ້​ທີ່​ແຂວງ​ປຳຟີເລຍ. 39ທັງສອງ​ເກີດ​ການ​ໂຕ້ຖຽງ​ກັນ​ຢ່າງ​ຮຸນແຮງ ຈົນ​ແຍກ​ຈາກ​ກັນ, ບາຣະນາບາ​ຈຶ່ງ​ເອົາ​ມາຣະໂກ​ລົງ​ເຮືອ​ໄປ​ສູ່​ເກາະ​ໄຊປຣັດ 40ແຕ່​ໂປໂລ​ໄດ້​ເລືອກ​ເອົາ​ຊີລາ ເມື່ອ​ພວກ​ພີ່ນ້ອງ​ໄດ້​ຝາກ​ທ່ານ​ທັງສອງ​ໄວ້​ໃນ​ພຣະຄຸນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລ້ວ​ກໍໄດ້​ອອກ​ໄປ. 41ໂປໂລ​ໄດ້​ໄປ​ທົ່ວ​ແຂວງ​ຊີເຣຍ ແລະ ກີລີເກຍ ໜູນໃຈ​ພີ່ນ້ອງ​ໃນ​ຄຣິສຕະຈັກ​ໃຫ້​ເຂັ້ມແຂງ​ຂຶ້ນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in