ກິດຈະການ 14
14
ໂປໂລ ແລະ ບາຣະນາບາທີ່ເມືອງອີໂກນີອົມ
1ໃນເມືອງອີໂກນີອົມນີ້ກໍເໝືອນກັນ ໂປໂລກັບບາຣະນາບາໄດ້ເຂົ້າໄປກ່າວໃນທຳມະສາລາຂອງພວກຢິວ ຈົນຊາວຢິວ ແລະຊາວກຣີກຈຳນວນຫລວງຫລາຍໄດ້ວາງໃຈເຊື່ອ. 2ແຕ່ພວກຢິວທີ່ບໍ່ຍອມເຊື່ອນັ້ນ ໄດ້ຍົວະຍົງຄົນຕ່າງຊາດ ໃຫ້ກຽດຊັງພວກພີ່ນ້ອງທີ່ເຊື່ອ. 3ດັ່ງນັ້ນ ທ່ານທັງສອງຈຶ່ງໄດ້ອາໄສຢູ່ທີ່ເມືອງອີໂກນີອົມນີ້ດົນນານສົມຄວນ, ມີໃຈກ້າກ່າວດ້ວຍຄວາມໄວ້ວາງໃຈໃນອົງພຣະຜູ້ເປັນເຈົ້າ ຜູ້ໄດ້ເປັນພະຍານເຖິງເລື່ອງພຣະຄຸນຂອງພຣະອົງ ໂດຍໃຫ້ທ່ານທັງສອງມີຣິດອຳນາດເຮັດໝາຍສຳຄັນ ແລະການອັດສະຈັນຫລາຍຢ່າງ. 4ປະຊາຊົນໃນເມືອງໄດ້ແຍກກັນອອກເປັນສອງພວກຄື: ພວກໜຶ່ງຢູ່ຝ່າຍພວກຢິວ ແລະພວກໜຶ່ງອີກຢູ່ຝ່າຍພວກອັກຄະສາວົກ.
5ແລ້ວຄົນຕ່າງຊາດກັບຄົນຢິວບາງຄົນ ໂດຍຮ່ວມກັບບັນດາຜູ້ປົກຄອງຂອງພວກເຂົາ ໄດ້ພ້ອມໃຈກັນທີ່ຈະທາລຸນໂປໂລກັບບາຣະນາບາ ດ້ວຍການແກວ່ງກ້ອນຫີນໃສ່. 6ເມື່ອທ່ານທັງສອງຮູ້ເຖິງເລື່ອງນີ້ ຈຶ່ງໜີໄປທີ່ເມືອງລີສະຕຣາ ແລະເດຣະເບໃນແຂວງກີລີເກຍ ແລະໃນຂົງເຂດໃກ້ຄຽງນັ້ນ. 7ໃນບ່ອນນີ້ ທ່ານທັງສອງໄດ້ປະກາດຂ່າວປະເສີດ.
ໃນເມືອງລີສະຕຣາ ແລະ ເດຣະເບ
8ໃນເມືອງລີສະຕຣານີ້ ຍັງມີຊາຍຄົນໜຶ່ງທີ່ເປັນເປ້ຍແຕ່ເກີດ ແລະບໍ່ເຄີຍຍ່າງໄປໃສຈັກເທື່ອ. 9ລາວນັ່ງຟັງຖ້ອຍຄຳທີ່ໂປໂລເວົ້າຢູ່, ເມື່ອໂປໂລເພັ່ງຕາເບິ່ງຄົນນີ້ ກໍເຫັນວ່າ ລາວມີຄວາມເຊື່ອພໍຈະດີພະຍາດໄດ້ 10ດັ່ງນັ້ນ ໂປໂລຈຶ່ງສັ່ງດ້ວຍສຽງດັງວ່າ, “ຈົ່ງລຸກຂຶ້ນຢືນໃຫ້ຕົວຊື່” ຄົນເປ້ຍນັ້ນຈຶ່ງກະໂດດຂຶ້ນແລ້ວຍ່າງໄປມາ. 11ເມື່ອປະຊາຊົນໄດ້ເຫັນການທີ່ໂປໂລເຮັດນັ້ນ ຕ່າງກໍຮ້ອງຂຶ້ນເປັນພາສາກີລີເກຍວ່າ, “ພວກພະແປງກາຍເປັນມະນຸດ ລົງມາຫາພວກເຮົາແລ້ວ.” 12ພວກເຂົາໃສ່ຊື່ໃຫ້ບາຣະນາບາວ່າ ພະຊູດ ແລະໃສ່ຊື່ໃຫ້ໂປໂລວ່າ ພະເຮຣະເມ ເພາະເພິ່ນເປັນຫົວໜ້າໃນການກ່າວ. 13ຝ່າຍປະໂຣຫິດຂອງພະຊູດ ທີ່ມີວິຫານຕັ້ງຢູ່ຕໍ່ໜ້າເມືອງ ໄດ້ຈູງງົວເຖິກ ແລະນຳພວງດອກໄມ້ມາທີ່ປະຕູເມືອງຕິດຕາມໂດຍປະຊາຊົນ ເພາະຕັ້ງໃຈວ່າຈະຖວາຍເຄື່ອງບູຊາ.
14ແຕ່ເມື່ອອັກຄະສາວົກບາຣະນາບາກັບໂປໂລໄດ້ຍິນດັ່ງນັ້ນ, ກໍຈີກເສື້ອຜ້າຂອງຕົນ ແລ້ວຟ້າວແລ່ນເຂົ້າໄປທ່າມກາງປະຊາຊົນນັ້ນທັນທີ ແລະຮ້ອງຂຶ້ນວ່າ, 15“ທ່ານທັງຫລາຍເອີຍ ເປັນຫຍັງຈຶ່ງເຮັດເຊັ່ນນີ້? ພວກເຮົາທັງສອງກໍເປັນມະນຸດຢ່າງດຽວກັນກັບພວກທ່ານ ແລະມາປະກາດຂ່າວປະເສີດໃຫ້ພວກທ່ານກັບໃຈຈາກສິ່ງອັນບໍ່ມີປະໂຫຍດເຫຼົ່ານີ້ ແລະຫັນມາຫາພຣະເຈົ້າອົງຊົງຊີວິດຢູ່ ຄືອົງທີ່ໄດ້ສ້າງສະຫວັນ, ແຜ່ນດິນໂລກ, ນໍ້າທະເລ ແລະສັບພະທຸກສິ່ງ ຊຶ່ງຢູ່ໃນທີ່ນັ້ນ. 16ໃນອະດີດທີ່ຜ່ານມາ ພຣະອົງປ່ອຍໃຫ້ປະຊາຊົນທັງໝົດປະຕິບັດຕາມຮີດຄອງຂອງຕົນ. 17ແຕ່ເຖິງປານນັ້ນ ພຣະອົງບໍ່ໄດ້ໃຫ້ຂາດພະຍານເຖິງເລື່ອງພຣະອົງ ໂດຍກິດຈະການອັນດີຂອງພຣະອົງ ຄືໄດ້ບັນດານຝົນໃຫ້ຕົກຈາກທ້ອງຟ້າ ແລະໃຫ້ມີຜົນລະປູກຕາມລະດູການ, ຈຶ່ງໂຜດໃຫ້ອາຫານການກິນແກ່ພວກທ່ານ ແລະໃຫ້ຈິດໃຈອີ່ມເຕັມດ້ວຍຄວາມສຸກ.” 18ເຖິງແມ່ນວ່າ ໄດ້ກ່າວຄຳເຫຼົ່ານີ້ແລ້ວກໍຕາມ ອັກຄະສາວົກທັງສອງຍັງຫ້າມປະຊາຊົນ ບໍ່ໃຫ້ຖວາຍເຄື່ອງບູຊາແກ່ພວກຕົນໄດ້ໂດຍຍາກເຕັມທີ ຈົນເກືອບຫ້າມບໍ່ແພ້.
19ແຕ່ມີຊາວຢິວບາງຄົນມາຈາກເມືອງອັນຕີໂອເຂຍ ແລະຈາກເມືອງອີໂກນີອົມ ໄດ້ຊັກຊວນປະຊາຊົນໃຫ້ເຂົ້າຂ້າງພວກເຂົາ ແລ້ວຈຶ່ງໄດ້ແກວ່ງກ້ອນຫີນໃສ່ໂປໂລ ແລະລາກເພິ່ນອອກໄປຈາກເມືອງ ໂດຍຄິດວ່າເພິ່ນຕາຍແລ້ວ. 20ແຕ່ເມື່ອພວກພີ່ນ້ອງທີ່ເຊື່ອໄດ້ເຕົ້າໂຮມກັນອ້ອມເພິ່ນໄວ້ ເພິ່ນຈຶ່ງລຸກຂຶ້ນແລະກັບຄືນເຂົ້າໄປໃນເມືອງ, ຕົກວັນຕໍ່ມາ ເພິ່ນກັບບາຣະນາບາໄດ້ໄປທີ່ເມືອງເດຣະເບ.
ການກັບຄືນມາທີ່ເມືອງອັນຕີໂອເຂຍແຂວງຊີເຣຍ
21ໂປໂລກັບບາຣະນາບາ ໄດ້ປະກາດຂ່າວປະເສີດໃນເມືອງເດຣະເບ ແລະໄດ້ຫລາຍຄົນມາເປັນສິດ, ແລ້ວທ່ານທັງສອງກໍໄດ້ກັບຄືນໄປເມືອງລີສະຕຣາ, ອີໂກນີອົມ ແລະ ອັນຕີໂອເຂຍ. 22ທ່ານທັງສອງໄດ້ໜູນໃຈລູກສິດທັງຫລາຍໃຫ້ເຂັ້ມແຂງຂຶ້ນ ແລະໜູນໃຈພວກເຂົາໃຫ້ຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອໂດຍກ່າວວ່າ, “ເຮົາທັງຫລາຍຕ້ອງຜ່ານຜ່າຄວາມທຸກລຳບາກຫລາຍປະການ ເພື່ອຈະເຂົ້າໄປໃນແຜ່ນດິນຂອງພຣະເຈົ້າ.” 23ໃນແຕ່ລະຄຣິສຕະຈັກ ທ່ານທັງສອງໄດ້ເລືອກຕັ້ງພວກເຖົ້າແກ່ ແລະຫລັງຈາກພາວັນນາອະທິຖານກັບຖືສິນອົດອາຫານແລ້ວ ຈຶ່ງມອບຄົນເຫຼົ່ານັ້ນໄວ້ກັບອົງພຣະຜູ້ເປັນເຈົ້າ ທີ່ພວກເຂົາວາງໃຈເຊື່ອນັ້ນ.
24ຫລັງຈາກເດີນທາງຜ່ານເຂດແດນຂອງແຂວງປີຊີເດຍແລ້ວ ທ່ານທັງສອງກໍມາເຖິງແຂວງປຳຟີເລຍ. 25ເມື່ອໄດ້ປະກາດພຣະທຳທີ່ເມືອງເປກາແລ້ວ ກໍໄດ້ເດີນທາງໄປທີ່ເມືອງອັດຕາເລຍ 26ຈາກທີ່ນັ້ນ ທ່ານທັງສອງໄດ້ລົງເຮືອກັບຄືນໄປທີ່ເມືອງອັນຕີໂອເຂຍ ຄືເມືອງທີ່ທ່ານທັງສອງໄດ້ຮັບມອບໝາຍໄວ້ໃນພຣະຄຸນຂອງພຣະເຈົ້າ ເພື່ອພາລະກິດ ຊຶ່ງບັດນີ້ທ່ານທັງສອງໄດ້ເຮັດສຳເລັດແລ້ວ.
27ເມື່ອມາຮອດເມືອງອັນຕີໂອເຂຍ ທ່ານທັງສອງໄດ້ເອີ້ນສະມາຊິກໃນຄຣິສຕະຈັກມາປະຊຸມ ແລ້ວໄດ້ເລົ່າສູ່ພີ່ນ້ອງຟັງເຖິງທຸກຢ່າງ ທີ່ພຣະເຈົ້າຊົງສະຖິດ ແລະໄດ້ຊົງກະທຳສຳລັບຕົນ ແລະການທີ່ພຣະເຈົ້າເປີດປະຕູແຫ່ງຄວາມເຊື່ອໃຫ້ຄົນຕ່າງຊາດເຂົ້າມາ. 28ແລ້ວທ່ານທັງສອງກໍໄດ້ອາໄສຢູ່ກັບພວກພີ່ນ້ອງທີ່ເຊື່ອໃນເມືອງນີ້ດົນພໍສົມຄວນ.
Currently Selected:
ກິດຈະການ 14: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.