“ຂ້ານ້ອຍບໍ່ໄດ້ອະທິຖານເພື່ອພວກເຂົາເທົ່ານັ້ນ. ແຕ່ຂ້ານ້ອຍອະທິຖານເພື່ອບັນດາຜູ້ທີ່ຈະເຊື່ອໃນຂ້ານ້ອຍຜ່ານທາງຖ້ອຍຄຳຂອງພວກເຂົາເໝືອນກັນ, ເພື່ອພວກເຂົາທັງໝົດຈະເປັນອັນໜຶ່ງອັນດຽວກັນ, ພຣະບິດາເຈົ້າເອີຍ, ພຣະອົງຢູ່ໃນຂ້ານ້ອຍ ແລະ ຂ້ານ້ອຍຢູ່ໃນພຣະອົງຢ່າງໃດ ກໍຂໍໃຫ້ພວກເຂົາຢູ່ໃນພຣະອົງ ແລະ ຢູ່ໃນຂ້ານ້ອຍຢ່າງນັ້ນເໝືອນກັນ ເພື່ອໂລກຈະໄດ້ເຊື່ອວ່າແມ່ນພຣະອົງທີ່ໃຊ້ຂ້ານ້ອຍມາ.