YouVersion Logo
Search Icon

1 ໂກຣິນໂທ 15:50-53

1 ໂກຣິນໂທ 15:50-53 ພຄພ

ພີ່ນ້ອງ​ທັງຫລາຍ​ເອີຍ ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ມາ​ນັ້ນ ໝາຍຄວາມວ່າ​ສິ່ງ​ທີ່​ເປັນ​ເນື້ອໜັງ​ແລະ​ເລືອດ ຈະ​ມີ​ສ່ວນ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້ ແລະ​ກາຍ​ທີ່​ເປື່ອຍເນົ່າ​ຈະ​ມີ​ສ່ວນ​ໃນ​ກາຍ​ທີ່​ບໍ່​ເປື່ອຍເນົ່າ​ກໍ​ບໍ່ໄດ້. ນີ້​ແຫຼະ ເຮົາ​ມີ​ຂໍ້​ລັບເລິກ​ບອກ​ພວກເຈົ້າ​ວ່າ, ເຮົາ​ທັງຫລາຍ​ຈະ​ບໍ່​ລ່ວງລັບ​ໄປ​ໝົດ​ທຸກຄົນ, ແຕ່​ເຮົາ​ທັງຫລາຍ​ຈະ​ຖືກ​ປ່ຽນແປງ​ໃໝ່​ໝົດ​ທຸກຄົນ, ໃນ​ຊົ່ວ​ຂະນະ​ດຽວ ໃນ​ຊົ່ວ​ພັບຕາ​ດຽວ ເມື່ອ​ເປົ່າແກ​ຄັ້ງ​ສຸດທ້າຍ​ນັ້ນ. ດ້ວຍວ່າ, ຈະ​ມີ​ສຽງ​ແກ ແລະ​ຄົນ​ທີ່​ຕາຍ​ແລ້ວ​ຈະ​ຖືກ​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ຂຶ້ນ​ມາ​ໂດຍ​ບໍ່​ເປື່ອຍເນົ່າ ແລະ​ຝ່າຍ​ພວກເຮົາ​ກໍ​ຈະ​ຖືກ​ປ່ຽນແປງ​ໃໝ່. ດ້ວຍວ່າ, ສະພາບ ຊຶ່ງ​ຕ້ອງ​ເປື່ອຍເນົ່າ​ຂອງ​ພວກເຮົາ​ນີ້ ຕ້ອງ​ຖືກ​ປ່ຽນແປງ​ສູ່​ສະພາບ​ທີ່​ບໍ່​ເປື່ອຍເນົ່າ​ຈັກເທື່ອ ສິ່ງ​ທີ່​ຕາຍ​ເປັນ ຕ້ອງ​ຖືກ​ປ່ຽນແປງ​ສູ່​ສິ່ງ​ທີ່​ຕາຍ​ບໍ່​ເປັນ.