1 ໂຢຮັນ 3:1-2
1 ໂຢຮັນ 3:1-2 ພຄພ
ເບິ່ງແມ! ພຣະບິດາເຈົ້າຊົງໂຜດປະທານຄວາມຮັກແກ່ເຮົາທັງຫລາຍ ເປັນຢ່າງໃດທີ່ພຣະເຈົ້າຊົງເອີ້ນພວກເຮົາວ່າ ບຸດຂອງພຣະອົງ ແລະພວກເຮົາກໍເປັນຢ່າງນັ້ນແລ້ວ. ເຫດທີ່ໂລກບໍ່ຮູ້ຈັກເຮົາທັງຫລາຍ ກໍເພາະເຂົາບໍ່ຮູ້ຈັກພຣະອົງນັ້ນແຫຼະ. ພວກທີ່ຮັກເອີຍ, ບັດນີ້ເຮົາທັງຫລາຍເປັນບຸດຂອງພຣະເຈົ້າແລ້ວ ແລະຍັງບໍ່ໄດ້ຊົງສຳແດງໃຫ້ຮູ້ຄັກວ່າ ຕໍ່ໄປພວກເຮົາຈະເປັນຢ່າງໃດ ແຕ່ພວກເຮົາຮູ້ວ່າເມື່ອພຣະອົງສະເດັດມາປາກົດນັ້ນ ເຮົາທັງຫລາຍຈະເປັນເໝືອນພຣະອົງ ເພາະວ່າພວກເຮົາຈະເຫັນພຣະອົງ ຢ່າງທີ່ພຣະອົງຊົງເປັນຢູ່ນັ້ນ.