1
ກິດຈະການ 17:27
ພຣະຄຳພີສັກສິ
ເພື່ອພວກເຂົາຈະໄດ້ສະແຫວງຫາພຣະເຈົ້າ ຫວັງວ່າພວກເຂົາຈະຊອກຫາຈົນພົບພຣະອົງ, ແຕ່ທີ່ຈິງ ພຣະອົງບໍ່ຊົງຢູ່ໄກຈາກເຮົາທຸກຄົນ
Compare
Explore ກິດຈະການ 17:27
2
ກິດຈະການ 17:26
ພຣະອົງໄດ້ສ້າງມະນຸດທຸກຊາດ ໃຫ້ເກີດມາຈາກມະນຸດຄົນດຽວ ແລະໃຫ້ພວກເຂົາຢູ່ທົ່ວພິພົບໂລກ ພຣະອົງໄດ້ຊົງກຳນົດເວລາ ແລະກຳນົດເຂດທີ່ພວກເຂົາຢູ່ນັ້ນ.
Explore ກິດຈະການ 17:26
3
ກິດຈະການ 17:24
ພຣະເຈົ້າອົງທີ່ໄດ້ສ້າງໂລກກັບສິ່ງທັງປວງ ທີ່ຢູ່ໃນໂລກແມ່ນອົງພຣະຜູ້ເປັນເຈົ້າຂອງສະຫວັນ ແລະແຜ່ນດິນໂລກ, ພຣະເຈົ້າອົງນີ້ບໍ່ໄດ້ຢູ່ໃນວິຫານທີ່ສ້າງຂຶ້ນມາດ້ວຍມືຂອງມະນຸດ.
Explore ກິດຈະການ 17:24
4
ກິດຈະການ 17:31
ເພາະວ່າ ພຣະອົງໄດ້ຊົງກຳນົດວັນໜຶ່ງໄວ້ ຊຶ່ງໃນວັນນັ້ນ ພຣະອົງຈະຊົງພິພາກສາໂລກຕາມຄວາມຍຸດຕິທຳ ໂດຍມະນຸດຜູ້ໜຶ່ງ ຊຶ່ງພຣະອົງໄດ້ຊົງຕັ້ງໄວ້ ແລະພຣະເຈົ້າໄດ້ຊົງໂຜດໃຫ້ຄົນທັງປວງມີຄວາມແນ່ໃຈໃນເລື່ອງນີ້ ໂດຍຊົງບັນດານໃຫ້ມະນຸດຜູ້ນັ້ນເປັນຄືນມາຈາກຕາຍ.”
Explore ກິດຈະການ 17:31
5
ກິດຈະການ 17:29
ໃນເມື່ອພວກເຮົາເປັນເຊື້ອສາຍຂອງພຣະເຈົ້າ ພວກເຮົາກໍບໍ່ຄວນຖືວ່າພຣະເຈົ້າເປັນຄືຮູບເຄົາຣົບທີ່ເປັນຄຳ, ທີ່ເປັນເງິນ, ຫລືເປັນຫີນ ທີ່ຖືກແກະສະຫລັກດ້ວຍສິນລະປະ ດ້ວຍສີມືຂອງນາຍຊ່າງຜູ້ຊຳນານ.
Explore ກິດຈະການ 17:29
Home
Bible
Plans
Videos