ກິດຈະການ 13:2-3
ກິດຈະການ 13:2-3 ພຄພ
ຂະນະທີ່ພວກພີ່ນ້ອງກຳລັງນະມັດສະການອົງພຣະຜູ້ເປັນເຈົ້າ ແລະຖືສິນອົດອາຫານຢູ່ນັ້ນ ພຣະວິນຍານບໍຣິສຸດເຈົ້າໄດ້ບອກກັບພວກເພິ່ນວ່າ, “ຈົ່ງຄັດເອົາບາຣະນາບາກັບໂຊໂລໄວ້ໃຫ້ເຮົາ ສຳລັບພາລະກິດທີ່ເຮົາໄດ້ເອີ້ນໃຫ້ພວກເຂົາເຮັດນັ້ນ.” ຫລັງຈາກພວກພີ່ນ້ອງຖືສິນອົດອາຫານ ແລະພາວັນນາອະທິຖານແລ້ວ ກໍໄດ້ວາງມືໃສ່ບາຣະນາບາກັບໂຊໂລ ຈຶ່ງໃຊ້ພວກເພິ່ນໄປ.