YouVersion Logo
Search Icon

Popular Bible Verses from ມັດທາຍ 6

“ເມື່ອ​ພວກເຈົ້າ​ຖືສິນອົດອາຫານ, ຢ່າ​ເຮັດ​ໜ້າເສົ້າໝອງ​ເໝືອນດັ່ງ​ຄົນໜ້າຊື່ໃຈຄົດ ເພາະວ່າ​ພວກເຂົາ​ເຮັດ​ໜ້າເສົ້າໝອງ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ເຫັນ​ວ່າ​ພວກເຂົາ​ກຳລັງ​ຖືສິນອົດອາຫານ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ພວກເຂົາ​ເຕັມທີ່​ແລ້ວ. ແຕ່​ເມື່ອ​ພວກເຈົ້າ​ຖືສິນອົດອາຫານ, ຈົ່ງ​ລ້າງ​ໜ້າ ແລະ ເອົາ​ນ້ຳມັນ​ທາ​ຫົວ, ເພື່ອ​ຈະ​ບໍ່​ເປັນ​ທີ່​ສະດຸດຕາ​ຕໍ່​ຄົນ​ອື່ນ​ວ່າ​ພວກເຈົ້າ​ກຳລັງ​ຖືສິນອົດອາຫານ​ຢູ່, ແຕ່​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ເຫັນ​ສິ່ງ​ທີ່​ເຮັດ​ຢູ່​ໃນ​ທີ່​ລັບ ຈະ​ໃຫ້​ບຳເໜັດ​ແກ່​ພວກເຈົ້າ.

Free Reading Plans and Devotionals related to ມັດທາຍ 6