YouVersion Logo
Search Icon

1 ໂກຣິນໂທ 15:14-19

1 ໂກຣິນໂທ 15:14-19 ພຄພ

ຖ້າ​ພຣະຄຣິດ​ບໍ່ໄດ້​ຊົງ​ຄືນພຣະຊົນ​ແລ້ວ ການ​ປະກາດ​ຂອງ​ພວກເຮົາ​ກໍ​ບໍ່ມີ​ປະໂຫຍດ ແລະ​ຄວາມເຊື່ອ​ຂອງ​ພວກເຈົ້າ ກໍ​ບໍ່ມີ​ປະໂຫຍດ​ເໝືອນກັນ. ນອກຈາກ​ນັ້ນ​ກໍ​ສະແດງ​ວ່າ, ພວກເຮົາ​ເວົ້າ​ຕົວະ​ໃນ​ເລື່ອງ​ພຣະເຈົ້າ ເພາະ​ພວກເຮົາ​ໄດ້​ກ່າວ​ວ່າ, ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະຄຣິດ​ເປັນ​ຄືນ​ມາ​ຈາກ​ຕາຍ ແຕ່​ຖ້າ​ຄົນ​ຕາຍ​ບໍ່​ຖືກ​ບັນດານ​ໃຫ້​ເປັນ​ຄືນ​ມາ​ແລ້ວ ພຣະເຈົ້າ​ກໍ​ບໍ່ໄດ້​ບັນດານ​ໃຫ້​ພຣະຄຣິດ​ເປັນ​ຄືນ​ມາ​ເໝືອນກັນ. ດ້ວຍວ່າ, ຖ້າ​ຄົນ​ຕາຍ​ບໍ່​ເປັນ​ຄືນ​ມາ ພຣະຄຣິດ​ກໍ​ບໍ່ໄດ້​ເປັນ​ຄືນ​ມາ. ແລະ​ຖ້າ​ພຣະຄຣິດ​ບໍ່ໄດ້​ເປັນ​ຄືນ​ມາ ຄວາມເຊື່ອ​ຂອງ​ພວກເຈົ້າ​ກໍ​ໄຮ້​ປະໂຫຍດ ແລະ​ພວກເຈົ້າ​ກໍ​ຍັງ​ຈົມ​ຢູ່​ໃນ​ການບາບ​ຂອງ​ພວກ​ຕົນ. ຊໍ້າ​ກວ່າ​ນັ້ນ​ອີກ ພວກ​ຄົນ​ທີ່​ເຊື່ອ​ໃນ​ພຣະຄຣິດ​ທີ່​ຕາຍໄປ​ແລ້ວ​ນັ້ນ ກໍ​ຈິບຫາຍ​ໄປ​ດ້ວຍ. ຖ້າ​ຄວາມຫວັງ​ຂອງ​ພວກເຮົາ​ໃນ​ພຣະຄຣິດ ມີ​ຄຸນຄ່າ​ພຽງແຕ່​ສຳລັບ​ຊີວິດ​ນີ້​ເທົ່ານັ້ນ ພວກເຮົາ​ກໍ​ເປັນ​ຄົນ​ທີ່​ໜ້າ​ສັງເວດ​ທີ່ສຸດ​ໃນ​ບັນດາ​ຄົນ​ທັງປວງ.