YouVersion Logo
Search Icon

ກິດຈະການ 14

14
ໂປໂລ ແລະ ບາຣະນາບາ​ທີ່​ເມືອງ​ອີໂກນີອົມ
1ໃນ​ເມືອງ​ອີໂກນີອົມ​ນີ້​ກໍ​ເໝືອນກັນ ໂປໂລ​ກັບ​ບາຣະນາບາ​ໄດ້​ເຂົ້າ​ໄປ​ກ່າວ​ໃນ​ທຳມະສາລາ​ຂອງ​ພວກ​ຢິວ ຈົນ​ຊາວ​ຢິວ ແລະ​ຊາວ​ກຣີກ​ຈຳນວນ​ຫລວງຫລາຍ​ໄດ້​ວາງໃຈເຊື່ອ. 2ແຕ່​ພວກ​ຢິວ​ທີ່​ບໍ່​ຍອມ​ເຊື່ອ​ນັ້ນ ໄດ້​ຍົວະ​ຍົງ​ຄົນຕ່າງຊາດ ໃຫ້​ກຽດຊັງ​ພວກ​ພີ່ນ້ອງ​ທີ່​ເຊື່ອ. 3ດັ່ງນັ້ນ ທ່ານ​ທັງສອງ​ຈຶ່ງ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ອີໂກນີອົມ​ນີ້​ດົນນານ​ສົມຄວນ, ມີ​ໃຈ​ກ້າ​ກ່າວ​ດ້ວຍ​ຄວາມ​ໄວ້ວາງໃຈ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ພຣະຄຸນ​ຂອງ​ພຣະອົງ ໂດຍ​ໃຫ້​ທ່ານ​ທັງສອງ​ມີ​ຣິດອຳນາດ​ເຮັດ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຫລາຍ​ຢ່າງ. 4ປະຊາຊົນ​ໃນ​ເມືອງ​ໄດ້​ແຍກ​ກັນ​ອອກ​ເປັນ​ສອງ​ພວກ​ຄື: ພວກ​ໜຶ່ງ​ຢູ່​ຝ່າຍ​ພວກ​ຢິວ ແລະ​ພວກ​ໜຶ່ງ​ອີກ​ຢູ່​ຝ່າຍ​ພວກ​ອັກຄະສາວົກ.
5ແລ້ວ​ຄົນຕ່າງຊາດ​ກັບ​ຄົນ​ຢິວ​ບາງຄົນ ໂດຍ​ຮ່ວມ​ກັບ​ບັນດາ​ຜູ້​ປົກຄອງ​ຂອງ​ພວກເຂົາ ໄດ້​ພ້ອມໃຈ​ກັນ​ທີ່​ຈະ​ທາລຸນ​ໂປໂລ​ກັບ​ບາຣະນາບາ ດ້ວຍ​ການ​ແກວ່ງ​ກ້ອນຫີນ​ໃສ່. 6ເມື່ອ​ທ່ານ​ທັງສອງ​ຮູ້​ເຖິງ​ເລື່ອງ​ນີ້ ຈຶ່ງ​ໜີໄປ​ທີ່​ເມືອງ​ລີສະຕຣາ ແລະ​ເດຣະເບ​ໃນ​ແຂວງ​ກີລີເກຍ ແລະ​ໃນ​ຂົງເຂດ​ໃກ້ຄຽງ​ນັ້ນ. 7ໃນ​ບ່ອນ​ນີ້ ທ່ານ​ທັງສອງ​ໄດ້​ປະກາດ​ຂ່າວປະເສີດ.
ໃນ​ເມືອງ​ລີສະຕຣາ ແລະ ເດຣະເບ
8ໃນ​ເມືອງ​ລີສະຕຣາ​ນີ້ ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນເປ້ຍ​ແຕ່​ເກີດ ແລະ​ບໍ່ເຄີຍ​ຍ່າງ​ໄປ​ໃສ​ຈັກເທື່ອ. 9ລາວ​ນັ່ງ​ຟັງ​ຖ້ອຍຄຳ​ທີ່​ໂປໂລ​ເວົ້າ​ຢູ່, ເມື່ອ​ໂປໂລ​ເພັ່ງຕາ​ເບິ່ງ​ຄົນ​ນີ້ ກໍ​ເຫັນ​ວ່າ ລາວ​ມີ​ຄວາມເຊື່ອ​ພໍ​ຈະ​ດີ​ພະຍາດ​ໄດ້ 10ດັ່ງນັ້ນ ໂປໂລ​ຈຶ່ງ​ສັ່ງ​ດ້ວຍ​ສຽງດັງ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ຢືນ​ໃຫ້​ຕົວ​ຊື່” ຄົນ​ເປ້ຍ​ນັ້ນ​ຈຶ່ງ​ກະໂດດ​ຂຶ້ນ​ແລ້ວ​ຍ່າງ​ໄປມາ. 11ເມື່ອ​ປະຊາຊົນ​ໄດ້​ເຫັນ​ການ​ທີ່​ໂປໂລ​ເຮັດ​ນັ້ນ ຕ່າງ​ກໍ​ຮ້ອງ​ຂຶ້ນ​ເປັນ​ພາສາ​ກີລີເກຍ​ວ່າ, “ພວກ​ພະ​ແປງກາຍ​ເປັນ​ມະນຸດ ລົງ​ມາ​ຫາ​ພວກເຮົາ​ແລ້ວ.” 12ພວກເຂົາ​ໃສ່​ຊື່​ໃຫ້​ບາຣະນາບາ​ວ່າ ພະ​ຊູດ ແລະ​ໃສ່​ຊື່​ໃຫ້​ໂປໂລ​ວ່າ ພະ​ເຮຣະເມ ເພາະ​ເພິ່ນ​ເປັນ​ຫົວໜ້າ​ໃນ​ການ​ກ່າວ. 13ຝ່າຍ​ປະໂຣຫິດ​ຂອງ​ພະ​ຊູດ ທີ່​ມີ​ວິຫານ​ຕັ້ງ​ຢູ່​ຕໍ່ໜ້າ​ເມືອງ ໄດ້​ຈູງ​ງົວເຖິກ ແລະ​ນຳ​ພວງ​ດອກໄມ້​ມາ​ທີ່​ປະຕູ​ເມືອງ​ຕິດຕາມ​ໂດຍ​ປະຊາຊົນ ເພາະ​ຕັ້ງໃຈ​ວ່າ​ຈະ​ຖວາຍ​ເຄື່ອງ​ບູຊາ.
14ແຕ່​ເມື່ອ​ອັກຄະສາວົກ​ບາຣະນາບາ​ກັບ​ໂປໂລ​ໄດ້ຍິນ​ດັ່ງນັ້ນ, ກໍ​ຈີກ​ເສື້ອຜ້າ​ຂອງຕົນ ແລ້ວ​ຟ້າວ​ແລ່ນ​ເຂົ້າ​ໄປ​ທ່າມກາງ​ປະຊາຊົນ​ນັ້ນ​ທັນທີ ແລະ​ຮ້ອງ​ຂຶ້ນ​ວ່າ, 15“ທ່ານ​ທັງຫລາຍ​ເອີຍ ເປັນຫຍັງ​ຈຶ່ງ​ເຮັດ​ເຊັ່ນນີ້? ພວກເຮົາ​ທັງສອງ​ກໍ​ເປັນ​ມະນຸດ​ຢ່າງ​ດຽວກັນ​ກັບ​ພວກທ່ານ ແລະ​ມາ​ປະກາດ​ຂ່າວປະເສີດ​ໃຫ້​ພວກທ່ານ​ກັບໃຈ​ຈາກ​ສິ່ງ​ອັນ​ບໍ່ມີ​ປະໂຫຍດ​ເຫຼົ່ານີ້ ແລະ​ຫັນມາ​ຫາ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ຄື​ອົງ​ທີ່​ໄດ້​ສ້າງ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ແລະ​ສັບພະທຸກສິ່ງ ຊຶ່ງ​ຢູ່​ໃນ​ທີ່ນັ້ນ. 16ໃນ​ອະດີດ​ທີ່​ຜ່ານ​ມາ ພຣະອົງ​ປ່ອຍ​ໃຫ້​ປະຊາຊົນ​ທັງໝົດ​ປະຕິບັດ​ຕາມ​ຮີດຄອງ​ຂອງຕົນ. 17ແຕ່​ເຖິງ​ປານນັ້ນ ພຣະອົງ​ບໍ່ໄດ້​ໃຫ້​ຂາດ​ພະຍານ​ເຖິງ​ເລື່ອງ​ພຣະອົງ ໂດຍ​ກິດຈະການ​ອັນ​ດີ​ຂອງ​ພຣະອົງ ຄື​ໄດ້​ບັນດານ​ຝົນ​ໃຫ້​ຕົກ​ຈາກ​ທ້ອງຟ້າ ແລະ​ໃຫ້​ມີ​ຜົນລະປູກ​ຕາມ​ລະດູການ, ຈຶ່ງ​ໂຜດ​ໃຫ້​ອາຫານ​ການກິນ​ແກ່​ພວກທ່ານ ແລະ​ໃຫ້​ຈິດໃຈ​ອີ່ມເຕັມ​ດ້ວຍ​ຄວາມສຸກ.” 18ເຖິງ​ແມ່ນ​ວ່າ ໄດ້​ກ່າວ​ຄຳ​ເຫຼົ່ານີ້​ແລ້ວ​ກໍຕາມ ອັກຄະສາວົກ​ທັງສອງ​ຍັງ​ຫ້າມ​ປະຊາຊົນ ບໍ່​ໃຫ້​ຖວາຍ​ເຄື່ອງ​ບູຊາ​ແກ່​ພວກ​ຕົນ​ໄດ້​ໂດຍ​ຍາກ​ເຕັມທີ ຈົນ​ເກືອບ​ຫ້າມ​ບໍ່​ແພ້.
19ແຕ່​ມີ​ຊາວ​ຢິວ​ບາງຄົນ​ມາ​ຈາກ​ເມືອງ​ອັນຕີໂອເຂຍ ແລະ​ຈາກ​ເມືອງ​ອີໂກນີອົມ ໄດ້​ຊັກຊວນ​ປະຊາຊົນ​ໃຫ້​ເຂົ້າ​ຂ້າງ​ພວກເຂົາ ແລ້ວ​ຈຶ່ງ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ໂປໂລ ແລະ​ລາກ​ເພິ່ນ​ອອກ​ໄປ​ຈາກ​ເມືອງ ໂດຍ​ຄິດວ່າ​ເພິ່ນ​ຕາຍ​ແລ້ວ. 20ແຕ່​ເມື່ອ​ພວກ​ພີ່ນ້ອງ​ທີ່​ເຊື່ອ​ໄດ້​ເຕົ້າໂຮມ​ກັນ​ອ້ອມ​ເພິ່ນ​ໄວ້ ເພິ່ນ​ຈຶ່ງ​ລຸກ​ຂຶ້ນ​ແລະ​ກັບຄືນ​ເຂົ້າ​ໄປ​ໃນ​ເມືອງ, ຕົກ​ວັນ​ຕໍ່ມາ ເພິ່ນ​ກັບ​ບາຣະນາບາ​ໄດ້​ໄປ​ທີ່​ເມືອງ​ເດຣະເບ.
ການ​ກັບຄືນ​ມາ​ທີ່​ເມືອງ​ອັນຕີໂອເຂຍ​ແຂວງ​ຊີເຣຍ
21ໂປໂລ​ກັບ​ບາຣະນາບາ ໄດ້​ປະກາດ​ຂ່າວປະເສີດ​ໃນ​ເມືອງ​ເດຣະເບ ແລະ​ໄດ້​ຫລາຍ​ຄົນ​ມາ​ເປັນ​ສິດ, ແລ້ວ​ທ່ານ​ທັງສອງ​ກໍໄດ້​ກັບຄືນ​ໄປ​ເມືອງ​ລີສະຕຣາ, ອີໂກນີອົມ ແລະ ອັນຕີໂອເຂຍ. 22ທ່ານ​ທັງສອງ​ໄດ້​ໜູນໃຈ​ລູກສິດ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ​ໂດຍ​ກ່າວ​ວ່າ, “ເຮົາ​ທັງຫລາຍ​ຕ້ອງ​ຜ່ານ​ຜ່າ​ຄວາມ​ທຸກ​ລຳບາກ​ຫລາຍ​ປະການ ເພື່ອ​ຈະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ຂອງ​ພຣະເຈົ້າ.” 23ໃນ​ແຕ່ລະ​ຄຣິສຕະຈັກ ທ່ານ​ທັງສອງ​ໄດ້​ເລືອກ​ຕັ້ງ​ພວກ​ເຖົ້າແກ່ ແລະ​ຫລັງຈາກ​ພາວັນນາ​ອະທິຖານ​ກັບ​ຖືສິນ​ອົດອາຫານ​ແລ້ວ ຈຶ່ງ​ມອບ​ຄົນ​ເຫຼົ່ານັ້ນ​ໄວ້​ກັບ​ອົງພຣະ​ຜູ້​ເປັນເຈົ້າ ທີ່​ພວກເຂົາ​ວາງໃຈເຊື່ອ​ນັ້ນ.
24ຫລັງຈາກ​ເດີນທາງ​ຜ່ານ​ເຂດແດນ​ຂອງ​ແຂວງ​ປີຊີເດຍ​ແລ້ວ ທ່ານ​ທັງສອງ​ກໍ​ມາ​ເຖິງ​ແຂວງ​ປຳຟີເລຍ. 25ເມື່ອ​ໄດ້​ປະກາດ​ພຣະທຳ​ທີ່​ເມືອງ​ເປກາ​ແລ້ວ ກໍໄດ້​ເດີນທາງ​ໄປ​ທີ່​ເມືອງ​ອັດຕາເລຍ 26ຈາກ​ທີ່​ນັ້ນ ທ່ານ​ທັງສອງ​ໄດ້​ລົງ​ເຮືອ​ກັບຄືນ​ໄປ​ທີ່​ເມືອງ​ອັນຕີໂອເຂຍ ຄື​ເມືອງ​ທີ່​ທ່ານ​ທັງສອງ​ໄດ້​ຮັບ​ມອບໝາຍ​ໄວ້​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ ເພື່ອ​ພາລະກິດ ຊຶ່ງ​ບັດນີ້​ທ່ານ​ທັງສອງ​ໄດ້​ເຮັດ​ສຳເລັດ​ແລ້ວ.
27ເມື່ອ​ມາ​ຮອດ​ເມືອງ​ອັນຕີໂອເຂຍ ທ່ານ​ທັງສອງ​ໄດ້​ເອີ້ນ​ສະມາຊິກ​ໃນ​ຄຣິສຕະຈັກ​ມາ​ປະຊຸມ ແລ້ວ​ໄດ້​ເລົ່າ​ສູ່​ພີ່ນ້ອງ​ຟັງ​ເຖິງ​ທຸກຢ່າງ ທີ່​ພຣະເຈົ້າ​ຊົງ​ສະຖິດ ແລະ​ໄດ້​ຊົງ​ກະທຳ​ສຳລັບ​ຕົນ ແລະ​ການ​ທີ່​ພຣະເຈົ້າ​ເປີດ​ປະຕູ​ແຫ່ງ​ຄວາມເຊື່ອ​ໃຫ້​ຄົນຕ່າງຊາດ​ເຂົ້າ​ມາ. 28ແລ້ວ​ທ່ານ​ທັງສອງ​ກໍໄດ້​ອາໄສ​ຢູ່​ກັບ​ພວກ​ພີ່ນ້ອງ​ທີ່​ເຊື່ອ​ໃນ​ເມືອງ​ນີ້​ດົນ​ພໍສົມຄວນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in