ແຕ່ແລ້ວບໍ່ເຫິງເທົ່າໃດ ເມຍຂອງນາຍກໍຫລົງມັກໂຢເຊັບ ແລະຊວນລາວເຂົ້າໄປນອນນຳ. ໂຢເຊັບປະຕິເສດ ແລະຕອບນາງວ່າ, “ເບິ່ງດູ ນາຍຂອງຂ້ອຍບໍ່ກັງວົນສົນໃຈນຳສິ່ງໃດເລີຍຢູ່ໃນເຮືອນນີ້ ຍ້ອນເພິ່ນໄວ້ເນື້ອເຊື່ອໃຈຂ້ອຍ. ເພິ່ນໃຫ້ຂ້ອຍຮັບຜິດຊອບທຸກໆສິ່ງທີ່ເພິ່ນມີ. ຂ້ອຍມີອຳນາດໃນເຮືອນຫລັງນີ້ເທົ່າໆກັນກັບເພິ່ນ ແລະເພິ່ນບໍ່ເຄີຍຫວງຫ້າມຂ້ອຍໃນສິ່ງໃດໆເລີຍ ເວັ້ນໄວ້ແຕ່ຍານາງເອງທີ່ເປັນເມຍຂອງເພິ່ນ. ຂ້ອຍຈະກ້າລ່ວງປະເວນີ ແລະເຮັດຜິດບາບຕໍ່ສູ້ພຣະເຈົ້າໄດ້ຢ່າງໃດ?”